ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນ ຈະເປັນເຫດການທີ່ສໍາຄັນທາງດ້ານການເມືອງຂອງ ສປ ຈີນ

 

       ປີ 2022 ແມ່ນປີສຸດທ້າຍຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກຄອມມູນິດຈີນ.ຕະຫລອດໄລຍະ 5 ປີ ຜ່ານມາ, ພັກຄອມມູນິດຈີນ ພາຍໃຕ້ການນໍາພາຂອງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຊີ້ນໍາ ແລະ ນໍາພາປະຊາຊົນຈີນ ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 (2016-2020) ແລະ ເລີ່ມຕົ້ນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021-2025), ເພື່ອຮ່ວມກັນສ້າງຄວາມໄຝ່ຝັນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ໃຫ້ປະກົດຜົນເປັນຈິງ.

 

      ຄວາມພະຍາຍາມຕະຫລອດໄລຍະ 5 ປີ ຜ່ານມາ ນັ້ນໄດ້ປະສົບຜົນສໍາເລັດ ຕາມຄວາມມຸ້ງມາດປາຖະໜາຂອງພັກ ແລະ ຂອງປະຊາຊາດ ຈີນ ໃນການນໍາເອົາຄວາມສົມບຸນພູນສຸກມາໃຫ້ແກ່ປະຊາຊົນ ແລະ ເອົາຄວາມຈະເລີນຮຸ່ງເຮືອງ ຄວາມເຂັ້ມແຂງມາສູ່ປະເທດຊາດ. ສໍາຄັນທີ່ສຸດແມ່ນລັດຖະບານ ສປ ຈີນ ສາມາດບັນລຸເປົ້າໝາຍທີ່ເປັນປະວັດສາດ ໃນການລົບລ້າງຄວາມທຸກຍາກໄດ້ຢ່າງສິ້ນເຊີງ, ຖືເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຄວາມພາກພູມໃຈຂອງພັກຄອມມູນິດຈີນ ແລະ ປະຊາຊົນຈີນທັງໝົດ. ປັດຈຸບັນພັກຄອມມູນິດຈີນກໍາລັງນໍາພາປະຊາຊົນຈີນ ກ້າວເດີນໄປຂ້າງໜ້າດ້ວຍຄວາມໜັກແໜ້ນ ແລະ ດ້ວຍເຈດຕະນາລົມທີ່ໜັກແໜ້ນໃນການກ້າວສູ່ເປົ້າໝາຍໃໝ່ ເພື່ອສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມ ຕາມຮູບແບບ ແລະ ສີສັນຂອງປະເທດຈີນ ທີ່ທັນສະໄໝເຂັ້ມແຂງ ແລະ ຮອບດ້ານ.

 

     ສະນັ້ນ, ໃນກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ທີ່ມີກໍານົດຈະໄຂຂຶ້ນໃນລະຫວ່າງ ເດືອນ ຕຸລາ 2022 ນີ້ ຈະໄດ້ມີການສະຫລຸບ ຖອດຖອນບົດຮຽນຄືນກ່ຽວກັບຜົນສໍາເລັດ  ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ຄັ້ງທີ 19 ຜ່ານມາ, ມີຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ແນວໃດໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດໃນການພັດທະນາປະເທດ ເພື່ອບັນລຸເປົ້າໝາຍສ້າງໃຫ້ປະຊາຊາດຈີນ ກິນອີ່ມ ນຸ່ງອຸ່ນ ແລະ ເຮັດໃຫ້ປະຊາຊົນຈີນ ຫລຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກນັ້ນ, ກອງປະຊຸມຈະໄດ້ປຶກສາຫາລືຄົ້ນ ຄວ້າແຜນການສ້າງສາພັດທະນາປະເທດຊາດ ສໍາລັບ 5 ປີ ຕໍ່່ໜ້າ (2023-2027) ຈົນເຖິງກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນຄັ້ງທີ 21, ຊຶ່ງເປັນ 5 ປີທໍາອິດໃນຄວາມພະຍາຍາມສ້າງຄວາມໄຝ່ຝັນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມຕາມສີສັນຂອງຈີນ ໃນອີກ 100 ປີຕໍ່ໜ້ານີ້.

 

        ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງພັກ ຄອມມູນິດຈີນ, ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ ຂະບວນການກະກຽມກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ເລີ່ມມີການຈັດຕັ້ງຄະນະກະ ກຽມດ້ານຕ່າງໆ; ຄະນະພັກແຕ່ລະຂັ້ນ ແຕ່ສູນກາງ, ແຂວງ ຈົນຮອດທ້ອງຖິ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ແຕ່ລະຂັ້ນຂອງຕົນ, ທາບທາມບຸກຄະລາກອນ ແລະ ເລືອກຕັ້ງເອົາຕົວແທນເພື່ອປະກອບເຂົ້າເປັນສະມາຊິກຄະນະຜູ້ແທນສົມບູນ ແລະ ສໍາຮອງ ໃນການເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ. ພ້ອມກັນນັ້ນ ຍັງໄດ້ລວບລວມເກັບກໍາເອົາຄໍາຄິດຄໍາເຫັນ, ຂໍ້ສະເໜີຕ່າງໆ ເພື່ອເປັນການປັບປຸງ ດັດແປງ ແກ້ໄຂ ບົດລາຍງານ ແລະ ເອກະສານສໍາຄັນຕ່າງໆຂອງພັກ ສໍາລັບກອງປະຊຸມໃຫຍ່ຂອງພັກຄັ້ງທີ 20, ຈົນຮອດມື້ຈັັດກອງປະຊຸມຄົບຄະນະສູນກາງພັກຄອມມູນິດຈີນຄັ້ງທີ 19, ປະມານ ບໍ່ເທົ່າໃດມື້ກ່ອນກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນຄັ້ງທີ 20 ຈະເປີດຂຶ້ນ.

 

        ອີງຕາມວາລະກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ຄັ້ງຜ່ານໆມາ, ກອງປະຊຸມຈະຮັບຮອງເອົາ ລາຍຊື່ບັນ ດາສະມາຊິກໃນຄະນະກໍາມະການກວດກາສູນກາງພັກ; ຈະເລືອກຕັ້ງເອົາສະມາຊິກກໍາມະການສູນກາງພັກ, ຈາກນັ້ນຈະເລືອກຕັ້ງ ແລະ ຮັບຮອງເອົາ ຄະນະກໍາມະການກົມການເມືອງສູນກາງພັກ ແລະ ເລືອກຕັ້ງ ເອົາເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກຄອມມູນິດຈີນ.

 

         ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນ, ບັນດາສະມາຊິກພັກ, ພະນັກ ງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນຈີນ ທຸກຊົນເຜົ່າ, ທຸກຊັ້ນຄົນ ໄດ້ພາກັນອອກແຮງ ແຂ່ງຂັນ ເພື່ອສ້າງຜົນງານໃຫ້ໄດ້ຫລາຍ ເພື່ອຕ້ອນຮັບ ແລະ ຊົມເຊີຍ ກອງປະຊຸມໃຫຍ່ຂອງພັກທີ່ມີຄວາມໝາຍຄວາມສໍາຄັນ ໃນການຕັດສິນໂຊກຊະຕາກໍາ ຂອງປະເທດຊາດຈີນ ໃນການຜັນຂະຫຍາຍຄວາມໄຝ່ຝັນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ ໃນການສ້າງສັງຄົມນິຍົມ ທີ່ຈະເລີນຮຸ່ງເຮືອງ ແລະ ທັນສະໄໝຕາມສີສັນຂອງຈີນໃນ 100 ປີຄັ້ງທີສອງນີ້.  

 

       ໃນການສ້າງຜົນງານເພື່ອຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ຂອງພັກຄັ້ງທີ 20, ໃນຊຸມປີທີ່ຜ່ານມາເຫັນວ່າ ພັກ, ລັດຖະບານ ແລະ ປະຊາຊົນຈີນ ໄດ້ເອົາໃຈໃສ່ ຕັ້ງໜ້າຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນ ແລະ ສາມາດບັນລຸຜົນສໍາເລັດຫລາຍດ້ານ ໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນປີ 2021 ຜ່ານມາ ເຖິງແມ່ນວ່າ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ມີຜົນກະທົບໃນດ້ານລົບທີ່ຮ້າຍແຮງຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ, ນອກນັ້ນ ຢູ່ພາຍໃນ ສປ ຈີນ ຫລາຍເຂດ, ຫລາຍແຂວງ ພັດຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ເຊັ່ນ ໄພນໍ້າຖ້ວມເຮັດໃຫ້ມີຜົນກະທົບຕໍ່ການຜະລິດກະສິກໍາ ແລະ ກະທົບຕໍ່ການຕອບສະໜອງດ້ານສະບຽງອາຫານໃຫ້ແກ່ພາຍໃນ ແລະ ການສົ່ງອອກ ແຕ່ຍ້ອນການນໍາພາຂອງພັກຄອມ ມູນິດຈີນ, ລັດຖະບານ ແລະ ປະຊາຊົນ ໄດ້ພ້ອມຈິດ ພ້ອມໃຈ ເປັນອັນໜຶ່ງອັນດຽວກັນ ບຸກບືນ, ສູ້ຊົນຜ່ານຜ່າ ວິກິດການ ແລະ ສາມາດເຮັດໃຫ້ເສດຖະກິດຂອງ ສປ ຈີນ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໃນລະດັບ 8,1% ບັນລຸໄດ້ປະມານ 114.367 ຕື້ຢວນ ຫລືປະມານ 17.700 ຕື້ ໂດລາ, ເຊິ່ງກວມເອົາ 18% ຂອງ GDP ໂລກ ແລະ ເປັນເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ, ໃນນີ້ຂະແໜງການອຸດສາຫະກໍາເພີ່ມຂຶ້ນ 8,2%, ກະສິກໍາເພີ່ມຂຶ້ນ 7,1%, ແລະ ການບໍລິການເພີ່ມຂຶ້ນ 8,2%, ດ້ານການຄ້າສາກົນໃນປີ 2021 ເພີ່ມຂຶ້ນຈໍານວນ 21,4%, ສະເລ່ຍລາຍໄດ້ຕໍ່ຫົວຄົນປະມານ 12.000 ໂດລາ/ຄົນ/ປີ, ທຽບໃສ່ປີ 2020 ເພີ່ມຂຶ້ນ 9,1%.

 

        ສໍາລັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ 19 ໃນຄວາມພະຍາຍາມເພື່ອສ້າງໃຫ້ຈີນເປັນປະເທດທີ່ກ້າວໜ້າໃນການພັດທະນາດ້ານເຕັກນິກວິທະຍາສາດນັ້ນ ໃນປີ 2015 ພັກຄອມມູນິດຈີນ ໄດ້ວາງຍຸດທະສາດ “ຜະລິດໃນປະເທດຈີນ ປີ 2025 (made in China 2025), ເປົ້າໝາຍຂອງນະໂຍບາຍດັ່ງກ່າວນີ້ແມ່ນ ຈີນ ຈະພະຍາຍາມສູ້ຊົນຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ແລະ ຄັ້ງທີ 14 ຂອງ ພັກຄອມມູນິດຈີນ ໃຫ້ບັນລຸຜົນສໍາເລັດເພື່ອສ້າງໃຫ້ປະເທດຈີນ ເປັນຖານການຜະລິດຂອງໂລກ (World’s factory) ທາງດ້ານເຕັກໂນໂລຊີ, ໂດຍການປັບປຸງຄວາມສາມາດໃນການຜະລິດອຸດສາຫະກໍາຂອງຈີນຈາກການນໍາໃຊ້ແຮງງານຄົນ ໄປສູ່ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເຊັ່ນ ຮອດປີ 2020 ການຜະລິດພາຍໃນ ສປ ຈີນ ສໍາລັບສິ້ນສ່ວນສໍາຄັນ ແລະ ອຸປະກອນຕ່າງໆດ້ານເຕັກໂນໂລຊີ ໃຫ້ໄດ້ 40% ຮອດປີ 2025 ຈະໃຫ້ສາມາດບັນລຸ 70%. 

 

        ໃນກອງປະຊຸມຄົບຄະນະຄັ້ງທີ 6 ສະໄໝທີ 19 ຂອງສູນກາງພັກຄອມມູນິດຈີນ ໄດ້ຮັບຮອງເອົາມະຕິຂອງກອງປະຊຸມສູນກາງພັກກ່ຽວກັບຜົນສໍາເລັດອັນຍິ່ງໃຫຍ່ທີ່ເປັນປະຫວັດສາດຂອງພັກຕະຫລອດໄລຍະ ໜຶ່ງສັດຕະວັດ ຜ່ານມາ ພ້ອມທັງວາງແຜນຍຸດທະສາດໃນການພັດທະນາປະເທດ ໃນສັດຕະວັດຕໍ່ໜ້າ, ຊຶ່ງພັກຄອມມູນິດຈີນ ໄດ້ວາງແຜນຍຸດທະສາດເປັນ 2 ໄລຍະ ເພື່ອພັດທະນາເສດຖະກິດ-ສັງຄົມຂອງ ຈີນ ໃຫ້ບັນລຸເປົ້າໝາຍ ເປັນ 100 ປີ ຄັ້ງທີສອງ ຂອງຜົນສໍາເລັດ ໃນການສ້າງປະເທດຈີນ ຄື: ໄລຍະທີໜຶ່ງ ເລີ່ມແຕ່ປີ 2020 ເຖິງປີ 2035 ພະຍາຍາມໃຫ້ບັນລຸຜົນສໍາເລັດຂັ້ນພື້ນຖານໃນການເປັນປະເທດສັງຄົມນິຍົມທີ່ທັນສະໄໝ; ໄລຍະທີສອງ ເລີ່ມແຕ່ປີ 2035 ເຖິງກາງສັດຕະວັດທີ 21 ນີ້ ຈະພະຍາຍາມ ພັດທະນາປະເທດຈີນໃຫ້ບັນລຸຜົນສໍາເລັດໃນການສ້າງປະເທດສັງຄົມນິຍົມທີ່ຍິ່ງໃຫຍ່ ແລະ ທັນສະ  ໄໝ; ພາລະກິດຂອງການຈັດຕັ້ງຜັນຂະຫຍາຍເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ ແມ່ນເປັນພາລະກິດທີ່ຍິ່ງໃຫຍ່, ຫຍຸ້ງຍາກ ສັບສົນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ຊຶ່ງບັນດາສິ່ງທ້າທາຍເຫລົ່ານັ້ນບາງຢ່າງກໍສາມາດຄາດເດົາໄດ້ ແລະ ບາງຢ່າງກໍເປັນການຍາກທີ່ຈະກະຕວງໄດ້.

 

        ດັ່ງນັ້ນ, ເພື່ອບັນລຸພາລະກິດຂອງພັກ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຂອງພັກຄອມມູນິດຈີນ ໄດ້ຮຽກຮ້ອງໃຫ້ສະມາຊິກພັກຄອມມູນິດຈີນທຸກຄົນຕ້ອງໄດ້ມີຄວາມເຂັ້ມງວດໃນການປະຕິບັດລະບຽບວິໄນຂອງພັກ ເພື່ອຮັບປະ ກັນໃຫ້ພັກຄອມມູນິດຈີນເປັນພັກທີ່ມີຄວາມເຂັ້ມແຂງ ມີລະບຽບວິໄນ, ໂປ່ງໄສ ເປັນກ້ອນກໍາລັງທີ່ເດັດດ່ຽວໃນການນໍາພາປະເທດຈີນໄປສູ່ຄວາມສີວິໄລຮຸ່ງເຮືອງ. ການມີຄວາມເຂັ້ມງວດດ້ານລະບຽບວິໄນ ແລະ ການປັບປຸງພາຍໃນພັກ ເປັນລະບຽບຫລັກການ ທີ່ເຂັ້ມງວດຂອງພັກຄອມມູນິດຈີນ ທີ່ໄດ້ຖ່າຍທອດຈາກຮຸ່ນສູ່ຮຸ່ນ. ຄວາມເດັດດ່ຽວ ແລະ ກ້າຫານຂອງພັກ ໄດ້ເປັນການປັບປຸງຍົກລະດັບຂອງພັກໃນການຊີ້ນໍາ ແລະ ນໍາພາ ໃນການສ້າງໃຫ້ລັດຖະບານ ສປ ຈີນ ເປັນລັດຖະບານທີ່ປອດໄສຂາວສະອາດ, ຕ້ານການສໍ້ລາດບັງຫລວງ. ຄວາມຊື່ສັດ ບໍລິສຸດຂອງພັກຄອມມູນິດຈີນ ບໍ່ສະເພາະແຕ່ໄດ້ສ້າງຄວາມເຊື່ອຖື ແລະ ຄວາມນິຍົມຊົມຊອບ ຈາກປະຊາຊົນຈີນ ໃນການເຫັນດີເຫັນພ້ອມ ກັບການນໍາພາຂອງພັກເທົ່ານັ້ນ ແຕ່ຍັງໄດ້ຮັບການສະໜັບສະໜູນ ແລະ ເປັນຈິດເປັນໃຈໃຫ້ແກ່ພັກຄອມມູນິດໃນການນໍາພາປະຊາຊົນຜ່ານຜ່າພາຍຸລົມແດງ ແລະ ອຸປະສັກນາໆປະການໃນແຕ່ລະໄລຍະ. ສິ່ງທີ່ປະທັບໃຈ ຂອງປະຊາຊົນຈີນ ແມ່ນການຕັດສິນໃຈສູງຂອງພັກຄອມມູນິດຈີນໃນການນໍາໃຊ້ມາດຕະການເດັດຂາດ ເຂັ້ມງວດ ຫລືວ່າກົດລະບຽບເຫລັກ (Iron fist) ເພື່ອປາບປາມການສໍ້ລາດບັງຫລວງ. ຕົວຢ່າງ: ອີງຕາມແຫລ່ງຂ່າວຊິນຫົວ(Xinhua) ໃນເດືອນກຸມພາ 2022 ຜ່ານມາແຈ້ງວ່າ ນັບແຕ່ເດືອນມັງກອນ ເຖິງເດືອນພະຈິກ 2021 ສະເພາະແຕ່ຢູ່ແຂວງຫູເປີຍ, ສະມາຊິກພັກຈໍານວນ 9.554 ສະຫາຍ ຖືກລົງໂທດ ໃນຂໍ້ຫາບໍ່ປະຕິບັດໜ້າທີ່ ແລະ ບໍ່ມີຄວາມຮັບຜິດຊອບຕໍ່ກັບວຽກງານທີ່ຖືກມອບໝາຍໃນການຫລຸດຜ່ອນຄວາມທຸກຍາກຂອງ ປະຊາຊົນ. ສະພາບສິ່ງທ້າທາຍຕໍ່ ສະມາຊິກພັກ ຍັງສືບຕໍ່ສະຫລັບສັບຊ້ອນ. ບັນຫາສໍ້ລາດບັງຫລວງ ສົມທົບກັບການສໍ້ໂກງຕ່າງໆ ຍັງເປັນສິ່ງອັນຕະລາຍທີ່ສຸດຕໍ່ການຄຸ້ມຄອງພັກ ພະນັກງານ. ຍ້ອນແນວນັ້ນ ພັກຕ້ອງມີຄວາມເຂັ້ມງວດກວດຂັນ ຕໍ່ກັບ ວຽກງານຄຸ້ມຄອງ ກວດກາ ສະມາຊິກພັກຢ່າງເປັນປະຈໍາ ແລະ ເປັນປົກກະຕິໂດຍປັບປຸງລະບົບການຄວບຄຸມ ການກວດກາພັກ, ກວດກາລັດ ແລະ ເຊື່ອມໂຍງກັບການກວດກາ ການພັດທະນາປະເທດຈີນໃນອະນາຄົດ. ທັງນີ້ກໍເພື່ອສ້າງໃຫ້ພະນັກງານສະມາຊິກພັກບໍ່ກ້າຈະສໍ້ໂກງ, ບໍ່ສາມາດຈະສໍ້ໂກງ ແລະ ບໍ່ຢາກສໍ້ລາດບັງຫລວງ.

 

        ພັກ, ລັດຖະບານ ແລະ ປະຊາຊົນລາວ ເຫັນວ່າ ສປປ ລາວ ໃນຖານະທີ່ເປັນປະເທດເພື່ອນມິດໃກ້ຄຽງ ທີ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ສປ ຈີນ ແລະ ກໍາລັງເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມ ຊະຕາກໍາ ລາວ-ຈີນ ໃຫ້ນັບມື້ເກີດດອກອອກຜົນແລະນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ, ແມ່ນມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ຕະຫລອດ ຫລາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນໃນຊ່ວງທີ່ ພັກຄອມມູນິດຈີນ ໄດ້ຊີ້ນໍາ ນໍາພາປະຊາຊົນຈີນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະ ຊຸມໃຫຍ່ຂອງພັກຄອມມູນິດຈີນຄັ້ງທີ 19 ຊຶ່ງສາມາດບັນລຸຜົນສໍາເລັດ ແລະ ເປັນໄຊຊະນະທີ່ຍິ່ງໃຫຍ່ ໃນການນໍາເອົາຄວາມສົມບຸນພູນສຸກມາໃຫ້ແກ່ປະຊາຊົນ ແລະ ເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຈີນ. ສໍາຄັນທີ່ສຸດແມ່ນ ສາ ມາດບັນລຸເປົ້າໝາຍໃນການລົບລ້າງຄວາມທຸກຍາກໄດ້ຢ່າງສິ້ນເຊີງ, ຖືເປັນໄຊຊະນະທີ່ເປັນປະວັດສາດ ແລະ ເປັນ ຄວາມພາກພູມໃຈຂອງພັກຄອມມູນິດຈີນ ແລະ ປະຊາຊາດຈີນ ທັງໝົດ. ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ແມ່ນເປັນຕົວແບບ ທີ່ສໍາຄັນ ໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນຄວາມພະຍາຍາມ ບຸກບືນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດ ລາວ ໃຫ້ຈະເລີນກ້າວໜ້າໃນອະນາຄົດ. (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485771
ມື້ນີ້70
ມື້ວານ206
ອາທິດນີ້807
ເດືອນນີ້5076