ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພາຍໃຕ້ຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງ ທ່ານ ສີ ຈິ້ນຜິງ ເມືອງເຊີນເຈີ້ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

 

     ປີ 1965, ລັດຖະບານຈີນ ໄດ້ປະກາດໃຊ້ນະໂຍບາຍ 04 ທັນສະໄຫມ (Four Modernization) ຊຶ່ງປະກອບດ້ວຍຄວາມທັນສະໄຫມທາງດ້ານກະສິກຳ, ອຸດສາຫະກຳ, ການທະຫານ ແລະ ວິທະຍາສາດເຕັກໂນໂລຊີ ເພື່ອແກ້ໄຂສະພາບເສດຖະກິດຂອງປະເທດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ທັງເປັນການຫລຸດ ຜ່ອນຄວາມແຕກໂຕນລະຫວ່າງ ສປ ຈີນ ແລະ ຕາເວັນຕົກ. ພ້ອມນີ້, ຊຸມປີ 1980 ລັດຖະບານຈີນຍັງໄດ້ສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ (Special Economic Zone: SEZ) ຂຶ້ນ ເພື່ອເປັນຕົ້ນແບບໃຫ້ແກ່ບັນດາເມືອງທີ່ມີທ່າແຮງ ແລະ ເໝາະສົມທີ່ສຸດ ໄດ້ແກ່: ເມືອງເຊີນເຈີ້ນ (Shenzhen), ຈູໄຮ (Zhuhai), ຊານໂຖ (Shantou) ຂອງມົນທົນ ກວາງຕຸ້ງ ​ແລະ ເຊຍເໝີນ (Xiamen) ຂອງມົນທົນ ຟູຈຽນ ແຫ່ງ​ທຳ​ອິດ​ຂອງ​ ສປ ຈີນ ພາຍໃຕ້ນະໂຍບາຍເປີດປະຕູສູ່ພາຍນອກ (Open Door). ຜົນສຳເລັດຂອງການສ້າງຕັ້ງເຂດເສດຖະກິດພິເສດຢູ່ ເຊີນເຈີ້ນ ໄດ້ກາຍເປັນບ່ອນອີງທີ່ສໍາຄັນທາງດ້ານທິດສະດີ ແລະ ພຶດຕິກຳໃຫ້ແກ່ ພັກ ແລະ ລັດຖະບານຈີນ ກໍຄືເຂດເສດຖະກິດພິເສດອື່ນໃນເວລາຕໍ່ມາ.

     ໃນອະດີດ ເມືອງເຊີນເຈີ້ນ ເປັນພຽງ​ເມືອງໜຶ່ງທີ່ມີປະຊາກອນປະມານ 3 ໜື່ນກວ່າຄົນທີ່ອາໄສຕາມ​ແຄມ​ທະ​ເລ​ ໃນເນື້ອທີ່ປະມານ 2.000 ກິໂລຕາເເມັດ​. ເມືອງເຊີນເຈີ້ນ ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈູ ທາງຕອນໃຕ້ຂອງ ແຂວງກວາງຕຸ້ງ, ທິດໃຕ້ຕິດກັບ ຮົງກົງ ແລະ ມາກາວ, ທິດຕາເວັນອອກສ່ຽງເໜືອຕິດກັບ ຮຸ່ຍໂຈ ແລະ ຕົງກວ່ານ, ທາງທິດຕາເວັນຕົກຕິດກັບກວາງໂຈ ແລະ ທິດຕາເວັນຕົກສ່ຽງໃຕ້ຕິດກັບ ຈູໄຮ. ຍ້ອນມີທີ່ຕັ້ງ ແລະ ພູມສັນ ຖານທີ່ເໝາະສົມ ຈິ່ງເປັນຈຸດເລີ່ມຕົ້ນຂອງການປະຕິຮູບເຊີນເຈີ້ນ ທີ່ເຕັມຮູບແບບ ແລະ ຮອບດ້ານ ຈົນກາຍເປັນຕົວແບບລະດັບຊາດ ແລະ ເປັນທີ່ຮັບຮູ້ຂອງສາກົນ, ກາຍເປັນສູນກາງທາງດ້ານເສດຖະກິດແຫ່ງຊາດ, ສູນປະດິດສ້າງທາງວິທະຍາສາດ ແລະ ເຕັກໂນໂລຊີ, ສູນກາງດ້ານການເງິນພາກພື້ນ, ສູນກາງທາງການຄ້າ ແລະ ການຂົນສົ່ງອັນນຳໄປສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ທັງເປັນຈຸດລິເລີ່ມໃນ​ການ​ກໍ່ສ້າງ​ເຂດເສດຖະກິດພິເສດ​ກວາງຕຸ້ງ-ຮົງກົງ-ມາ​ກາວ (Guangdong-Hong Kong-Macao Greater Bay Area - GBA) ທີ່ເປັນການສ້າງ​ເຂດຕົວແບບຂອງສັງຄົມ​ນິ ຍົມ ​ທີ່​ມີ​ລັກສະນະ​ສີສັນພິເສດ ຂອງຈີນ, ​ເປັນ​ຕົວ​ແບບ​ຂອງ​ປະ​ເທດ​ສັງຄົມ​ນິຍົມ ​ທີ່​ທັນ​ສະ​ໄໝຄື ສປ ຈີນ ໃນປັດຈຸບັນ. ນອກນັ້ນ, ລັດຖະບານ ຍັງໄດ້ມີແນວທາງພັດທະນາໂຄງລ່າງພື້ນຖານດ້ານການຂົນສົ່ງອັນເປັນຫົວໃຈສຳຄັນ ຂອງອຸດສາຫະກຳການຜະລິດ ໂດຍຂະຫຍາຍທ່າເຮືອທາງພາກໃຕ້ຂອງເຊີນເຈີ້ນ ທີ່ຢູ່ຕິດກັບຮົງກົງເພື່ອສ້າງຂີດຄວາມສາມາດໃນການຂົນສົ່ງສິນຄ້າ.

ພາຍຫຼັງທີ່ ທ່ານ ສີ ຈິ້ນຜິງ ດຳລົງຕໍາແໜ່ງເປັນເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເປັນຕົ້ນມາ ໄດ້ຖືສຳຄັນການພັດທະນາເຂດເສດຖະກິດພິເສດ ໂດຍສະເພາະແມ່ນ ເມືອງເຊີນເຈີ້ນ, ທ່ານ ສີ ຈິ້ນຜິງ ໄດ້ໃຫ້ທິດຊີ້ ນໍາ-ນຳພາ ວ່າ: “ຕ້ອງຍຶດຖືເອົາການປະຕິຮູບ ແລະ ເປີດປະເທດຢ່າງເດັດດ່ຽວໜຽວແໜ້ນຕໍ່ໄປ ເຊິ່ງເຫັນໄດ້ຈາກ ອຸດ ສາຫະກຳເຕັກໂນໂລຊີທັນສະໄໝມີຈຳນວນເພີ່ມຂຶ້ນ ແລະ ຂີດຄວາມສາມາດດ້ານນະວັດຕະກຳຂອງເມືອງໄດ້ຮັບການຍົກລະດັບເປັນກ້າວໆມາ ເຊັ່ນ: ດ້ານເຕັກໂນໂລຊີ ທີ່ໄດ້ມາດຕະຖານສາກົນ, ແລະ ຍານພາຫະນະລ້ຳໜ້າ ແລະ ທັນສະໄໝ ທີ່ຢູ່ລະດັບແຖວໜ້າຂອງໂລກ. ນັບຕັ້ງແຕ່ ເຂດເສດຖະກິດພິເສດແຫ່ງນີ້ໄດ້ຮັບການຈັດຕັ້ງປະຕິບັດ ໂດຍການເປີດຮັບເອົາການລົງທຶນຈາກຕ່າງປະເທດ ຈຳນວນນັກລົງທຶນ ແລະ ບຸກຄະລາກອນທີ່ມີຄວາມຮູ້ ແລະ ຊຳນານງານໃນດ້ານຕ່າງໆຈາກຕ່າງປະເທດໄດ້ລັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ ແລະ ໄດ້ເພີ່ມໂອກາດກໍຄືຊ່ອງທາງດ້ານການລົງທຶນຫຼາຍດ້ານ ເຊັ່ນ: ດ້ານພາສີ-ອາກອນ, ຄ່າແຮງງານຂັ້ນຕໍ່ຳ ລວມທັງຕົ້ນທຶນການຜະລິດທີ່ຕ່ຳ ເພື່ອດຶງດູດນັກລົງທຶນໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.”

 

    ການພັດທະນາຂອງ ເມືອງເຊີນເຈີ້ນ ນັບເປັນແບບຢ່າງແຫ່ງການປະຕິຮູບ ແລະ ເປີດປະເທດ ເປັນສິ່ງມະຫັດ ສະຈັນຂອງ ສປ ຈີນ ແລະ ຂອງໂລກ ເຊິ່ງປະທານ ສີ ຈິ້ນຜິງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພັດທະນາດັ່ງກ່າວ, ເຊິ່ງໄດ້ປະຕິບັດຕາມອຸດົມການ 14 ຂໍ້ ຂອງປະທານ ສີ ທີ່ໄດ້ລະບຸໄວ້ໃນເອກະສານຂອງພັກ ຄື: “ໃຫ້ ພັກຄອມມຸນິດ ເປັນຜູ້ນຳພາ, ຖືເອົາປະຊາຊົນເປັນສູນກາງ, ດຳເນີນການປະຕິຮູບຢ່າງເລິກເຊິ່ງ ແລະ ສົມບູນຕໍ່ເນື່ອງ, ນຳໃຊ້ວິໄສທັດ ເພື່ອການພັດທະນາ, ສົ່ງເສີມໃຫ້ຄົນເປັນປັດໄຈຫຼັກໃນການຂັບເຄື່ອນປະເທດ, ເນັ້ນການຫັນເອົາທຸກຫຼັກການເປັນກົດໝາຍ, ເຊີດຊູຄ່ານິຍົມຫຼັກຂອງສັງຄົມນິຍົມ, ໃຫ້ຄວາມສຳຄັນ ແລະ ຍົກລະດັບຄຸນນະພາບຊີວິດດ້ວຍການພັດທະນາ, ສະໜັບສະໜູນໃຫ້ມວນມະນຸດ ແລະ ທຳມະຊາດຢູ່ຮ່ວມກັນໄດ້ຢ່າງເປັນມິດ, ສະແຫວງຫາແນວທາງແບບລວມສູນ ເພື່ອສ້າງຄວາມໝັ້ນຄົງຂອງຊາດ, ເນັ້ນອຳນາດຂອງພັກຄອມມູນິດ, ຍຶດໝັ້ນຫຼັກການ “ໜຶ່ງປະເທດ ສອງລະບົບ” ແລະ ສະໜັບສະໜູນການລວມຊາດ, ສະໜັບສະໜູນການສ້າງອຳນາດຮ່ວມກັນຂອງມະນຸດ ຊາດ, ແລະ ການກຳກັບດູແລຢ່າງເຕັມຮູບແບບ ແລະ ເຂັ້ມງວດໃນການບໍລິຫານພັກຄອມມູນິດ.

 

    ໃນທ້າຍປີ 2000, ເຫັນໄດ້ວ່າ ເຊີນເຈີ້ນ ມີທ່າເຮືອຫຼາຍກວ່າ 120 ແຫ່ງ ດ້ວຍເຫດນີ້ເຮັດໃຫ້ນັກລົງທຶນຕ່າງປະ ເທດເຫັນເຖິງທ່າແຮງ ຈຶ່ງເຂົ້າມາລົງທຶນດ້ານອຸດສາຫະກຳທັນສະໄໝດ້ວຍຍອດການລົງທຶນ ຈາກຕ່າງປະເທດຈຳ ນວນ 2.6 ພັນລ້ານໂດລາສະຫະລັດ. ໃນປີ 2015 ເຊີນເຈີ້ນ ມີອັດຕາເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 72.1% ເມືອທຽບກັບປີ 2010 ໂດຍມີມູນຄ່າເພີ່ມຂຶ້ນຈາກ 205,1 ຕື້ໂດລາສະຫະລັດ ເປັນ 330,1 ຕື້ໂດລາສະຫະລັດ ຈັດອັນດັບ 3 ຂອງກຸ່ມທີ່ສ້າງ GDP ໄດ້ສຸງສຸດຂອງ ສປ ຈີນ. ປີ 2017 ອຳນາດການປົກ ຄອງຂັ້ນສູນກາງໄດ້ສະເໜີໃຫ້ມີການພັດທະນາເມືອງເຊີນເຈີ້ນ, ຊາງໄຮ້ແລະ ຕົວເມືອງອື່ນໆ ໃຫ້ກາຍເປັນຕົວເມືອງສຸນກາງທາງທະເລຂອງໂລກໃນແຜນການ 5 ປີ ຄັ້ງທີ 13 ກ່ຽວກັບການພັດທະນາເສດຖະກິດທາງທະເລແຫ່ງຊາດ. ປີ 2019, ຍອດການລົງທຶນດ້ານການຄົ້ນຄວ້າວິໄຈຂອງເຊີນເຈີ້ນກວມເອົາ 1/4 ຂອງລວມຍອດຜະລິດຕະພັນພາຍ ໃນ, ວິສາຫະກິດທັນສະໄໝລະດັບຊາດມີປະມານ 14,400 ແຫ່ງ, ຜົນງານລິຂະສິດສາກົນເກີດຂຶ້ນສະເລ່ຍວັນລະ 60 ກວ່າລາຍການ. ເຂດອ່າວກວາງຕຸ້ງ-ຮົງກົງ-ມາກາວ ເຫັນດີສະໜັບສະໜູນສ້າງເມືອງເຊີນເຈີ້ນ ເປັນເມືອງສຸນກາງທາງທະເລຂອງໂລກ. ເປັນທີ່ຕັ້ງຂອງວິສາຫະກິດທາງທະເລ 270ແຫ່ງ ທີ່ມີລາຍຮັບຕໍ່ປີຫຼາຍກວ່າ 100 ລ້ານຢວນ.ໃນນັ້ນ, 8 ວິສາຫະກິດມີລາຍຮັບປະຈຳປີຫຼາຍກວ່າ 10 ຕື້ຢວນ​, 39ແຫ່ງມີລາຍຮັບລະຫວ່າງ 1 ຫາ 10 ຕື້ຢວນ.

 

    ໃນ​ປີ 2020, ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ໃນ​ຕົວ​ເມືອງ​ໄດ້​ເພີ່ມ​ຂຶ້ນ 10,6%. ເຊີນເຈີ້ນ ເປັນສູນກາງທີ່ສໍາຄັນໃນເຄືອຂ່າຍທາງລົດໄຟແຫ່ງຊາດ ມີ 11 ເສັ້ນທາງ ລົດໄຟໃຕ້ດິນທີ່ມີຄວາມຍາວ 411 ກິໂລແມັດ, ໄດ້ໃຫ້ບໍລິການຜູ້ໂດຍສານ 1.62 ຕື້ຄົນ. ສະໜາມບິນສາກົນເຊີນເຈີ້ນ ຈັດຢູ່ໃນອັນດັບທີ 4 ຂອງ ສະໜາມບິນພາຍໃນປະເທດ ແລະ ເປັນໜຶ່ງໃນ 100 ສະໜາມບິນອັນດັບໜຶ່ງຂອງໂລກ, ມີເສັ້ນທາງການບິນສາກົນ60 ສາຍ, ຜູ້ໂດຍສານ 36,358 ລ້ານເທື່ອຄົນ,ສະໜາມບິນສາກົນ (Shenzhen Bao’an) ໄດ້ກາຍເປັນສູນກາງການບິນສາກົນຂອງປະເທດກໍຄືສາກົນ. ດ້ານການຄົມມະນາຄົມຂົນສົ່ງທາງນ້ຳ ຂອງເຊີນເຈີ້ນ ສາມາດຮອງຮັບ ແລະ ເປັນທ່າເຮືອຂະໜາດໃຫຍ່ຈັດຢູ່ອັນດັບທີ 3 ຂອງໂລກ, ມີທ່າເຮືອບັນຈຸຕູ້ຄອນເທນເນີ 76 ແຫ່ງ, ຍອດການສົ່ງອອກຕູ້ຄອນເທນເນີ​​​ເພີ່ມຂຶ້ນ 8,4%ບັນລຸ 28,77 ລ້ານຕູ້, ​​ເປັນອັນດັບທີ 4 ຂອງ​​ໂລກ. ສຳລັບ ເປັນສູນລວມກຳປັ່ນ ແລະ ກາຍເປັນທ່າເຮືອບັນທຸກສິນຄ້າສາກົນຂະໜາດໃຫຍ່ສຸດໃນພາກໃຕ້ຂອງຈີນ. ປີ 2021, ມີປະມານ 170,000 ຄົນຈາກຕ່າງປະເທດໄດ້ມາຕັ້ງຖິ່ນຖານຢູ່ ເຊີນເຈີ້ນ, ມີ260 ໂຄງການໃຫຍ່ທີ່ມີມູນຄ່າການລົງທຶນທັງໝົດ 820 ຕື້ຢວນ,  ໄດ້ກາຍເປັນເມືອງແຫ່ງການປະດິດສ້າງຂອງບັນດາວິສາຫະກິດທີ່ມີຊື່ສຽງ ເຊັ່ນ: Huawei, Tencent, DJI, Ping An ແລະ ອື່ນໆ. ພ້ອມກັນນີ້, ດ້ານການບໍລິຫານຂອງອໍານາດການປົກຄອງເຊີນເຈີ້ນ ແມ່ນມີປະສິດທິຜົນສູງ, ຮັດກຸມ ແລະ ເນັ້ນໂປ່ງໃສ. ໂດຍຊຸກຍຸ້ສົ່ງເສີມບໍລິການປະຕູດຽວ (One Stop Service) ເຊິ່ງເປັນການເຊື່ອມໂຍງລະຫວ່າງເຂດເສດຖະກິດພິເສດ ກັບ ເສດຖະກິດພາຍໃນ ແລະ ຕ່າງປະເທດ. ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ເມືອງເຊີນເຈີ້ນ ​ໄດ້​ລື່ນ​ກາຍ 70.000 ຢວນ, ​ເພີ່ມ​ຂຶ້ນ 8,2% ​ເມື່ອ​ທຽບ​ໃສ່​ປີ 2020; ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ການ​ນຳ​ໃຊ້​ຕົວ​ຈິງ​ບັນລຸ 10,97 ຕື້​ໂດ​ລາ​ສະຫະລັດ.

 

     ປັດຈຸບັນ ເຊີນເຈີ້ນ ໄດ້ພັດທະນາຈາກເຂດເສດຖະກິດ ມາເປັນເມືອງທີ່ມີການຂະຫຍາຍຕົວໃກ້ຄຽງກັບຮົງກົງ ແລະ ເມືອງໃກ້ຄຽງ ຫຼື Silicon Valley ຂອງ ຈີນ, ການເຕີບໃຫຍ່ຂອງ GDP ເພີ່ມຂຶ້ນ 6.7% ເມື່ອທຽບເປັນລາຍປີຂອງລວມຍອດຜະລິດຕະພັນພາຍໃນມູນຄ່າ 3,07 ພັນ​ຕື້​ຢວນ (482 ຕື້​ໂດ​ລາ​ສະຫະລັດ) ໃນ​ປີ 2021. ນອກຈາກ ນີ້, ເຊີນເຈີ້ນ ໄດ້ສ້າງຕັ້ງການພົວພັນມິດຕະພາບກັບ 88 ນະຄອນ (ພາກພື້ນ) ໃນ 55 ປະເທດທົ່ວໂລກ ໃນຂົງເຂດເສດຖະກິດການຄ້າ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ອາຊີວະສຶກສາ ແລະ ໄດ້ເປັນເຈົ້າພາບຈັດງານອາທິດວັດທະນະທໍານະຄອນມິດຕະພາບສາກົນເຊີນເຈີ້ນ ຈໍານວນ 6 ຄັ້ງ. ຜົນສຳເລັດທີ່ ເຊີນເຈີ້ນຍາດມາໄດ້ນັ້ນ ແມ່ນຍ້ອນວ່າ ພັກ ແລະ ລັດຖະບານຈີນ ໃຫ້ສິດໃນການອອກນະໂຍບາຍພິເສດ ເພື່ອຊ່ວຍສ້າງສະພາບແວດລ້ອມ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ ໂດຍສະເພາະນະໂຍບາຍການດຶງດູດການລົງທຶນ ໂດຍກົງຈາກຕ່າງປະເທດ,  ທີ່ຕັ້ງພູມສັນຖານຂອງ ເຊີນເຈີ້ນ ປຽບເໝືອນບ້ານ ຫຼື ເປັນບ່ອນຕັ້ງຫຼັກປັກຖານໃຫ້ແກ່ປະຊາຊົນຈີນຈາກແຂວງອື່ນ ແລະ ຊາຕ່າງປະເທດ ເຊິ່ງກວມເອົາປະມານ 80% ຂອງຈຳນວນປະຊາຊົນຂອງເມືອງດັ່ງກ່າວ. ໃນນີ້, ການລົງທຶນຈາກຕ່າງປະເທດໃນຊ່ວງທຳອິດແມ່ນມາຈາກ ຮົງກົງເປັນສ່ວນໃຫຍ່, ການສ້າງສະຖຽນລະພາບທາງການເງິນ ແມ່ນປັດໄຈພືິ້ນຖານໃນການສ້າງຄວາມໝັ້ນໃຈ ໃຫ້ແກ່ບັນດາສະຖາບັນການເງິນຕ່າງປະເທດ ເຊິ່ງເປັນການຫລຸດຄວາມສ່ຽງໃນການປະກອບທຸລະກິດຂອງສະຖາບັນການເງິນ ພ້ອມທັງເພີ່ມສັກກະຍະພາບໃນການແຂ່ງຂັນ.

 

     ສະຫຼຸບລວມແລ້ວ, ນະໂຍບາຍ ແລະ ປັດໄຈໃນການພັດທະນາເຂດເສດຖະກິດ ຈະເປັນຕົວຊີ້ວັດໃຫ້ຮູ້ວ່າ ນັບຈາກນີ້ເຖິງ ປີ 2025 ທ່າແຮງທາງເສດຖະກິດ ແລະ ຄຸນນະພາບການພັດທະນາເມືອງເຊີນເຈີ້ນ ຈະຢູ່ໃນອັນດັບຕົ້ນໆ ເມື່ອທຽບກັບບັນດາຕົວເມືອງຕ່າງໆໃນທົ່ວໂລກ. ການລົງທຶນດ້ານການຄ້າ, ການຄົ້ນຄວ້າວິໄຈ ແລະ ຂີດຄວາມສາ ມາດດ້ານນະວັດຕະກຳຂອງອຸດສາຫະກຳຈະໃຫ້ຢູ່ແຖວໜ້າໃນເວທີສາກົນ, ດ້ານວັດທະນະທຳກໍຈະໄດ້ຮັບການຍົກລະດັບສູງຂຶ້ນ, ລະດັບການບໍລິການສາທາລະນະ, ຄຸນນະພາບສິ່ງແວດລ້ອມ ແລະ ລະບົບນິເວດ ໃຫ້ເຖິງລະດັບນຳໜ້າຂອງໂລກ ໃຫ້ໄດ້ຮັບການພັດທະນາເປັນເມືອງທັນສະໄໝໃນລັກສະນະສ້າງສັນລະດັບໂລກ. ໃນປີ 2035 ເມືອງເຊີນເຈີ້ນ ຈະໄດ້ຮັບການພັດທະນາໃຫ້ເປັນເມືອງຕົວແບບຂອງທົ່ວປະເທດ ໃນດ້ານການພັດທະນາທີ່ມີຄຸນນະພາບສູງກຳລັງການແຂ່ງຂັນທາງດ້ານເສດຖະກິດຂອງເມືອງທີ່ນຳໜ້າຂອງໂລກ ເປັນເມືອງແຫ່ງນະວັດຕະກຳໃນການປະກອບທຸລະກິດ ແລະ ມີປະສິດທິຜົນສູງ. ກາຍເປັນເມືອງຕົ້ນແບບ ຂອງ ສປ ຈີນໃນການສ້າງສາປະເທດໃຫ້ມີຄວາມເຂັ້ມແຂງ ທັນສະໄໝແບບສັງຄົມນິຍົມ. ໃນກາງສັດຕະວັດ 21 ເມືອງ ເຊີນເຈີ້ນ ແຫ່ງນີ້ ຈະເປັນທີ່ຮູ້ຈັກກັນທົ່ວທຸກມູມໂລກ ໃນຖານະທີ່ເປັນເມືອງທີ່ມີຄວາມກ້າວໜ້າທັນສະໄໝ ແລະ ການພັດທະນາແບບກ້າວກະໂດດດ້ວຍສັກກະຍາພາບຢ່າງສະຫງ່າງາມ. ຜົນສຳເລັດຂອງການສ້າງເຂດເສດຖະກິດພິເສດຢູ່ເມືອງ ເຊີນເຈີ້ນໄດ້ກາຍເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ແກ່ ສປປ ລາວ. ຮອດປັດຈຸບັນ, ລັດຖະບານລາວ ໄດ້ອະນຸມັດສ້າງຕັ້ງເຂດເສດຖະກິດພິເສດ (Special Economic Zone)  ນັບແຕ່ປີ 2002 ເປັນຕົ້ນມາ,  ຊຶ່ງສາມາດດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນ 10 ກວ່າແຫ່ງທົ່ວປະເທດ, ຫຼາຍກວ່າ 337 ບໍລິສັດ, ມີການຈົດທະບຽນຕົ້ນທຶນທັງໝົດ 68 ພັນລ້ານໂດລາສະຫະລັດ, ໃນເນື້ອທີ່ 29,238 ເຮັກຕາ.

 

   ເຂດເສດຖະກິດພິເສດຢູ່ ສປປ ລາວ ໄດ້ກາຍເປັນຍຸດທະສາດອັນສໍາຄັນ ເພື່ອຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍການສົ່ງເສີມການລົງທຶນເພື່ອດຶງດູດການລົງທຶນດ້ວຍການວາງນະໂຍບາຍ “ສົ່ງເສີມພິເສດ” ເປັນຕົ້ນ: ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນໍ້າທາ ມູນຄ່າການລົງທຶນກວ່າ 11 ຕື້ໂດລາສະຫະລັດ ໃນເນື້ອທີ່ 700 ກວ່າເຮັກຕາ, ເຂດເສດຖະກິດພິເສດດັ່ງກ່າວ ມີຊາຍແດນຕິດກັບບໍ່ຫານ ແຂວງຢຸນນານ, ສປ ຈີນ, ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ມີການນໍາໃຊ້ເຕັກໂນໂລຊີສູງ, ນໍາໃຊ້ນະວັດຕະກໍາ ໃນການຜະລິດກະສິກໍາເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທໍາມະຊາດ ແລະ ພະລັງງານ ເພື່ອພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງປະກອບມີນິຄົມອຸດສາຫະກໍາ, ເຂດພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480244
ມື້ນີ້74
ມື້ວານ157
ອາທິດນີ້642
ເດືອນນີ້6475