ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການສຳຫລວດ ແລະ ສຶກສາ ຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້ານ້ຳຕົກ 4A ຕອນລຸ່ມ ແລະ 4B ຕອນເທິງ ຢູ່ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 6 ພະຈິກ 2015 ຢູ່ ນະຄອນຫລວງວຽງຈັນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດລາວເວີນວິສະວະກຳ ແລະ ກໍ່ສ້າງຂົວທາງ ຈຳກັດ ໂດຍການລົງນາມສັນຍາ ລະຫວ່າງທ່ານ ດຣ.ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະການລົງທຶນ ແລະ ທ່ານ ສະຕີເວັນ ຈັນ ປະທານບໍລິສັດລາວເວີນ ວິສະວະກຳ ແລະກໍ່ສ້າງຂົວທາງຈຳກັດ, ເປັນກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ເສດຖະກິດ ການຜະລິດ ແລະ ຈໍລະຈອນ ພ້ອມດ້ວຍທ່ານ ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນນະວົງ ພົນສະລາດ ຮອງຫົວໜ້າ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ, ທ່ານ ຮົວ ແສງອາ ລຸນ ແລະ ທ່ານ ສຸດທະເສນ ບູລົມ ທີ່ປຶກສາ ບໍລິສັດລາວເວີນ ວິສະວະກຳ ແລະ ກໍ່ສ້າງຂົວທາງ ຈຳກັດເຂົ້າຮ່ວມ.
ໂຄງການກໍ່ສ້າງເຂື່ອນໄຟຟ້າ ດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງ ໃນປີ 2017 ໂດຍໃຊ້ງົບປະມານໃນ ການ ກໍ່ສ້າງທັງໝົດປະມານ 1 ຕື້ໂດລາສະຫະລັດ ປັດຈຸບັນ ພວມຢູ່ໃນຂັ້ນຕອນ ການສຳຫລວດ ແລະ ສຶກສາຊອກ ຫາແຫລ່ງທຶນ ແລະ ບໍລິສັດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມລົງທຶນ ໃນການກໍ່ສ້າງ.