ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

07 ປີແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ (JR).

ສະຖາບັນການຕ່າງປະເທດ ແມ່ນກົງຈັກຊ່ວຍວຽກໜຶ່ງຂອງກະຊວງການຕ່າງປະເທດ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຄົ້ນຄວ້າຍຸດທະສາດການຕ່າງປະເທດ, ການຄົ້ນຄວ້າຂີດຂຽນປື້ມການພົວພັນການທູດ ແລະ ປື້ມຕໍາລາຕ່າງໆ ໃນຂົງເຂດການທູດ-ການຕ່າງປະເທດ. ນອກນັ້ນ, ຍັງມີພາລະບົດບາດເປັນໃຈກາງໃນການສ້າງແຜນການບໍາລຸງກໍ່ສ້າງພະນັກງານ ນັກການທູດຂອງລາວ ທັງດ້ານວຽກງານການຕ່າງປະເທດ, ພາສາຕ່າງປະເທດ ລວມທັງເຮັດໜ້າທີ່ພົວພັນຮ່ວມມື ກັບບັນດາສະຖາບັນຂອງປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກ ແນໃສ່ເພື່ອຍາດແຍ່ງທຶນຮອນ, ການຊ່ວຍເຫຼືອເພື່ອການພັດທະນາດ້ານຊັບພະຍາກອນມະນຸດ ໃຫ້ແກ່ຂະແໜງການຕ່າງປະເທດ, ພ້ອມທັງໄດ້ເຄື່ອນໄຫວເຂົ້າຮ່ວມກິດຈະກຳການທູດຊ່ອງທາງທີສອງ (Track II Diplomacy) ຂອງບັນດາສະຖາບັນເຄື່ອຂ່າຍຄັງປັນຍາອາຊຽນ ແລະ ອາຊຽນ+3. ໃນດ້ານການຄົ້ນຄວ້າ, ສະຖາບັນການຕ່າງປະເທດ ໄດ້ມີພະແນກຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນ ທີ່ເຮັດໜ້າທີ່ໃນການຄົ້ນຄວ້າສະພາບການເດັ່ນ ຂອງສາກົນ ແລະ ພາກພື້ນ ລວມເຖິງການຄົ້ນຄວ້າບັນຫາຍຸດທະສາດຍາວນານ ເພື່ອເປັນບ່ອນອີງໃຫ້ແກ່ການວາງນະໂຍບາຍການຕ່າງ ປະເທດ ຂອງລາວ. ນອກຈາກນີ້, ຍັງເຮັດໜ້າໃນການຮຽບຮຽງ ແລະ ຂຽນປື້ມການພົວພັນການທູດຕ່າງໆ. ຄຽງຄູ່ກັນນັ້ນ, ສະຖາບັນການຕ່າງປະເທດ ພາຍໃຕ້ການຊີ້ນຳຂອງຄະນະນໍາກະຊວງ ໄດ້ຊີ້ນໍາໃຫ້ມີ ການພົວພັນຢ່າງໃກ້ຊິດກັບສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປ ຈີນ ແລະ ສະຖານທູດຈີນ ປະຈຳ ສປປ ລາວ ເພື່ອສ້າງຕັ້ງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ,  ເຊິ່ງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ແລະ ໄດ້ພ້ອມກັນເປີດຫ້ອງການຄົ້ນຄວ້າຮ່ວມ ລາວ-ຈີນ ຂຶ້ນ ໃນວັນທີ 14 ສິງຫາ 2015 ທີ່ ສະຖາບັນການຕ່າງປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ເຊິ່ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນໄລຍະນັ້ນ, ສ່ວນຝ່າຍຈີນ ແມ່ນ ທ່ານ ກວນ ຮົວະປິງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໃນໄລຍະນັ້ນ.

 

ຈຸດປະສົງຫຼັກຂອງໂຄງການນີ້ ແມ່ນເພື່ອເປັນການສົ່ງເສີມ ແລະ ຂະຫຍາຍການພົວພັນ ລະຫວ່າງສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ກໍແມ່ນເພື່ອແນໃສ່ລົງເລິກການຮ່ວມມືທາງດ້ານການຄົ້ນຄວ້າ ກ່ຽວກັບ ບັນຫາຕ່າງໆ ທີ່ກ່ຽວຂ້ອງກັບສອງປະເທດ ລວມໄປເຖິງບັນຫາພາຍໃນພາກພື້ນ ແລະ ສາກົນ ທັງນີ້ ກໍເພື່ອເປັນການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຄົ້ນຄວ້າ ພ້ອມທັງຍົກລະດັບຂີດຄວາມສາມາດໃນການຄົ້ນຄວ້າ ໃຫ້ແກ່ນັກຄົ້ນຄວ້າຂອງສອງປະເທດ. ການຄົ້ນຄວ້າຂອງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ນີ້ ສາມາດແບ່ງເປັນ 03 ຂົງເຂດ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ ທີ່ກ່ຽວຂ້ອງ ແລະ ຕິດພັນກັບການຮ່ວມມືສອງຊາດ ລາວ-ຈີນ. ໃນການຄົ້ນຄວ້າແມ່ນໄດ້ລົງເລິກການຄົ້ນຄວ້າແບບຍຸດທະສາດ, ຜົນກະທົບທີ່ຈະມີຕໍ່ການພົວພັນຂອງສອງປະ ເທດ ທີ່ສາມາດນໍາໄປຂະຫຍາຍຜົນ ແລະ ຜັນຂະຫຍາຍໃນອະນາຄົດ. ການສ້າງຕັ້ງໂຄງການຄົ້ນຄວ້າຮ່ວມລາວ-ຈີນຂຶ້ນມານີ້ ຄາດວ່າຈະສາມາດເພີ່ມຂີດຄວາມສາມາດ ແລະ ປະສິດທິພາບໃນການຄົ້ນຄວ້າ ຂອງບັນດານັກຄົ້ນຄວ້າ ແລະ  ເພີ່ມທະວີການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ ຂອງລາວ ກັບ ບັນດາສະຖາບັນຄົ້ນຄວ້າຕ່າງໆ ຂອງຈີນ. ພ້ອມນັ້ນ, ຍັງເປັນການເພີ່ມປະສິດທິພາບໃນການຄົ້ນຄວ້າໃຫ້ມີລັກສະນະລົງເລິກ ແລະ ມີຄວາມຮັດກຸມທາງດ້ານເນື້ອໃນ. ສະຖາບັນການຕ່າງປະເທດ ແລະ ສະຖານທູດຈີນ ປະຈໍາ ສປປ ລາວ ເປັນເຈົ້າການຮ່ວມກັນໃນການຕິດຕາມ, ກວດກາການເຄື່ອນໄຫວ, ປະເມີນບົດຄົ້ນຄວ້າ, ມີການລາຍງານຜົນການຄົ້ນຄວ້າ, ການຈັດກິດຈະກຳສຳມະນາ ລວມທັງລາຍງານຜົນການເຂົ້າຮ່ວມກອງປະຊຸມຕ່າງໆ ທີ່ປີ່ນອ້ອມ ຢ່າງເປັນລະບົບ ແລະ ເປັນປົກກະຕິ.

 

ຕະຫຼອດ 07 ປີ ຜ່ານມາ, ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ໄດ້ມີບົດບາດສຳຄັນໃນການສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໃນການໂຄສະນາເຜີຍແຜ່ຂໍ້ມູນຕ່າງໆ ຂອງສອງຝ່າຍ ໃຫ້ແກ່ສາທາລະນະຊົນ ຂອງກັນ ແລະ ກັນ ຊາບ ອັນໄດ້ເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ-ລາວ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ, ທັງສອງຝ່າຍມີການສະໜູນສະໜູນ ເຊິ່ງກັນ ແລະ ກັນ ໃນບັນຫາຕ່າງໆ ທີ່ພາກພື້ນ ແລະ ສາກົນ ໃຫ້ຄວາມສົນໃຈ ໂດຍສະເພາະ ແມ່ນເຜີຍແຜ່ຂໍ້ມູນຄວາມເປັນຈິງຂອງເຫດການຕ່າງໆ ທີ່ເກີດຂຶ້ນຢູ່ໃນສອງປະເທດ. ໄລຍະຜ່ານມາ, ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ໄດ້ເຮັດໜ້າທີ່ຂອງຕົນ ໃນຫຼາກຫລາຍບົດບາດ ທັງການຄົ້ນຄວ້າບັນຫາຍຸດທະສາດ, ບັນຫາພາກພື້ນ ແລະ ສາກົນ ທີ່ກຳລັງເຄັ່ງຮ້ອນ, ຄົ້ນຄວ້າຮຽບຮຽງຂຽນປື້ມທີ່ຕິດພັນກັບການສົ່ງເສີມ ແລະ ເພີ່ມທະວີຮັດແໜ້ນການພົວພັນສອງຝ່າຍ, ຈັດສຳມະນາ, ປາຖະກະຖາ ໃນໂອກາດຕ່າງໆ, ນອກນັ້ນ, ຍັງໄດ້ຂຽນຮຽບຮຽງບົດຄວາມໃນຫົວຂໍ້ຕ່າງໆ ລົງໜັງສືພິມ ເພື່ອເຜີຍແຜ່ຂໍ້ມູນ, ຄວາມເປັນຈິງ ທີ່ເກີດຂຶ້ນຢູ່ພາຍໃນສອງປະເທດ. ຜົນງານຕ່າງໆເຫຼົ່ານັ້ນ ລ້ວນແລ້ວເປັນສິ່ງຢັ້ງຢືນ ເຖິງການເຕີບໃຫ່ຍຂະຫຍາຍຕົວ ຂອງໂຄງການຄົ້ນຄວ້າຮ່ວມລາວ-ຈີນ. ຕະຫຼອດຫລາຍປີຜ່ານມາ, ຈາກທີ່ເຄີຍມີພະນັກງານ ພຽງແຕ່ 2 ຄົນ ທີ່ເຮັດວຽກຕິດພັນໂດຍກົງກັບໂຄງການ ນັບແຕ່ມື້ທຳອິດທີ່ມີການເປີດໂຄງການ. ມາຮອດປັດຈຸບັນ, ຈໍານວນພະນັກງານ ແລະ ຜົນງານຕ່າງໆ ໄດ້ເຕີບໃຫ່ຍຂະຫຍາຍຕົວ ໂດຍມີການຈັດຕັ້ງ ແລະ ລະບຽບການເຄື່ອນໄຫວຕ່າງໆ ທີ່ເອື້ອອຳນວຍໃຫ້ແກ່ການສົ່ງເສີມຂີດຄວາມສາມາດ ໃນການສ້າງນັກຄົ້ນຄວ້າໜຸ່ມນ້ອຍຂອງສອງຝ່າຍ. ໃນເບື້ອງຕົ້ນ, ບໍ່ຄາດຄິດເລີຍວ່າ ໂຄງການດັ່ງກ່າວຈະເຕີບໃຫ່ຍຂະຫຍາຍຕົວ ແລະ ຍືນຍົງມາຮອດມື້ນີ້ໄດ້ ເພາະເປົ້າໝາຍ, ແນວທາງ ແລະ ວິໄສທັດ ຍັງບໍ່ທັນຊັດເຈນ ພຽງແຕ່ສ້າງຕັ້ງຂຶ້ນຕາມຄວາມຮຽກຕ້ອງການ ທີ່ຢາກສົ່ງເສີມການຄົ້ນຄວ້າຮ່ວມສອງຝ່າຍ ທີ່ມີການແລກປ່ຽນນັກຄົ້ນຄວ້າ ຈາກສະຖາບັນຄັງປັນຍາຝ່າຍຈີນ ເທົ່ານັ້ນ, ກົງກັນຂ້າມ, ມາຮອດປັດຈຸບັນນີ້ ໂຄງການດັ່ງກ່າວ ໄດ້ເຕີບໃຫ່ຍກ້າວໄປໄກ ເກີນທີ່ຄາດໝາຍໄວ້.  ຕະຫຼອດເຈັດປີຜ່ານມາ, ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ໄດ້ມີຜົນງານຂອງຕົນ ຢ່າງເຫັນໄດ້ຈະແຈ້ງ ໂດຍສະເພາະ ໄດ້ມີການຄົ້ນຄວ້າສະພາບການເດັ່ນ ພາກພື້ນ ແລະ ສາກົນ ຈຳນວນ 65 ບົດ,  ຈັດປະຊຸມສໍາມະນາ ຈໍານວນ 22 ຄັ້ງ ແລະ ການຂຽນບົດຄວາມ ຈໍານວນ 52 ບົດ ເຜີຍແຜ່ລົງສື່ມວນຊົນ ເພື່ອໃຫ້ສາທາລະນະຊົນ ທັງສອງຝ່າຍ ໄດ້ຮັບຮູ້ຄວາມເປັນຈິງຂອງເຫດການ ແລະ ບັນຫານັ້ນໆ. ການປະຕິບັດພາລະບົດບາດດັ່ງກ່າວຂອງໂຄງການ ໄດ້ມີບົດບາດສຳຄັນຫລາຍໃນການເສີມສ້າງຄວາມເຂົ້າໃຈ ກໍຄືການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານໜຸ່ມນ້ອຍຂອງກະຊວງການຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານຂອງສະຖາບັນການຕ່າງປະເທດ.  ນອກຈາກບັນດາຜົນງານທີ່ກ່າວມານັ້ນ, ທັງສອງຝ່າຍມີການແລກປ່ຽນນັກຄົ້ນຄວ້າຮ່ວມກັນໃນແຕ່ປີ ໂດຍສະຖາບັນຄົ້ນຄວ້າຂອງ ສປ ຈີນ ໄດ້ເຊື້ອເຊີນເອົານັກຄົ້ນຄວ້າໜຸ່ມນ້ອຍ ຂອງສະຖາບັນການຕ່າງປະເທດ ໄປຄົ້ນຄວ້າຮ່ວມກັນຢູ່ ປັກກິ່ງ, ຊຽງໄຮ້, ໜານໜິງ ແລະ ຄຸນໜິງ ຕາມລໍາດັບ. ຜົນງານທີ່ໂດດເດັ່ນໃນການຄົ້ວຄວ້າຮ່ວມ ໄດ້ຖືກຕີພີມລົງໃນວາລະສານຂອງສະຖາບັນຄົ້ນຄວ້າຂອງທັງສອງຝ່າຍ.  ອີກໜຶ່ງຜົນງານທີ່ພົ້ນເດັ່ນຂອງໂຄງການ ແມ່ນການຂຽນ ແລະ ຈັດພີມປື້ມ “ການເຊື່ອມໂຍງຂອງສອງຊາດ ໂດຍຜ່ານເສັ້ນ ທາງລົດໄຟ ລາວ-ຈີນ”  ເຊິ່ງໄດ້ມີການເປີດຕົວປື້ມ ໃນຄັ້ງວັນທີ 01 ທັນວາ 2021 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະນຳກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ.ໃນພິທີ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄຳເຫັນເປີດປື້ມ ໂດຍຍົກໃຫ້ເຫັນທ່າແຮງ, ຜົນປະໂຫຍດທີ່ລາວຈະໄດ້ຮັບຈາກໂຄງການລົດໄຟຄວາມໄວສູງ ລາວ-ຈີນ ກໍຄືການຕັດສິນໃຈອັນສູງສົ່ງຂອງການນຳທັງສອງຝ່າຍ ທີ່ມີຄວາມມຸ້ງມາດປາດຖະໜາ ອັນແຮງກ້າ ໃນການກໍ່ສ້າງເສັ້ນທາງມິດຕະພາບ, ການເຊື່ອມຕໍ່ລາວ-ຈີນ ເຂົ້າເປັນໜຶ່່ງດຽວກັນ. ພ້ອມກັນນັ້ນ, ກໍໄດ້ຕີລາສູງ ແລະ ຍ້ອງຍໍຊົມເຊີຍ ການຈັດພິມປື້ມດັ່ງກ່າວນີ້ ຂອງສະຖາບັນການຕ່າງປະເທດ ໂດຍສະເພາະ ແມ່ນໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ເພື່ອເຜີຍແຜ່ຂໍ້ມູນອັນຖືກຕ້ອງໃຫ້ແກ່ຜູ້ອ່ານ ກໍຄືມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າໃຈຕໍໍ່ໂຄງການເສັ້ນທາງລົດໄຟຄວາມໄວສູູງ ລາວ-ຈີນ ຢ່າງຖືກຕ້ອງ. ແນ່ນອນກ່ອນໂຄງການລົດໄຟຄວາມສູງ ລາວ-ຈີນ ຈະໄດ້ຮັບການກໍ່ສ້າງ ແລະ ເປີດນໍາໃຊ້ ໄດ້ມີຫລາຍໆຫາງສຽງ ທັງສະໜັບສະໜູນ ແລະ ຄັດຄ້ານ ທີ່ບັນດາສື່ມ່ວນຊົນ, ສາມັນຊົນ ນຳເອົາໄປວິພາກ, ວິຈານ ໃນທາງບໍໍ່ສ້າງສັນ. ສະນັ້ນ, ການຈັດພິມດັ່ງກ່າວ ແມ່ນເພື່ອສະໜອງຂໍ້ມູນຄວາມເປັນຈິງຂອງໂຄງການລົດໄຟລາວ-ຈີນ ໃຫ້ແກ່ສາທານະຊົນ ໄດ້ເຂົ້າໃຈກັນຢ່າງເປັນເອກະພາບ ເຊິ່ງນັບວ່າ ເປັນການປະກອບສ່ວນສຳຄັນ ໃນເຜີຍແຜ່ຂໍ້ມູນໄດ້ຢ່າງທັນການ,  ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງໄດ້ຮັບສຽງຕອບຮັບທີ່ດີຈາກບັນດາຜູ້ອ່ານ.

 

ຕະຫຼອດໄລຍະຜ່ານມາ, ຄະນະພັກ, ຄະນະນຳກະຊວງການຕ່າງປະເທດ ກໍຄື ຄະນະສະຖາບັນການຕ່າງປະເທດ ໄດ້ໃຫ້ການຊີ້ນຳຢ່າງໃກ້ຊິດ, ທັນການ ຕໍ່ແຜນງານ, ກິດຈະກຳຕ່າງໆ ຂອງໂຄງການຄົ້ນ ຄວ້າຮ່ວມ ລາວ-ຈີນ ລວມທັງໄດ້ຮັບການສະໜັບສະໜູນດ້ານງົບປະມານ, ການອໍານວຍຄວາມສະດວກດ້ານອຸປະກອນຮັບໃຊ້ແກ່ໂຄງການຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ. ນອກນັ້ນ, ບັນດາພະນັກງານສະຖາບັນການຕ່າງປະເທດ ໂດຍສະເພາະ ຜູ້ທີ່ເຮັດວຽກຕິດພັນກັບໂຄງການ ກໍລ້ວນແລ້ວແຕ່ມີຄວາມຫ້າວຫັນ, ມີຄຸນວຸດທິການສຶກສາສູງ ແລະ ບໍລິຫານໂຄງ ການດ້ວຍຄວາມໂປ່ງໃສ, ເນັ້ນໃສ່ການສ້າງຜົນງານຕ່າງໆ ໃຫ້ອອກສູ່ສາຍຕາມວນຊົນໃຫ້ໄດ້ຫລາຍໆ ເທົ່າທີ່ເປັນໄປໄດ້.

 

ລວມຄວາມແລ້ວ, ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ໄດ້ຜ່ານບັ້ນທົດສອບອັນລະອິດລະອ້ຽວມາຫລາຍປີ ຈາກການເລີ່ມຕົ້ນດ້ວຍຕົ້ນທຶນຕໍ່າ ຈົນກ້າວມາເຕີບໃຫ່ຍຂະຫຍາຍຕົວໃນມື້ນີ້ ແມ່ນຍ້ອນການຕັດໃຈອັນເດັດດ່ຽວ ຂອງຄະນະນຳກະຊວງ ກໍຄື ຄະນະສະຖາບັນການຕ່າງປະເທດ ສົມທົບກັບຄວາມເສຍ ສະຫຼະສູ້ຊົນ, ບໍ່ອິດບໍ່ເມື່ອຍຂອງພະນັກງານສະຖາບັນການຕ່າງປະເທດ ຈຶ່ງສາມາດນໍາພາໂຄງການມີບາດ ກ້າວໃບໜ້າໃໝ່ໄດ້ໃນວັນນີ້.  ດ້ວຍວິໄສທັດອັນເບິ່ງກວ້າງ ເຫັນໄກ ຂອງຄະນະພັກ-ຄະນະນຳກະຊວງ, ເຊື່ອໝັ້ນວ່າ ໃນຕໍ່ໜ້າໂຄງການຄົ້ນຄວ້າຮ່ວມລາວ-ຈີນ ຍັງຈະສ້າງສັນຜົນງານ ອັນໃໝ່ອອກມາຕະຫຼອດ ເພື່ອປະກອບສ່ວນສົ່ງເສີມ ແລະ ຮັດແໜ້ນການພົວພັນລາວ-ຈີນ ຕາມທິດ 4 ດີ: ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ທັງເປັນຄູ່ຮ່ວມຊະຕາກໍາ ທີ່ມີອຸດົມການດຽວກັນ.

(ຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ).

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484687
ມື້ນີ້203
ມື້ວານ188
ອາທິດນີ້1125
ເດືອນນີ້3992