ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສປ ຈີນ ໃນພາລະກິດປົກປັກຮັກສາປະເທດຊາດ ຕາມທິດສັງຄົມນິຍົມ

 

 

 

ບົດຄວາມ ຫົວຂໍ້ "ສປປ ລາວ ແລະ ສປ ຈີນ ໃນພາລະກິດປົກປັກຮັກສາປະເທດຊາດ ຕາມທິດສັງຄົມນິຍົມ"

   

ຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ

         

 

ສປປ ລາວ ແລະ ສປ ຈີນ ເປັນປະເທດທີ່ເດີນຕາມເສັ້ນທາງສັງຄົມນິຍົມ, ມີລະບອບການເມືອງທີ່ຄ້າຍຄືກັນ, ມີຜືນແຜ່ນດິນ ແລະ ອະທິປະໄຕ ອັນຄົບຖ້ວນສົມບູນ, ທັງສອງປະເທດ ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບຕັ້ງແຕ່ ເດືອນເມສາ ປີ 1961 ເປັນຕົ້ນມາ. ຕະຫຼອດເວລາກວ່າ 61 ປີ ຜ່ານມາ, ພາລະກິດທີ່ເປັນເປົ້າໝາຍຫຼັກຂອງ ທັງສອງປະເທດຊາດ ແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນໍາພາປະເທດຊາດ ໃຫ້ກ້າວຂຶ້ນສູ່ສັງຄົມນິຍົມ ທີ່ອຸດົມຮັ່ງມີຢ່າງເຕັມສ່ວນ ເທື່ອລະກ້າວ, ສ້າງຄວາມຜາສຸກ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ, ສ້າງຄວາມສາມັກຄີພາຍໃນ, ສ້າງຄວາມສົມບູນພູນສຸກ ແລະ ຄວາມສີວິໄລ ແກ່ປະເທດຊາດ, ສ້າງປະຊາທິປະໄຕປະຊາຊົນ ທີ່ກ້າວໜ້າຢ່າງແທ້ຈິງ. ດ້ານນະໂຍບາຍການຕ່າງປະເທດ ແລະ ພົວພັນຮ່ວມມືສາກົນ ແມ່ນສົ່ງເສີມການພົວພັນຮ່ວມມືທີ່ດີກັບທຸກປະເທດ ໂດຍບໍ່ຈໍາແນກລະບອບການເມືອງ, ຖືເອົາການພົວພັນດ້ານການເມືອງ-ການທູດ ເປັນຕົ້ນຕໍ ໃນການຂະຫຍາຍການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ເຕັກນິກວິທະຍາສາດ ແລະ ດ້ານອື່ນໆ ເພື່ອເປັນການປະກອບສ່ວນອັນສໍາຄັນໃນການສົ່ງເສີມສັນຕິິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນພາກພື້ນ ແລະ ໃນໂລກ.

         

ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ ພາລະກິດສະເພາະໜ້າ ບໍ່ວ່າວຽກງານການພົວພັນ ແລະ ຮ່ວມມືໃນພາກພື້ນ ແລະ ສາກົນ ຕ່າງກໍຕ້ອງປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາກຫຼາຍຮູບແບບ ທີ່ຈະເປັນບົດພິສູດ ແລະ ຮຽກຮ້ອງໃຫ້ທັງສອງປະເທດ ຕ້ອງໄດ້ລົງເລິກການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສູ້ຊົນຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຂອງຕົນເອງ ເພື່ອນໍາພາປະເທດຊາດ ໃຫ້ສາມາດຜ່ານຜ່າສິ່ງກີດຂວາງ ນາໆປະການຢ່າງເປັນເຈົ້າການ ເພື່ອໃຫ້ບັນລຸຜົນເປັນຈິງໃນອະນາຄົດຂ້າງໜ້າ. ມາຮອດປັດຈຸບັນ, ສະຖານະການໃນພາກພື້ນ ກໍຄືື ສາກົນ ມີທ່າອ່ຽງທີ່ບໍ່ແນ່ນອນ ແລະ ມີການຜັນປ່ຽນຢ່າງໄວວາ, ເຊິ່ງມາຈາກບາງສາຍເຫດຕົ້ນຕໍ ເຊັ່ນ: ອັນທີ່ໜຶ່ງ, ແມ່ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ແກ່ຍາວມາເປັນໄລຍະເວລາເກືອບ 3 ປີ ເຊິ່ງສົ່ງຜົນກະທົບຢ່າງໜັກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວໂລກ ແລະ ເຮັດໃຫ້ເກີດວິກິດການທາງດ້ານເສດຖະກິດ ຢູ່ຫຼາຍປະເທດ, ອຸດສາຫະກໍາການທ່ອງທ່ຽວຖືກປິດ; ສະຖາບັນການສຶກສາຖືກ ປິດ. ໂຮງຈັກໂຮງງານໂຈະການຜະລິດແບບບໍ່ມີກໍານົດການ, ເຮັດໃຫ້ຕົວເລກຄົນຫວ່າງງານເພີ່ມຂຶ້ນຢ່າງຫຼວງ ຫຼາຍ. ຍ້ອນສະພາບມີການແກ່ຍາວຄືແນວນີ້, ຊາວໂລກ ຈໍາເປັນຕ້ອງໄດ້ຫັນປ່ຽນການດໍາລົງຊີວິດ ຮູບແບບໃໝ່ ເພື່ອປັບຕົວໃຫ້ເຂົ້າກັບສະພາບຄວາມເປັນຈິງ ທີ່ຕ້ອງໄປຄຽງຄູ່ກັບການຟື້ນຟູເສດຖະກິດໂລກ ໃຫ້ກັບຄືນມາມີຊີວິດຊີວາອີກຄັ້ງໃໝ່; ສອງ, ແມ່ນການປ່ຽນແປງຂອງສະພາບແວດລ້ອມ ແລະ ດິນຟ້າອາກາດ ອັນກໍໃຫ້ເກີດມີໄພທໍາມະຊາດຕາມມາ ເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ໄພພິບັດອື່ນໆ ເປັນປະຈໍາ; ສາມ, ແມ່ນການ     ແຂ່ງຂັນກັນຂອງ ບັນດາປະເທດມະຫາອໍານາດ ເຊິ່ງເປັນຜົນພວງໃຫ້ເກີດການປະທະກັນດ້ານກໍາລັງອາວຸດ ແລະ ການຂວໍ້າບາດທາງເສດຖະກິດ ທີ່ໄດ້ສົ່ງຜົນກະທົບ ແລະ ວິກິດການດ້ານອາຫານ ແລະ ພະລັງງານ ເປັນວົງກວ້າງຢູ່ທົ່ວໂລກ.

         

ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍຕ່າງໆເຫຼົ່ານັ້ນ ໄດ້ເປັນບົດພິສູດອັນສໍາຄັນຂອງ ສອງຊາດ ລາວ ແລະ ຈີນ ໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ ເພື່ອຜ່ານຜ່າອຸປະສັກນາໆປະການ ແລະ ໃຫ້ບັນລຸຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ຂອງ ພັກ-ລັດຖະບານຂອງສອງປະເທດ. ໃນຂອບຫຼາຍຝ່າຍ, ສອງຊາດ ລາວ-ຈີນ ຍັງໄດ້ປະສານສົມທົບກັນຢ່າງແໜ້ນແກ່ນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອປົກປ້ອງຜົນປະ ໂຫຍດຂອງສອງຊາດ ແລະ ທັງເປັນການປະກອບສ່ວນໃນການສ້າງສັນຕິພາບ, ຄວາມສາມັກຄີ ປອງດອງ ແລະ ການຮ່ວມມື ເພື່ອການພັດທະນາ.

       

ພັກກອມມູນິດຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1921, ຈາກນັ້ນ ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນຈີນບັນດາເຜົ່າ ຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາຊົນຈີນ ໃນປີ 1949. ຈາກນັ້ນ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ເຊິ່ງເປັນ ສັງຄົມນິຍົມ ທີ່ທັນສະໄໝເຂັ້ມແຂງຮອບດ້ານ. ເປົ້າໝາຍຫຼັກຂອງ ພັກຄອມມູນິດຈີນ ກໍຄື ຜູ້ນໍາຈີນໃນແຕ່ລະຮຸ້ນ, ແຕ່ລະສະໄໝ ແມ່ນຕ້ອງສ້າງຄວາມເຂັ້ມແຂງ ແລະ ຍິ່ງໃຫຍ່ຂອງຈີນ ກັບຄືນມາອີກ, ພາຍຫຼັງປະເທດຊາດໄດ້ເຊື່ອມໂຊມຫຼ້າຫຼັງ ມາເປັນເວລາ 100 ກວ່າປີ. ເສັ້ນທາງຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດ ໃຫ້ກັບຄືນມາສູ່ຄວາມສີວິໄລ ຈຶ່ງເປັນບູລິມະສິດຕົ້ນຕໍ ທີ່ລັດຖະບານຈີນ ໄດ້ຕັ້ງເປົ້າໝາຍໄວ້ໃຫ້ສໍາເລັດ. ຈົນມາຮອດກອງປະຊຸມໃຫຍ່ ຄັ້ງທີ 18 ແລະ 19 ພາຍໃຕ້ການຊີ້ນໍາ-ນໍາພາຂອງປະທານ ສີ ຈິ້ນຜິງ, ໃນການມຸ້ງໜ້າເດີນຕາມລະບອບປະຊາທິປະໄຕຂອງສັງຄົມນິຍົມ, ສ້າງໃຫ້ເສດຖະກິດຂອງຈີນ ມີການຂະຫຍາຍ ຕົວແບບກ້າວກະໂດດ, ສືບຕໍ່ປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກ ເພື່ອດຶງດູດການລົງທຶນ ແລະ ສາມາດຮັບປະກັນ ໃຫ້ມີການພັດທະນາເສດຖະກິດ ທີ່ມີບາດກ້າວໃໝ່ ພຽບພ້ອມໄປດ້ວຍຄຸນນະພາບທີ່ດີ, ຈົນສາມາດລົບລ້າງຄວາມທຸກຍາກໄດ້ທົ່ວປະເທດ, ຖືເປັນໄຊຊະນະຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ. ພ້ອມດຽວກັນນີ້, ໃນແຜນການ 5 ປີ ຄັ້ງທີ 14 ຍັງໄດ້ກໍານົດຢ່າງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ຕ້ອງຮັບປະກັນໃຫ້ບັນລຸເປົ້າໝາຍໃນການສ້າງໃຫ້ຈີນ ເປັນປະເທດສັງຄົມນິຍົມ ທີ່ທັນສະໄໝຮອບດ້ານ ໂດຍພື້ນຖານໃນປີ 2035.

        

ພາຍໃຕ້ ການນໍາພາຂອງ ທ່ານ ສີ ຈິ້ນຜິງ, ສປ ຈີນ ໄດ້ບັນລຸຜົນສໍາເລັດ  3 ເຫດການປະຫວັດສາດ ຄື: 1. ຮັກສາບົດບາດການນໍາພາຂອງພັກກອມມູນິດຈີນໄດ້ 100 ປີ; 2. ຮັບປະກັນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຂັ້ມແຂງຮອບດ້ານ ຈົນເຮັດໃຫ້ເສດຖະກິດຂອງ ສປ ຈີນ ກ້າວຂຶ້ນສູ່ ອັນດັບ 2 ຂອງໂລກ ຮອງຈາກ ອາເມຣິກາ, ເຮັດໃຫ້ບົດບາດ, ອິດທະພົນຂອງ ສປ ຈີນ ພົ້ນເດັ່ນ ໃນເວທີພາກພື້ນ ແລະ ສາກົນ; 3. ປະກາດເປັນປະເທດທີ່ຫຼຸດພົ້ນຈາກຄວາມທຸກຍາກ, ສັງຄົມມີຄວາມຜາສຸກໃນທົ່ວປະເທດຈີນ.

       

ຈາກຜົນສໍາເລັດໃນການນໍາພາປະເທດຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງ ສປ ຈີນ, ເຮັດໃຫ້ເປັນແບບຢ່າງ ແລະ ແວ່ນແຍງທີ່ດີ ແລະ ເປັນກໍາລັງແຮງພັກດັນ ໃຫ້ ສປປ ລາວ ທີ່ມີລະບອບການ ເມືອງຄ້າຍຄືກັນ ມີຄວາມພະຍາຍາມບຸກບືນສູ້ຊົນ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ ຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ມາໃຫ້ຊາດຕົນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 02 ທັນວາ 1975. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກປະຊາ ຊົນ ປະຕິວັດລາວ ກໍໄດ້ມີການວາງແນວທາງນະໂຍບາຍ ສ້າງສາພັດທະນາເປັນແຕ່ລະໄລຍະ ເພື່ອໃຫ້ແທດ       ເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ໂດຍອີງໃສ່ສະພາບຂອງພາກພື້ນ ແລະ ສາກົນ. ມາຮອດ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ IV ໃນປີ 1986, ກໍໄດ້ຮັບຮອງເອົານະໂຍບາຍປ່ຽນແປງໃໝ່ດ້ານນະໂຍບາຍການຕ່າງປະເທດ ແມ່ນຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”  ແລະ ປີ 1991, ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V ໄດ້ໄຂຂຶ້ນທ່າມກາງສະພາບສາກົນມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ການຫຼົ້ມສະຫຼາຍຂອງສະຫະພາບໂຊວຽດ. ພາຍໃຕ້ການຊີ້ນໍາ-ນໍາພາຂອງ ປະທານ ໄກສອນ ພົມວິຫານ, ໄດ້ສືບຕໍ່ນະໂຍບາຍການຕ່າງປະເທດ ໃນການເພີ່ມມິດ ເພື່ອຫຼຸດຜ່ອນສັດຕູ, ຍົກສູງຖານະບົດບາດຂອງລາວເຮົາ ໃນເວທີພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບສູງຂຶ້ນ ຈົນໄດ້ຮັບຄວາມໄວ້ວາງໃຈແລະ ໄດ້ຮັບການສະໜັບສະໜູນຈາກສາກົນ ຢ່າງສະໝໍ່າສະເໝີ.

       

ດ້ານການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ມີການສືບຕໍ່ຊຸກຍູ້ຊ່ວຍເຫຼືອເຊິ່ງກັນແລະ ກັນ.  ການພົວພັນຮ່ວມມື ໄດ້ຮັບການເສີມຂະຫຍາຍ ເຂົ້າສູ່ລວງເລິກ ແລະ ລວງກວ້າງ ກວມເອົາທຸກຂົງເຂດວຽກງານ. ສປ ຈີນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການສ້າງສາພັດທະນາ ແມ່ນໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ. ຈາກຜົນງານການຮ່ວມມືທີ່ດີ ແລະ ສະເໝີຕົ້ນສະເໝີປາຍ ຕະຫຼອດ 61 ປີ ນັ້ນ, ທັງສອງປະເທດ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ເຊິ່ງປັດຈຸບັນສອງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກໍາດຽວກັນ. ພ້ອມດຽວກັນນີ້, ຜົນງານການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ທີ່ເປັນສິ່ງພາກພູມໃຈ ກໍແມ່ນການຕັດສິນໃຈສູງຂອງທັງສອງປະເທດ ໃນການຮ່ວມມືຜັນຂະຫຍາຍແນວຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຜູ້ນໍາ ຈີນ ແລະ ຍຸດທະສາດການປ່ຽນແປງສະຖານະພາບຂອງປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ  ໃຫ້ເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງ ສປປ ລາວ, ຈຶ່ງໄດ້ພ້ອມກັນສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນສັນຍາລັກຂອງການພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 03 ທັນວາ 2021, ເສັ້ນທາງລົດໄຟ ລາວ-ຈີນ ນີ້ ໄດ້ກາຍເປັນເສັ້ນທາງໃນການເຊື່ອມໂຍງ-ເຊື່ອມຈອດ ຂົງເຂດພາກພື້ນ ແລະ ສາກົນ.

       

ມາຮອດ ວັນທີ 03 ເດືອນທັນວາ ປີ 2022, ເຊິ່ງເປັນວັນຄົບຮອບ 1 ປີ ຂອງການເປີດນໍາໃຊ້ເສັ້ນທາງລົດໄຟ ຄວາມໄວສູງ ລາວ-ຈີນ ເຊິ່ງກົງກັນກັບ ໄລຍະຂອງການສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ, ວັນທີ 02 ທັນວາ 2022 ຄົບຮອບ 47 ປີ. ເສັ້ນທາງລົດໄຟ ລາວ-ຈີນ ຖືເປັນເສັ້ນທາງທໍາອິດຂອງພາກພື້ນອາຊີອາຄະເນ ກໍຄື ອາຊຽນ ທີ່ຈະເປັນຈຸດເລີ່ມຕົ້ນ ໃນການເຊື່ອມຕໍ່ກັບເອີຣົບ. ເສັ້ນທາງລົດໄຟສາຍປະຫວັດສາດນີ້ ກໍເປັນອີກພາລະກິດສໍາຄັນໜຶ່ງ ທີ່ ສອງຊາດ ລາວ-ຈີນ ຈະຕ້ອງໄດ້ປົກປັກຮັກສາ ແລະ ພັດທະນາຮ່ວມກັນ ເພື່ອໃຫ້ກາຍເປັນເສັ້ນທາງລົດໄຟສາຍມິດຕະພາບ ລາວ-ຈີນ ແລະ ຮັກສາຄວາມເປັນເອກະລັກອັນ ສໍາຄັນຂອງສອງຊາດ ລາວ-ຈີນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ. (ຈົບ) 

    

     

    

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460