ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະມາຄົມ​ມິດຕະພາບ​ລາວ-ສປປ ​ເກົາຫລີ ຈັດ​ປາຖະກະຖາ ເນື່ອງ​ໃນ​ໂອກາດ ວັນ​ເກີດ​ຜູ້​ນໍາ ສປປ ​ເກົາຫລີ​

​ໃນຕອນ​ເຊົ້າ ຂອງ ​ວັນ​ທີ 15 ກຸມພາ 2016 ທີ່​ສະ​ໂມ​ສອນ​ໃຫ່ຍ ຂອງຫ້ອງ​ວ່າການ​ເມືອງ​ສັງ​ທອງ, ໄດ້​ມີ​ຈັດ​ປາຖະກະຖາ, ສາຍຮູບ​ເງົາ ​ແລະ ວາງສະ​ແດງ​ຮູບ​ພາບ ​ເພື່ອ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ ຂອງ​ສະຫາຍ ກິມ ​ເຈິ​ງ ອິນ,ຜູ້​ນໍາ​ທີ່​ຍິ່ງ​ໃຫ່ຍຕະຫລອດ​ການຂອງ​ປະຊາຊົນ ​ເກົາຫລີ ຄົບຮອບ 74 ປີ(16/2/1942-16/2/2016). ​ເຂົ້າຮ່ວມ​ໃນ​ງານ​ປາຖະກະຖາ​ຄັ້ງນີ້ ມີ ສະຫາຍ ຄໍາ​ພັນ ສິດທິ​ດໍາ​ພາ, ກໍາມະການ​ສູນ​ກາງ​ພັກ ປະທານ​ສານປະຊາຊົນ​ສູງ​ສຸດ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ສປປ ເກົາຫລີ, ສະຫາຍ ຄໍາໝູນ ຕຽງທະລາ​ດ, ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງ ​ເມືອງ​ສັງ​ທອງ ​ແລະ ສະຫາຍ ລີ​ຊາງ ກູນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງສປປ ​ເກົາຫລີ ປະ​ຈໍາ ສປປ ລາວແລະ ມີ​ພະນັກງານ​ຫລັກ​ແຫ​ລ່ງອ້ອມ​ຂ້າງ​ເມືອງ​ສັງ​ທອງ​ເຂົ້າຮ່ວມ​ເປັນ​ຈໍານວນ 200 ກ່ວາ​ຄົນ.


ການຈັດ​ປາຖະກະຖາ​ແບບ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈໍາປີ ຂອງ​ສະມາຄົມ​ມິດຕະພາບ​ລາວ-ສປປ ​ເກົາຫລີ ຮ່ວມ​ກັບ​ສະຖານທູດ​ ສປປ ​ເກົາຫລີ ປະ​ຈໍາ ສປປ ລາວ ​ເພື່ອ​ເປັນ​ການ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ ຂອງ ອາ​ດີດ​ການ​ນໍາ​ຂັ້ນສູງ​ຂອງ​ພັກ,ລັດ ສປປ ​ເກົາຫລີ, ທັງ​ເປັນ​ໂອກາດ​ດີ​ໃຫ້​ແກ່​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລາວ​ໄດ້​ຮັບ​ຊາບ​ກ່ຽວກັບ​ສະພາບ​ອັນ​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ ສປປ ​ເກົາຫລີ​ໃນ​ປະຈຸ​ບັນ.
ໃນ​ໂອກາດ​ນີ້, ສະຫາຍ ລີ​ຊາງ ກູນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ແຫ່ງສປປ ​ເກົາຫລີ ປະ​ຈໍາ ສປປ ລາວ​ໄດ້​ແຈ້ງ​ໃຫ້​ຜູ້​ເຂົ້າຮ່ວມ​ງານກ່ຽວກັບ​ຜົນງານ ໃນ​ການ​ເຄື່ອນ​ໄຫວ ທີ່​ບໍ່ຮູ້​ອິດ​ເມື່ອ​ຍ ຂອງ ສະຫາຍ ກິມ ​ເຈິ​ງ ອິນ ​​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ສປປ ​ເກົາຫລີ ​ ໃນ​​ໄລຍະ​ທີ່​ສະຫາຍ​ເປັນ​ຜູ້​ນໍາ​ສູງ​ສຸດ​ຂອງ​ປະ​ເທດ ​ແລະ ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ສໍາ​ເລັດ​ດ້ານ​ຕ່າງໆ ຂອງ ສປປ ​ເກົາຫລີ ​ໃນ​​ໄລຍະ​ຜ່ານ​ມາກໍ່ຄື​ປະຈຸ​ບັນ.
ສະຫາຍ ​ເອກ​ອັກຄະ​ລັດ​ຖະທູດສປປ ​ເກົາຫລີຍັງ​ໄດ້​ຕີ​ລາຄາສູງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສປປ ເກົາຫລີ ຕະຫລອດໄລຍະຜ່ານມາເຊິ່ງທັງສອງຝ່າຍໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ, ແລກປ່ຽນບົດຮຽນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ​ແຕ່ລະ​ປະ​ເທດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485749
ມື້ນີ້48
ມື້ວານ206
ອາທິດນີ້785
ເດືອນນີ້5054