ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອາເມຣິກາ ເພີ່ມການຮ່ວມມືດ້ານການຄ້າ ແລະ ການລົງທຶນ

khemman usa

ຜູ້​ແທນ​ການ​ຄ້າ​ປະເທດ​ສະຫະ​ລັດ​ອາ​ເມ​ຣິ​ກາ ທ່ານ ໄມ​ໂຄ ໂຟຼ​ແມນ ແລະ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າຂອງ ​ສປປ ລາວ ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ໄດ້​ເຊັນ​ສັນຍາ​ການ​ຄ້າ ແລະ ການ​ລົງທຶນສອງ​ຝ່າຍ ເຊິ່ງ​ທັງ​ສອງ​ທ່ານ​ໄດ້ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ​ລັດຖະ​ມົນຕີ​ເສດຖະກິດ​ອາ​ຊຽນ-ອາເມ​ຣິ​ກາ​ ຢູ່​ຊານ​ຟຼານ​ຊິດ​ໂກ ລັດແຄ​ລິ​ຟໍ​ເນຍ​ ອາທິດ​ທີ່​ຜ່ານ​ມາ.

ສັນຍາ​ການ​ຄ້າ ແລະ ການລົງທຶນ​ແມ່ນ​ເວທີ​ໃຫ້​ປະເທດ​ສະຫະ​ລັດ​ອາ​ເມ​ຣິ​ກາ ແລະ ​ສປປ ລາວ ສາມາດ​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ການ​ຄ້າ ​ການລົງທຶນ ເພື່ອ​ເສີມ​ຂະຫຍາຍ​ສາຍສຳພັນ​ເສດຖະກິດ​ສອງ​ຝ່າຍ ໂດຍ​ຜ່ານ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ສິ່ງ​ກີດຂວາງ​ທີ່​ບໍ່​ແມ່ນ​ພາສີ ຊັບ​ສິນ​ທາງປັນຍາ ການ​ປົກ​ປ້ອງ​ສິ່ງ​ແວດລ້ອມ ແລະ ການ​ສ້າງ​ຄວາມ​ສາມາດ​ສັນຍາ​ນີ້ ຍັງ​ແມ່ນ​ເວທີ​ເພື່ອປະສານ​ງານ​ກ່ຽວ​ກັບ​ບັນຫາ​ຫຼາຍຝ່າຍ ແລະ ພາກ​ພື້ນ ເຊັ່ນ: ການເຊື່ອມ​ໂຍງ AEC “ການ​ເຊັນ​ສັນຍາ​ຄັ້ງ​ນີ້ ​ຈະ​ແມ່ນ​ພາຫະນະເພື່ອເສີມ​ຂະຫຍາຍ​ສາຍ​ພົວພັນ​ການຄ້າ ແລະ ການ​ລົງທຶນ ສະຫະລັດອາ​ເມ​ຣິ​ກາ-​ສປປ ລາວ” ທ່ານ ໂຟຼ​ແມນ ກ່າວ​ໄວ້ “ສັນຍາ​ນີ້​ສະທ້ອນ​ເຖິງ​ຄວາມ​ຕັ້ງໃຈ​ຂອງ​ປະທາ​ນາ​ທິ​ບໍດີ ບາ​ຣັກ ໂອ​ບາ​ມາ ທີ່​ມີ​ຕໍ່​ອາ​ຊຽນ ແລະ ການ​ເພີ່ມ​ໂອກາດ​ທາງ​ເສດຖະກິດ​ລະຫວ່າງພວກ​ເຮົາ”.

ພິທີ​ເຊັນ​ສັນຍາ​ຄັ້ງ​ນີ້ ແມ່ນ​ຕົວບົ່ງ​ຊີ້​ຫຼ້າ​ສຸດ​ທີ່​ສະແດງ​ໃຫ້​ເຫັນການ​ຮ່ວມ​ມື​ທີ່​ເພີ່ມ​ ຂຶ້ນລະຫວ່າງ ລາວ ແລະ ອາ​ເມ​ຣິ​ກາ ແລະ ຈັດຂຶ້ນ​ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ-ອາ​ເມ​ຣິ​ກາ ສະໄໝ​ພິເສດ ທີ່​ຊັນ​ນີ​ແລນ ລັດ​ແຄ​ລິ​ຟໍເນຍ ເຊິ່ງ​ເປັນ​ປະທານ​ຮ່ວມ​ໂດຍປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ແລະ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ​ສປປ ລາວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485621
ມື້ນີ້126
ມື້ວານ196
ອາທິດນີ້657
ເດືອນນີ້4926