ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມແຫ່ງສປປ ລາວ, ຊຶ່ງມີ ທ່ານນາງ ຈອມ ນິ ມູນ (CHAM Nimul), ລັດຖະມົນຕີກະຊວງການຄ້າ,ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ຈີ ຢຸງ (Nguyen Chi Dzung), ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສສ. ຫວຽດນາມ. ກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງບັນດາແຂວງຢູ່ເຂດສາມຫຼ່ຽມພັດທະນາ CLV ເຂົ້າຮ່ວມຢ່າງພ້ອມພຽງ.
ສປປ ລາວ ມີຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ
ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ແລະ ກອງປະຊຸມທີ່ກ່ຽວຂ້ອງຕ່າງໆ
(The 13th Meeting of Joint Coordination Committee on Cambodia-Laos-Viet Nam Development Triangle Area and Related Meetings)
ໃນວັນທີ 26 ກຸມພາ-01 ມີນາ 2024 ທີ່ ແຂວງອັດຕະປື, ສປປ ລາວ.
ໃນຕອນເຊົ້າຂອງວັນທີ 01 ກຸມພາ 2024, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ທີ່ຫ້ອງປະຊຸມ ກະຊວງການຕ່າງປະເທດ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໂດຍມີ ຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.