ຜູ້ແທນການຄ້າປະເທດສະຫະລັດອາເມຣິກາ ທ່ານ ໄມໂຄ ໂຟຼແມນ ແລະ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງ ສປປ ລາວ ທ່ານນາງ ເຂັມມະນີ ພົນເສນາ ໄດ້ເຊັນສັນຍາການຄ້າ ແລະ ການລົງທຶນສອງຝ່າຍ ເຊິ່ງທັງສອງທ່ານໄດ້ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ-ອາເມຣິກາ ຢູ່ຊານຟຼານຊິດໂກ ລັດແຄລິຟໍເນຍ ອາທິດທີ່ຜ່ານມາ.
ໃນຕອນເຊົ້າ ຂອງ ວັນທີ 15 ກຸມພາ 2016 ທີ່ສະໂມສອນໃຫ່ຍ ຂອງຫ້ອງວ່າການເມືອງສັງທອງ, ໄດ້ມີຈັດປາຖະກະຖາ, ສາຍຮູບເງົາ ແລະ ວາງສະແດງຮູບພາບ ເພື່ອລະນຶກວັນຄ້າຍວັນເກີດ ຂອງສະຫາຍ ກິມ ເຈິງ ອິນ,ຜູ້ນໍາທີ່ຍິ່ງໃຫ່ຍຕະຫລອດການຂອງປະຊາຊົນ ເກົາຫລີ ຄົບຮອບ 74 ປີ(16/2/1942-16/2/2016). ເຂົ້າຮ່ວມໃນງານປາຖະກະຖາຄັ້ງນີ້ ມີ ສະຫາຍ ຄໍາພັນ ສິດທິດໍາພາ, ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ຮອງປະທານສະມາຄົມມິດຕະພາບລາວ-ສປປ ເກົາຫລີ, ສະຫາຍ ຄໍາໝູນ ຕຽງທະລາດ, ເລຂາພັກເມືອງ ເຈົ້າເມືອງ ເມືອງສັງທອງ ແລະ ສະຫາຍ ລີຊາງ ກູນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສປປ ເກົາຫລີ ປະຈໍາ ສປປ ລາວແລະ ມີພະນັກງານຫລັກແຫລ່ງອ້ອມຂ້າງເມືອງສັງທອງເຂົ້າຮ່ວມເປັນຈໍານວນ 200 ກ່ວາຄົນ.
ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ, ຜູ້ຕາງໜ້າພິເສດຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 1-4 ກຸມພາ 2016.