ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

07 ປີແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ (JR).

ສະຖາບັນການຕ່າງປະເທດ ແມ່ນກົງຈັກຊ່ວຍວຽກໜຶ່ງຂອງກະຊວງການຕ່າງປະເທດ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຄົ້ນຄວ້າຍຸດທະສາດການຕ່າງປະເທດ, ການຄົ້ນຄວ້າຂີດຂຽນປື້ມການພົວພັນການທູດ ແລະ ປື້ມຕໍາລາຕ່າງໆ ໃນຂົງເຂດການທູດ-ການຕ່າງປະເທດ. ນອກນັ້ນ, ຍັງມີພາລະບົດບາດເປັນໃຈກາງໃນການສ້າງແຜນການບໍາລຸງກໍ່ສ້າງພະນັກງານ ນັກການທູດຂອງລາວ ທັງດ້ານວຽກງານການຕ່າງປະເທດ, ພາສາຕ່າງປະເທດ ລວມທັງເຮັດໜ້າທີ່ພົວພັນຮ່ວມມື ກັບບັນດາສະຖາບັນຂອງປະເທດເພື່ອນມິດ ໃນພາກພື້ນ ແລະ ໃນໂລກ ແນໃສ່ເພື່ອຍາດແຍ່ງທຶນຮອນ, ການຊ່ວຍເຫຼືອເພື່ອການພັດທະນາດ້ານຊັບພະຍາກອນມະນຸດ ໃຫ້ແກ່ຂະແໜງການຕ່າງປະເທດ, ພ້ອມທັງໄດ້ເຄື່ອນໄຫວເຂົ້າຮ່ວມກິດຈະກຳການທູດຊ່ອງທາງທີສອງ (Track II Diplomacy) ຂອງບັນດາສະຖາບັນເຄື່ອຂ່າຍຄັງປັນຍາອາຊຽນ ແລະ ອາຊຽນ+3. ໃນດ້ານການຄົ້ນຄວ້າ, ສະຖາບັນການຕ່າງປະເທດ ໄດ້ມີພະແນກຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນ ທີ່ເຮັດໜ້າທີ່ໃນການຄົ້ນຄວ້າສະພາບການເດັ່ນ ຂອງສາກົນ ແລະ ພາກພື້ນ ລວມເຖິງການຄົ້ນຄວ້າບັນຫາຍຸດທະສາດຍາວນານ ເພື່ອເປັນບ່ອນອີງໃຫ້ແກ່ການວາງນະໂຍບາຍການຕ່າງ ປະເທດ ຂອງລາວ. ນອກຈາກນີ້, ຍັງເຮັດໜ້າໃນການຮຽບຮຽງ ແລະ ຂຽນປື້ມການພົວພັນການທູດຕ່າງໆ. ຄຽງຄູ່ກັນນັ້ນ, ສະຖາບັນການຕ່າງປະເທດ ພາຍໃຕ້ການຊີ້ນຳຂອງຄະນະນໍາກະຊວງ ໄດ້ຊີ້ນໍາໃຫ້ມີ ການພົວພັນຢ່າງໃກ້ຊິດກັບສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປ ຈີນ ແລະ ສະຖານທູດຈີນ ປະຈຳ ສປປ ລາວ ເພື່ອສ້າງຕັ້ງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ,  ເຊິ່ງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ແລະ ໄດ້ພ້ອມກັນເປີດຫ້ອງການຄົ້ນຄວ້າຮ່ວມ ລາວ-ຈີນ ຂຶ້ນ ໃນວັນທີ 14 ສິງຫາ 2015 ທີ່ ສະຖາບັນການຕ່າງປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ເຊິ່ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນໄລຍະນັ້ນ, ສ່ວນຝ່າຍຈີນ ແມ່ນ ທ່ານ ກວນ ຮົວະປິງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໃນໄລຍະນັ້ນ.

ອ່ານເພີ່ມເຕີມ... 

“ຊົມເຊີຍ ຜົນສຳເລັດກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ຄັ້ງທີ 20 ຢ່າງສຸດໃຈ”

 

ນັບແຕ່ວັນທີ 16-22 ຕຸລາ 2022, ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ຄັ້ງທີ 20 ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ດໍາເນີນໄປເປັນໄລຍະເວລາ 07 ວັນ ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ. ໂດຍການເປັນປະທານຂອງທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ຄະນະກໍາມະການກົມການເມືອງສູນກາງພັກກອມມູນິດຈີນ, ພາຍໃຕ້ຫົວຂໍ້ກອງປະຊຸມ: “ຊູຄັນທຸງອັນຍິ່ງໃຫຍ່ ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ສາມັກຄີກັນບາກບັ່ນສູ້ຊົນ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ” ຊຶ່ງປະກອບດ້ວຍສະມາຊິກຈາກຄະນະກໍາມະການສູນກາງພັກ ແລະ ກໍາມະການສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ ເປັນຈໍານວນ 2,296 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ພັກກອມມູນິດຈີນຈາກທົ່ວປະເທດ ຈໍານວນກວ່າ 96 ລ້ານ ສະຫາຍ.

ກອງປະຊຸມໃນຄັ້ງນີ້ ທ່ານປະທານ ສີ ຈິ້ນຜິງ, ໄດ້ຂຶ້ນກ່າວສູນທອນພົດ ສະຫຼຸບຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດວຽກງານ ຕະຫຼອດ 10 ປີຜ່ານມາ ຂອງຜົນງານອັນປະຈັກຕາຮອບດ້ານຂອງ ສປ ຈີນ ທີ່ກວມລວມເຖິງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ ທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວກະໂດດ ເຊັ່ນ: ການທະຫານ, ນະໂຍບາຍການຕ່າງປະເທດ, ພື້ນຖານໂຄງລ່າງ, ລວມໄປເຖິງນະວັດຕະກຳທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນທົ່ວປະເທດ ໃຫ້ຈະເລີນຮຸ່ງເຮືອງ ຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ.

ກອງປະຊຸມໃຫຍ່ ພັກກອມມູນິດຈີນ ຄັ້ງທີ 20 ນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ໃນການຜັນຂະຫຍາຍແນວຄິດສັງຄົມນິຍົມຂອງ ສປ ຈີນ ທີ່ມຸ້ງໜ້າເດີນຕາມລະບອບປະຊາທິປະໄຕຂອງສັງຄົມນິຍົມ  ທີ່ຍາວນານກວ່າ 100 ປີ ແລະ ຈະຍັງຄົງສືບຕໍ່ຮັກສາພາລະກິດອັນເປັນມູນເຊື້ອ ໃຫ້ສືບໄປໃນອະນາຄົດ ເພື່ອຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ພ້ອມດຽວກັນນີ້, ກໍໄດ້ຮັບຄວາມສົນໃຈ ແລະ ເອົາໃຈໃສ່ຕິດຕາມຜົນກອງປະຊຸມ ຈາກບັນດາປະເທດພາຍໃນພາກພື້ນ ແລະ ສາກົນ. ເພາະວ່າ ຕະຫຼອດໄລຍະເວລາ 2 ສະໄໝ ໃນການຊີ້ນໍາ-ນໍາພາຂອງ ທ່ານປະທານ ສີ ຈິ້ນຜິງ ອັນເປັນແກ່ນສານສໍາຄັນຂອງພັກກອມມູນິດຈີນທົ່ວທັງປະເທດ ແລະ ສາມາດຮັກສາໄດ້ຄວາມສາມັກຄີປຶກແຜ່ນ, ແໜ້ນແຟ້ນກົມກຽວ ເປັນຈິດໜຶ່ງໃຈດຽວກັນ ໃນການບໍລິຫານປະເທດ ກໍຄື ການປະສານປອງດອງກັນລະຫວ່າງ ພາກລັດ, ເອກະຊົນ ແລະ ປະຊາຊົນຈີນ ທີ່ຢູ່ພາຍໃນ ແລະ ທົ່ວທຸກມຸມຂອງໂລກ, ມີນໍ້າໃຈຍຶດໝັ້ນ ແລະ ຜັນຂະຫຍາຍທິດສະດີ ມາກ-ເລນິນ ໃຫ້ເໝາະສົມກັບນະໂຍບາຍການບໍລິຫານງານ ທີ່ເປັນຈຸດພິເສດສະເພາະຕົວຂອງ ສປ ຈີນ ເຊິ່ງເປັນບ່ອນອີງສໍາຄັນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບຜົນສໍາເລັດຢ່າງໃຫຍ່ຫຼວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຍົກລະດັບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ. ຄຽງຄູ່ກັນນີ້, ພັກ-ລັດຖະບານ ສປ ຈີນ ຍາມໃດກໍຖືເອົາຄວາມປອດໄພ ແລະ ຄວາມຜາສຸກຂອງປະຊາຊົນເປັນທີ່ຕັ້ງ, ເຊິ່ງໄດ້ສະແດງອອກຢ່າງຊັດເຈນ ໃນໄລຍະປະຕິບັດມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ພາຍໃນປະເທດ, ພ້ອມທັງໄດ້ໃຫ້ຄວາມຊ່ວຍເຫຼືອ ທາງດ້ານເຕັກນິກ, ອຸປະກອນການແພດ ແລະ ປ້ອງກັນພະຍາດ ໃຫ້ແກ່ອົງການຈັດຕັ້ງສາກົນຂອງໂລກ ເພື່ອບັນເທົາ ແລະ ແບ່ງປັນນໍ້າໃຈ ເພື່ອພ້ອມກັນຜ່ານຜ່າກັບວິກິດການຕ່າງໆໃນສະເພາະໜ້າ. ພິເສດໄປກວ່ານັ້ນ, ໃນໄລຍະ 10 ປີ ຂອງການຜັນຂະຫຍາຍແນວທາງນະໂຍບາຍຂອງພັກກອມມູນິດອັນສະຫຼາດສ່ອງໄສ, ພັກ ແລະ ລັດຖະບານ ຈີນ ໄດ້ນໍາພາປວງຊົນຈີນ ປະສົບຜົນສໍາເລັດ ແລະ ສະເຫຼີມສະຫຼອງ ຫຼາຍເຫດການປະຫວັດສາດອັນສໍາຄັນ ແລະ ພົ້ນເດັ່ນທີ່ສຸດ ເຊັ່ນ: ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ; ສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ; ສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 70 ປີ; ການປະກາດເປັນປະເທດທີ່ຫຼຸດພົ້ນຈາກຄວາມທຸກຍາກ ສັງຄົມຜາສຸກທົ່ວປະເທດ; ການປາບປາມການສໍ້ລາດບັງຫຼວງຢ່າງເປັນຮູບປະທໍາ; ການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງຕັ້ງໝ້າ; ເຂດປົກຄອງພິເສດ ຮົງກົງ ຄົບຮອບ 25 ປີ ໃນການກັບຄືນສູ່ ສປ ຈີນ; ລວມໄປເຖິງ ຜົນສໍາເລັດໃນການຈັດກິລາໂອລິມປິກລະດູໜາວ ເປັນຕົ້ນ.

ນັບແຕ່ໃດມາ ສປ ຈີນ ໄດ້ຍຶດໝັ້ນ ຕໍ່ແນວທາງ ແລະ ພາລະກິດຂອງປະເທດຊາດ ໃນການຟື້ນຟູຄວາມຈະເລີນທີ່ຍິ່ງໃຫຍ່ຂອງຈີນມາໂດຍຕະຫຼອດ, ຈຶ່ງໄດ້ມີການວາງແຜນຍຸດທະສາດຕາມຫຼັກວິທະຍາສາດຢ່າງຮອບດ້ານ ກ່ຽວກັບ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃຫ້ແທດເໝາະກັບຍຸກສະໄໝ, ເຊິ່ງມາຮອດປັດຈຸບັນ ສາມາດບັນລຸຄວາມໄຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ໃຫ້ມີຄວາມທັນສະໄໝ ໃນລັກສະນະສີສັນພິເສດຂອງຕົນ. ທັງໄດ້ມີການປະສານສົມທົບຢ່າງກົມກຽວ ໃນພາລະກິດອັນຍິ່ງໃຫຍ່ຂອງຊາດ ພາຍໃຕ້ແຜນຍຸດທະສາດກວມລວມທີ່ວ່າ: “ການພັດທະນາພາລະກິດ 05 ດ້ານ ແລະ ແຜນຍຸດທະສາດ 04 ຮອບດ້ານ”. ພ້ອມດຽວກັນນີ້, ສປ ຈີນ ຍັງໄດ້ກໍານົດຫຼັກການພື້ນຖານລວມ ເພື່ອສະແຫວງຫາການພັດທະນາຢ່າງໜັກແໜ້ນ ເຮັດໃຫ້ຕົວເລກທາງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເຊິ່ງເຫັນໄດ້ຈາກການຂະຫຍາຍຕົວຂອງຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຈາກ 54,000 ຕື້ຢວນ ມາເປັນ 114,000 ຕື້ຢວນ ເຊິ່ງກວມອັດຕາສ່ວນເຖິງ 18.5% ຂອງເສດຖະກິດໂລກ, ກາຍເປັນປະເທດທີ່ມີຂະ    ໜາດເສດຖະກິດໃຫຍ່ ເປັນອັນດັບ 02 ຂອງໂລກ, ລາຍໄດ້ສະເລ່ຍຂອງປະຊາຊົນ ເພີ່ມຂຶ້ນຈາກ 39,800 ຢວນ ມາເປັນ 81,000 ຢວນ/ຄົນ/ປີ, ເຮັດໃຫ້ 832 ເມືອງ ແລະ ປະຊາຊົນຈໍານວນກວ່າ 100 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເປີເຊັນການຫັນເປັນຕົວເມືອງ ສາມາດເພີ່ມຂຶ້ນຈາກ 11.6% ມາເປັນ 64.7% ໃນປີ 2021. ຄຽງຄູ່ກັນນັ້ນ, ລັດຖະບານຈີນ ຍັງໄດ້ເອົາໃຈໃສ່ຍົກລະດັບ ແລະ ສົ່ງເສີມຂະແໜງການສຶກສາ ເພື່ອພັດທະນາແຮງງານພາຍໃນ ໃຫ້ມີຄວາມເຂັ້ມແຂງ ແລະ ສົມບູນຫຼາກຫຼາຍ, ໃຫ້ກຽມພ້ອມຮອງຮັບການຂັບເຄື່ອນຂອງປະເທດ ທີ່ກໍາລັງພັດທະນາຢ່າງທັນສະໄໝ ແລະ ສາມາດເພິ່ງພາຕົນເອງຮອບດ້ານ. ນອກນີ້, ຈີນ ໄດ້ມີການສ້າງຕັ້ງກຸ່ມເຄືອຂ່າຍນັກວິທະຍາສາດ ເພື່ອຮວບຮວມເອົາຜູ້ຊົງຄຸນນະວຸດທິ ແລະ ຊ່ຽວຊານ ໃນຂະແໜງການຕ່າງໆ ເຂົ້າເປັນໜຶ່ງດຽວ ໃນການເດີນໜ້າສ້າງສາປະເທດຊາດ ໃຫ້ມີຄວາມລໍ້າໜ້າທາງດ້ານນະວັດຕະກໍາໃໝ່ໆໃນຍຸກໂລກາພິວັດ.

ຕະຫຼອດ 100 ປີ, ພັກກອມມູນິດຈີນ ໄດ້ຍຶດໝັ້ນ ລັດທິມາກ, ແນວຄິດປະທານ ເໝົາ ເຈີຕຸ່ງ, ທິດສະດີ ເຕິ້ງສ່ຽວຜິງ, ແນວຄິດສໍາຄັນ “03 ຕົວແທນ” ເປັນທີ່ຕັ້ງ, ຖືສໍາຄັນໃນການເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງຫ້າວຫັນ ແລະ ເປັນບູລິມະສິດຕົ້ນຕໍ, ເພື່ອສະແດງເຖິງຈຸດຢືນ ແລະ ຫຼັກໝັ້ນ ການຍຶດຖືນະໂຍບາຍການຕ່າງປະເທດ ໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ອະທິປະໄຕອັນຄົບຖ້ວນ ແລະ ຜົນປະໂຫຍດລວມຂອງຊາດ ກໍຄື ພາກພື້ນ ແລະ ສາກົນ, ພ້ອມທັງເປັນການຮັບປະກັນໃຫ້ແກ່ຄວາມຍືນຍົງຂອງລະບອບສັງຄົມນິຍົມ ໃນສະພາວະເຫດການພາກພື້ນ ແລະ ສາກົນ ມີຄວາມອ່ອນໄຫວ, ທັງລະອຽດອ່ອນ ແລະ ປ່ຽນແປງໄປຢ່າງໄວວາ. ນອກຈາກນີ້, ພັກ ຍັງໄດ້ຕໍ່ຕ້ານທຸກການແຊກແຊງ ແລະ ຍຸແຍ່ເຂົ້າໃນກິດຈະການພາຍໃນຂອງປະເທດໃດໜຶ່ງ ທີ່ຢູ່ພາກພື້ນ ແລະ ສາກົນ, ສົ່ງເສີມ ແລະ ຊຸກຍູ້ການພັດທະນາຮ່ວມກັນໃນທຸກມິຕິ ເພື່ອສາມາດບັນລຸເປົ້າໝາຍຮ່ວມຊະຕາກໍາຂອງມວນມະນຸດ ຢ່າງແທ້ຈິງໃນອະນາຄົດ.

ມາຮອດປັດຈຸບັນ, ປະຊາຄົມໂລກ ໄດ້ປະເຊີນໜ້າກັບສະພາບການຕ່າງໆ ທັງຮູບແບບເກົ່າ ແລະ ໃໝ່ ອັນເປັນໄພຂົ່ມຂູ່ສໍາຄັນໜຶ່ງ ຕໍ່ການພັດທະນາ ແລະ ຟື້ນຟູເສດຖະກິດໃນວິຖີຊີວິດໃໝ່ຂອງທົ່ວໂລກ, ພັກກອມມູນິດຈີນ ແມ່ນສາມາດຮັກສາໄດ້ແນວທາງການຕ່າງປະເທດອັນໜັກແໜ້ນ ທີ່ຕ້ອງການສ້າງສັນຕິພາບໂລກ, ເປີດກວ້າງການຮ່ວມມື ພາກພື້ນ ແລະ ສາກົນ, ພ້ອມທັງເຄົາລົບບັນດາປະເທດຄູ່ຮ່ວມຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ທີ່ແຕກຕ່າງກັນດ້ານລະບອບການເມືອງ, ຮີດຄອງວັດທະນະທຳ, ປະຫວັດສາດ ແລະ ອື່ນໆ ຢ່າງສະເໝີຕົ້ນສະເໝີ ປາຍ, ສະໜັບສະໜູນການແກ້ໄຂບັນຫາ ຜ່ານການເຈລະຈາຢ່າງສັນຕິວິທີ ຫຼີກລ່ຽງການໃຊ້ຄວາມຮຸນແຮງ ແລະ ອາວຸດສົງຄາມທຸກປະການ. ພ້ອມດຽວກັນນີ້, ສປ ຈີນ ຍິນດີເພີ່ມທະວີການພົວພັນຮ່ວມມືໃນດ້ານສາຍພັກ ໃນວົງຄະນະຍາດສັງຄົມນິຍົມ ແລະ ທຶນນິຍົມ ເພື່ອແລກປ່ຽນຖອດຖອນບົດຮຽນໃນການກໍ່ສ້າງພັກ, ວຽກງານຄຸ້ມຄອງບໍລິຫານ ໃຫ້ແທດເໝາະກັບຍຸກສະໄໝ, ສືບຕໍ່ຍົກສູງຄັນທຸງສັນຕິພາບ, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ຍາດແຍ່ງການຮ່ວມມືພັດທະນາ ໃນເວທີພາກພື້ນ ກໍຄື ສາກົນ, ເພື່ອຍົກສູງບົດບາດຂອງຕົນ ໃຫ້ຖືກຍອມຮັບໃນເວທີສາກົນ.

ໃນອະນາຄົດ, ພັກກອມມູນິດຈີນ ໄດ້ວາງແຜນການ ແລະ ຈັດລຽງບູລິມະສິດ ໃນການນໍາພາປະເທດກ້າວຂຶ້ນສູ່ສັງຄົມຢູ່ດີກິນດີ ສົມບຸນພຸນສຸກຮອບດ້ານ ຢ່າງເປັນລະບົບ, ຖືເອົາຜົນປະໂຫຍດຂອງປະຊາຊົນຈີນ ເປັນຫຼັກ, ປາບປາມ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃນທຸກຮູບແບບ, ຍົກລະດັບທັກສະການທະຫານ, ພັດທະນາອາວຸດຍຸດໂທປະກອນ, ຍົກສູງຄຸນນະພາບຊີວິດ, ຈິດໃຈ ແລະ ຄວາມສາມັກຄີພາຍໃນ ໃຫ້ໄປຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດພາຍໃນປະເທດ ທັງຕ້ອງໃຫ້ຕິດພັນກັບນະໂຍບາຍເປີດກວ້າງການພັດທະນາຮ່ວມກັບພາຍນອກ ໂດຍຜ່ານຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ, ເພື່ອສ້າງຖານການເມືອງ ແລະ ເສດຖະກິດ ໃຫ້ເຂັ້ມແຂງ ແລະ ເປັນປຶກແຜ່ນ ຮອງຮັບເປົ້າໝາຍສູ້ຊົນ 100 ປີ ເຫດການທີ 02 ໃນການສ້າງສາປະເທດໃຫ້ເປັນສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ ໃຫ້ສໍາເລັດຮອບດ້ານ ຜ່ານ 02 ບາດກ້າວ ຄື: ປີ 2020-2035 ໃຫ້ບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ ແລະ ປີ 2035 ຈົນຮອດກາງສະຕະວັດທີ 21  ຕ້ອງສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທັນສະໄໝ ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍງາມ ຢ່າງສົມບູນແບບ. ສະເພາະ ວຽກງານການຕ່າງປະເທດ, ສປ ຈີນ ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດ, ຍຶດໝັ້ນປົກປັກຮັກສາຄວາມຍຸຕິທໍາ ແລະ ຄວາມເປັນທໍາໃນສາກົນ, ສົ່ງເສີມ ແລະ ປະຕິບັດ ຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ຊູຄັນທຸງຢ່າງຊັດເຈນໃນການຄັດຄ້ານລັດທິເຈົ້າອໍານາດ ແລະ ການເມືອງມະຫາອໍານາດທຸກຢ່າງ, ຄັດຄ້ານລັດທິຝ່າຍດຽວ, ລັດທິປົກປ້ອງ ແລະ ການກະທໍາຂົ່ມເຫັງແບບເຈົ້າອໍານາດທຸກຮູບແບບຢ່າງບໍ່ຫວັ່ນໄຫວ ແລະ ຄອນແຄນ, ສືບຕໍ່ປັບປຸງແຜນຍຸດທະສາດການຕ່າງປະເທດໃຫ້ຄົບຖ້ວນສົມບູນ, ຕໍ່ຕ້ານທຸກການແຊກແຊງ ເຂົ້າໃນການປົກຄອງຕາມນະໂຍບາຍ “ໜຶ່ງປະເທດ ສອງລະບອບ” ແລະ ຊຸກຍູ້ການສ້າງຕັ້ງສາຍພົວພັນສາກົນແບບໃໝ່ ທີ່ມີຜົນປະໂຫຍດຮ່ວມກັນກັບປະຊາຄົມໂລກ.

         ຈາກຜົນງານຂອງພັກກອມມູນິດຈີນ ໃນການມີລະບຽບວິໄນ, ບົ່ມສ້າງ ແລະ ກໍ່ສ້າງໃຫ້ສະມາຊິກພັກທຸກສະ ໄໝ ມີຄວາມເຂັ້ມແຂງໜັກແໜ້ນ ແລະ ມີອຸດົມການສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນການຕັດສິນໃຈສູງ, ເວົ້າແທ້ເຮັດຈິງ, ຈາກນິຕິກໍາ ມາສູ່ ພຶດຕິກໍາຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ໃນການປະຕິຮູບ ແລະ ປັບປຸງທັດສະນະພັກ  ໃຫ້ສອດຄ່ອງ ແລະ ແທດເໝາະກັບຍຸກສະໄໝ, ເອົາມານໍາໃຊ້ເຂົ້າໃນການພັດທະນາເສດຖະກິດ ໃຫ້ຕອບສະໜອງປະໂຫຍດແກ່ປະຊາຊົນຈີນ, ເຮັດໃຫ້ພັກ ໄດ້ຮັບຄວາມເຊື່ອໝັ້ນ ແລະ ແຮງສະໜັບສະໜຸນຈາກປະຊາຊົນ, ອັນເປັນພື້ນຖານ ໃຫ້ແກ່ການຈັດຕັ້ງປະຕິບັດແນວທາງ ແລະ ທິດທາງຍຸດທະສາດຂອງພັກ ໄດ້ບຸກທະລຸ ແລະ ສາມາດຍາດໄດ້ໝາກຜົນຂອງການກໍານົດຂີດໝາຍຕາມແຜນການທີ່ໄດ້ກໍານົດໄວ້. ສປປ ລາວ ໃນຖານະເປັນປະເທດຄູ່ຮ່ວມຊະຕາກໍາທີ່ມີອຸດົມການສັງຄົມນິຍົມດຽວກັນ, ທັງເປັນເພື່ອນມິດຍຸດທະສາດ ແລະ ເພື່ອນບ້ານໃກ້ຄຽງ ຂໍສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມພັກກອມມູນິດຈີນ ຄັ້ງທີ 20 ຢ່າງສຸດໃຈ ແລະ ຈະໄດ້ນໍາເອົາແນວຄິດບົດຮຽນ ແລະ ການບໍລິຫານພັກຂອງ ສປ ຈີນ ມາສົມທົບກັບນະໂຍບາຍການຕ່າງປະເທດຂອງຕົນ ໃຫ້ມີຄວາມແທດເໝາະກັບສະພາບແວດລ້ອມຕົວຈິງພາຍໃນປະເທດ ເພື່ອເຮັດໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງຊາດລາວ ໃຫ້ປະສົບຜົນສໍາເລັດຮອບດ້ານ ຕາມເປົ້າໝາຍເຊັ່ນດຽວກັນ.  

ໂດຍ: ໂຄງການຄົ້ນຄວ້າຮ່ວມມື ລາວ-ຈີນ, ສະຖາບັນການຕ່າງປະເທດ

 

73 ປີແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ.

ປີ 2022 ເປັນປີທີ່ ສປ ຈີນ ມີຫລາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູຸນິດຈີນ, ຊຶ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີີ່ຈະມາເຖິງນີ້. ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ  ແລະ ໄລຍະຍາວ. ກອງປະຊຸມໃຫຍ່ຄັ້ງຂອງພັກກອມມູນິດຈີນຄັ້ງນີ້ ຈະມີຜູ້ແທນເຂົ້າຮ່ວມທັງໝົດ 2296 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກອມມູນິດຈີນຈໍານວນ 96 ລ້ານກວ່າສະຫາຍໃນທົ່ວປະເທດ. ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສຳຄັນ ເປັນຢ່າງຍິ່ງສຳລັບ ສປ ຈີນ  ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມມູນິດຈີນນໍາພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049.  ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນເປັນ ເຫດການການເມືອງທີ່ສໍາຄັນຕໍ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫລວດ ແລະ ປວງຊົນຊາວຈີນທຸກທົ່ວໜ້າ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484355
ມື້ນີ້59
ມື້ວານ273
ອາທິດນີ້793
ເດືອນນີ້3660