ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ພິທີສະຫຼຸບຜົນຂອງການມາຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ຢູ່ ສປປ ລາວ

20200412Chineses

ໃນຕອນບ່າຍຂອງວັນທີ 12 ເມສາ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ແລະ ກອງປະຊຸມປິ່ນອ້ອມຕ່າງໆ

2019311-mplan-and-investmen1

2019311-mplan-and-investmen2

ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະ ​ໄດ້ສໍາ​ເລັດການເຂົ້າ​ຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ, ປະເທດກຳປູເຈຍ ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ປານ ​ໂສຣະສັກ (PAN Sorasak), ລັດຖະມົນຕີກະຊວງ​ການ​ຄ້າ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ​ເຊິ່ງກໍມີ​ ທ່ານ ຫງວຽນ ຈິ ຢຸງ (Nguyen Chi Dung), ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາ​ກ ຄະນະ​ຜູ້​ແທນ​ຈາກ​ກະຊວງ​ຂະ​ແໜງ​ການ​ຕ່າງໆ ຂອງສາມ​ປະ​ເທດ​ ​ແລ້ວ, ຍັງ​ມີ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຈາກ 13 ​ແຂວງ ຂອງ ​ເຂດສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ, ​ໃນ​ນັ້ນ ລວມມີບັນດາການນຳຂອງ ​ແຂວງສາລະ​ວັນ, ​ແຂວງ​ເຊ​ກອງ, ​ແຂວງອັດ​ຕະປື ​ແລະ ​ແຂວງ​ຈໍາປາ​ສັກ ຂອງ ສປປ ລາວ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ອ່ານເພີ່ມເຕີມ... 

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ ນະຄອນຫຼວງ ມົດສະກູ, ສ. ຣັດເຊຍ

ໃນຕອນເເລງຂອງວັນທີ 17 ມັງກອນ 2019 ສະຖານເອກອັກຄະລັດຖະທູດ ເເຫ່ງ ສປປ ລາວ ປະຈໍາ ມົດສະກູ, ສ. ຣັດເຊຍ ໄດ້ຈັດງານລ້ຽງຮັບຮອງຂື້ນ ທີ່ ສູນວັດທະນະທໍາ ຂອງກະຊວງການຕ່າງປະເທດ ເເຫ່ງ ສ. ຣັດເຊຍ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ໄດ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 250 ຄົນ ທີ່ມາຈາກກະຊວງປ້ອງກັນປະເທດຣັດເຊຍ, ທູດ, ທຸຕານຸທູດ, ທີ່ປຶກສາທູດຝ່າຍປ້ອງກັນຊາດຂອງຕ່າງປະເທດ ປະຈໍາ ສ. ຣັດເຊຍ, ອົງການຂອງລັດຕ່າງໆ ເເລະ ບັນດາບໍລິສັດຣັດເຊຍທີ່ພົວພັນກັບ ສປປ ລາວ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480220
ມື້ນີ້50
ມື້ວານ157
ອາທິດນີ້618
ເດືອນນີ້6451