ຕອນເຊົ້າຂອງ ວັນທີ 04 ມັງກອນ 2019, ທີ່ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949 – 20/01/2019), ໃຫ້ກຽດຂຶ້ນເຜີຍແຜ່ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວໂດຍ ທ່ານ ພົ.ວ ຄຳຫອມ ແສງບົວລົມ, ຮອງເລຂາຄະນະພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ວິລະຊົນແຫ່ງຊາດ, ໂດຍເປັນການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານລັດຖະກອນອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 350 ທ່ານ.
ໃນຕອນບ່າຍວັນທີ 10 ທັນວາ 2018 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໂດຍຮ່ວມກັບ ອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົບຮອບ 70 ປີ ຖະແຫຼງການສິດທິມະນຸດສາກົນ (ວັນທີ 10 ທັນວາ 1948–10 ທັນວາ 2018) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດໃນການປະສານງານດ້ານສິດທິມະນຸດ, ມີທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ກະຊວງຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ສະມາຄົມທີ່ບໍ່ຫວັງຜົນກຳໄລ, ຕະຫຼອດຮອດຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 200 ຄົນ.
ໃນວັນທີ 3 ທັນວາ 2018, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ (JC) ຄັ້ງທີ 11 ລະຫວ່າງ ສປປ ລາວ ແລະ ມົງໂກລີ, ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ.