ໃນວັນທີ 2 ພະຈິກ 2018, ຢູ່ທີ່ ນະຄອນ ເຈນິວາ, ປະເທດສະວິດເຊີແລນ, ຄະນະຜູ້ແທນແຫ່ງ ສປປ ລາວ ເຊິ່ງນຳໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 71 ຂອງ ຄະນະກຳມະການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ), ສປຊ ເຊິ່ງໄດ້ຈັດຂຶ້ນເພື່ອປະເມີນ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃຕ້ສົນທິສັນຍາຊີດໍ ຂອງ ສປປ ລາວ ນັບແຕ່ການທົບທວນປະຈຳໄລຍະຄັ້ງທີ 2 ໃນ ປີ 2009 ຈົນເຖິງປະຈຸບັນ. ກອງປະຊຸມຄັ້ງນີ້ໄດ້ດຳເນີນຢູ່ ສຳນັກງານອົງການ ສປຊ ປະຈຳນະຄອນເຈນິວາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ດາເລຍ ເລນາດ (Ms. Dalia Leinarte) ປະທານຄະນະກຳມະການຊີດໍ ຂອງ ສປຊ ໂດຍມີຄະນະຜູ້ແທນຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ຂຶ້ນກັບລັດຖະບານ ແລະ ສື່ມວນຊົນຕ່າງປະເທດຈຳນວນໜຶ່ງໃນຖານະຜູ້ສັງເກດການ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຫົວໜ້າຄະນະ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ, ການພັດທະນາເສດຖະກິດ-ສັງຄົມ, ການລົບລ້າງຄວາມທຸກຍາກ, ການປະຕິບັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາ, ການຮ່ວມມືສາກົນດ້ານສິດທິມະນຸດ ໂດຍສະເພາະສິດທິມະນຸດຂອງແມ່ຍິງ ກໍຄືການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ທີ່ ສປປ ລາວ ເປັນພາຄີ ອັນໄດ້ເຮັດໃຫ້ແມ່ຍິງລາວບັນດາເຜົ່າໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ໄດ້ຮັບການສົ່ງເສີມໃຫ້ມີຄວາມກ້າວໜ້າ, ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ລວມທັງການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໄດ້ເທື່ອລະກ້າວ ຕໍ່ຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ນັ້ນ ເຮັດໃຫ້ບັນດາຄະນະກຳມະການຊີດໍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ.
ໃນໄລຍະສົນທະນາແບບສ້າງສັນນັ້ນ ລະຫວ່າງຄະນະຜູ້ແທນລາວ ແລະ ຄະນະກຳມະການຊີດໍ ເຊິ່ງຄະນະກຳມະການຊີດໍໄດ້ຕັ້ງຄຳຖາມເຈາະຈິ້ມຕໍ່ບັນຫາຕ່າງໆ ໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ເຊິ່ງຄະນະຜູ້ແທນ ສປປ ລາວ ໄດ້ສະໜອງຂໍ້ມູນ ແລະ ຊີ້ແຈງອະທິບາຍຢ່າງລະອຽດເປັນຕົ້ນແມ່ນ: ສະພາບກົງຈັກການຈັດຕັ້ງຂອງ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ, ການຈັດຕັ້ງປະຕິບັດບັນດາກົດໝາຍທີ່ກ່ຽວພັນເຖິງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ການເຂົ້າເຖິງຂະບວນການຍຸຕິທຳຂອງແມ່ຍິງ, ການເຂົ້າເຖິງການສຶກສາຂອງເດັກຍິງ, ບັນຫາສຸຂະພາບຂອງແມ່ຍິງ, ການມີວຽກເຮັດງານທຳ, ການຈ່າຍຄ່າແຮງງານລະຫວ່າງຍິງ-ຊາຍ, ແຮງງານເຄື່ອນຍ້າຍເພດແມ່ຍິງ, ບັນຫາຄວາມສະ ເໝີພາບໃນຄອບຄົວ ລວມເຖິງການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານຂອງບັນດາອົງການບໍ່ສັງກັດລັດຖະ ບານ, ອົງການຈັດຕັ້ງທາງສັງຄົມ ແລະ ສະມາຄົມຕ່າງໆ, ການຈັດສັນງົບປະມານເພື່ອຮັບໃຊ້ວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ, ເຊິ່ງການອະທິບາຍ ແລະ ຊີ້ແຈງຂອງຄະນະຜູ້ແທນ ສປປ ລາວ ໄດ້ເຮັດໃຫ້ຄະນະກຳມະການຊີດໍ ແລະ ຜູ້ເຂົ້າຮ່ວມອື່ນໆ ມີຄວາມເຂົ້າໃຈເປັນຢ່າງດີກ່ຽວກັບການປະຕິບັດສິດທິມະນຸດຂອງແມ່ຍິງບັນດາເຜົ່າໃນ ສປປ ລາວ. ສຳລັບບາງຄຳຊີ້ແຈງຂໍ້ມູນກ່ຽວກັບວຽກປົກປ້ອງທາງສັງຄົມ ຄະນະຜູ້ແທນ ຂອງ ສປປ ລາວ ກໍໄດ້ສົ່ງຄຳຊີ້ແຈງເປັນລາຍລັກອັກສອນເພີ່ມເຕີມໃຫ້ຄະນະກຳມະການຊີດໍຕາມພາຍຫຼັງ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ເຂົ້າອົກເຂົ້າໃຈກັນລະຫວ່າງຄະນະຜູ້ແທນ ສປປ ລາວ ແລະ ຄະນະກຳມະການຊີດໍ ແຫ່ງ ສປຊ, ຫຼັງຈາກນີ້ ຄະນະກຳມະການຊີດໍ ກໍຈະມີບັນດາຂໍ້ສະເໜີແນະຕ່າງໆ ເພື່ອໃຫ້ ສປປ ລາວພິຈາລະນາ ແລະ ຈັດຕັ້ງຜັນຂະຫຍາຍພາຍໃຕ້ສົນທິສັນຍາຊີດໍໃນຕໍ່ໜ້າ.
ໃນວັນທີ 12 ພະຈິກ 2018, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 17 ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີລັດຖະມົນຕີເສດຖະກິດ ຈາກບັນດາປະເທດສະມາຊິກອາຊຽນ ພາຍໃຕ້ການເປັນປະທານຂອງ ທ່ານ ລິມ ອຶງ ກຽງ (Lim Hng Kiang), ລັດຖະມົນຕີກະຊວງການຄ້າ ຂອງ ສິງກະໂປ, ພ້ອມທັງ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 24 – 27 ຕຸລາ 2018, ທີ່ ນະຄອນຫລວງມົດສະກູ, ສະຫະພັນ ຣັດເຊຍ, ພັກຣັດເຊຍເອກະພາບ ໃນນາມພັກກໍາອໍານາດ ໄດ້ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ຄັ້ງທີ 10 ຂອງບັນດາພັກການເມືອງໃນອາຊີ (ICAPP) ໂດຍມີຜູ້ແທນຫລາຍກວ່າ360 ພັກການເມືອງ ຈາກລັດຖະສະພາທີ່ມາຈາກ 53 ປະເທດໃນຂົງເຂດອາຊີ-ປາຊີຟິກ ແລະ ຕາເວັນອອກກາງ ເຂົ້າຮ່ວມ, ໃນນັ້ນລວມທັງ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ,ຊຶ່ງນໍາໂດຍ ທ່ານ ສົມພອນ ສີຈະເລີນ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເຂົ້າຮ່ວມ.