ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ພິທີມອບຮັບໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນ

mop hup khongarn

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2018, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມິພີທີມອບຮັບໂຄງການຂະຫຍາຍສະໜາມບິນສາກົນດັ່ງກ່າວ ລະຫວ່າງ ລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າມອບຮັບໂຄງການ ຕາງໜ້າຝ່າຍລາວ ມີ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ແລະ ຕາງໜ້າຝ່າຍຍີ່ປຸ່ນ ມີ ທ່ານ ຄາຊຶຢູກິ ນາກະເນະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ມີບັນດາພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ໂຄງການຂະຫຍາຍສະໜາມບິນສາກົນວຽງຈັນ ເປັນໂຄງການທີ່ນໍາໃຊ້ທຶນກູ້ຍຶມດອກເບ້ຍຕໍ່າ (ODA Loan) ຈາກລັດຖະບານຍີ່ປຸ່ນ, ໂດຍຜ່ານອົງການຮ່ວມມືສາກົນ ແຫ່ງ ຍີ່ປຸ່ນ (JICA), ໃນມູນຄ່າທັງໝົດ 9.017 ລ້ານເຢັນ. ໂຄງການນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ ວັນທີ 09 ທັນວາ 2015, ຊຶ່ງມາຮອດປະຈຸບັນ ໂຄງການດັ່ງກ່າວແມ່ນໄດ້ສໍາເລັດການກໍ່ສ້າງແລ້ວ 100 % ໂດຍໄດ້ໃຊ້ໄລຍະເວລາການກໍ່ສ້າງທັງໝົດ 32 ເດືອນ. ໂຄງການດັ່ງກ່າວ ເກີດຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການໃນການຊົມໃຊ້ການຂົນສົ່ງທາງອາກາດ, ຊຶ່ງສະ ໜາມບິນສາກົນວັດໄຕ ມີບົດບາດສໍາຄັນໃນການເປັນປະຕູເຂົ້າ ສປປ ລາວ ແລະ ອີງໃສ່ສະຖິຕິການຂະຫຍາຍຕົວຂອງການຂົນສົ່ງທາງອາກາດ ໃຫ້ຮູ້ວ່າ ຈໍານວນຜູ້ໂດຍສານທີ່ມາໃຊ້ບໍລິການສະໜາມບິນສາກົນວັດໄຕ ມີຈໍານວນເພີ່ມຂຶ້ນທຸກໆປີ. ໃນປີ 2017 ຜ່ານມາ, ສະໜາມບິນດັ່ງກ່າວສາມາດໃຫ້ການບໍລິການແກ່ ຜູ້ໂດຍສານທັງໝົດ ຈໍານວນ 2.144.500 ຄົນ, ໃນນັ້ນຜູ້ໂດຍສານສາຍຕ່າງປະເທດ 1.382.900 ຄົນ ແລະ ຜູ້ໂດຍສານສາຍພາຍໃນ 761.600 ຄົນ.

ອ່ານເພີ່ມເຕີມ... 

ທ່ານ ອາລຸນແກ້ວ ກິດຕິຄຸນ ເຂົ້າຮ່ວມກອງປະຊຸມສໍາມະນາແບບເປີດກວ້າງ ພາຍໃຕ້ຫົວຂໍ້ “ອະດີດເລຂາທິການໃຫຍ່ອາຊຽນ ທ່ານ ສຸຣິນ ພິດສຸວັນ ແລະ ອາຊຽນ”

IMG 3894

 

ໃນວັນທີ 24 ກໍລະກົດ 2018 ທີ່ ມະຫາວິທະຍາໄລຈຸລາລົງກອນ, ບາງກອກ, ປະເທດ ໄທ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສໍາມະນາແບບເປີດກວ້າງ ຈັດໂດຍກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ຂອງຣາຊະອານາຈັກມາຣົກ ແລະ ສະຖາບັນຄວາມໝັ້ນຄົງ ແລະ ການສຶກສາສາກົນຂອງໄທ ພາຍໃຕ້ຫົວຂໍ້ອະດີດເລຂາທິການໃຫຍ່ອາຊຽນ ທ່ານ ສຸຣິນ ພິດສຸວັນ ແລະ ອາຊຽນໂດຍການເຂົ້າຮ່ວມຂອງ ບັນດາ ລັດຖະມົນຕີ, ອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ທູດ ແລະ ນັກຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆທີ່ມີສໍານັກງານຕັ້ງຢູ່ໄທ. ກອງປະຊຸມສຳມະນາດັ່ງກ່າວ ໄດ້ລະນຶກເຖິງຜົນງານຂອງ ທ່ານ ສຸຣິນ ພິດສຸວັນ, ອະດີດເລຂາທິການໃຫຍ່ອາຊຽນ ແລະ ອະດີດລັດຖະມົນຕີຕ່າງປະເທດໄທ ແລະ ໄດ້ຖືໂອກາດນີ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການສົ່ງເສີມການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ມາຣົກ ເພື່ອປູພື້ນຖານອັນສໍາຄັນ ແນໃສ່ເຮັດໃຫ້ຣາຊະອານາຈັກມາຣົກ ສາມາດຍົກລະດັບເປັນປະເທດຄູ່ຮ່ວມຂະແໜງການຂອງອາຊຽນໃນຕໍ່ໜ້າ.

ຝຶກອົບຮົມ ວ່າດ້ວຍ ການພັດທະນາການຂຽນໂຄງການ ແລະ ສະຫລຸບໂຄງການອາຊຽນ

Asean2018724AtMercur

 

ໃນວັນທີ 23 ກໍລະກົດ 2018, ທີ່ ໂຮງແຮມ ເມີຄຽວ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ກອງເລຂາອາຊຽນ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຈາກາກຕາ, ປະເທດ ອິນໂດເນເຊຍ ໄດ້ຈັດຊຸດ     ຝຶກອົບຮົມກ່ຽວກັບການພັດທະນາການຂຽນໂຄງການ ແລະ ສະຫລຸບໂຄງການອາຊຽນ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ຂະແໜງການອ້ອມ​ຂ້າງ​ສູນ​ກາງ, ບັນດາຈຸດປະສານງານອາຊຽນ ລວມທັງໝົດ 80 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480302
ມື້ນີ້132
ມື້ວານ157
ອາທິດນີ້700
ເດືອນນີ້6533