ໃນວັນທີ 23 ມັງກອນ 2018, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຂອງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ອາຊຽນ ແລະ ອິນເດຍ ກ່ຽວກັບ ງານວາງສະແດງທຸລະກິດ ແລະ ການລົງທຶນ, ທີ່ ນິວແດນລີ, ປະເທດ ອິນເດຍ, ຊື່ງມີຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ໂດຍສະເພາະການຄ້າ ແລະ ການລົງທຶນ ອາຊຽນ-ອິນເດຍ ແລະ ແລກປ່ຽນຄຳຄິດເຫັນ ເພື່ອປະກອບສ່ວນໃນການຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ອິນເດຍ ໃນອະນາຄົດ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ອາລຸນແກ້ວ ກິດຕິຄຸນ ໄດ້ມີຄຳເຫັນໃນຫົວຂໍ້: ການເພີ່ມມູນຄ່າດ້ານກະສິກຳ ແລະ ເສດຖະກິດສີຟ້າ (ການພັດທະນາເສດຖະກິດ ແຕ່ບໍ່ໃຫ້ກະທົບຕໍ່ສິ່ງແວດລ້ອມທາງທະເລ) ແລະ ຫົວຂໍ້: ການພົວພັນ ອາຊຽນ-ອິນເດຍ ແລະ ທິດທາງການຮ່ວມມືໃນ 25 ປີ ຂ້າງໜ້າ. ໃນນັ້ນ, ທ່ານ ລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ລະຫວ່າງ ອາຊຽນ ແລະ ອິນເດຍ, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ການຮັດແໜ້ນການຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຕະຫຼອດໄລຍະ 25 ປີ ນັບແຕ່ການສ້າງສາຍພົວພັນເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານການເຊື່ອມຈອດ, ການຮ່ວມມືດ້ານກະສິກຳ, ພ້ອມທັງເນັ້ນໃຫ້ເຫັນຄວາມສຳຄັນໃນການຮັກສາສິ່ງແວດລ້ອມທາງທະເລ.
ກອງປະຊຸມພົບປະຄັ້ງນີ້ ເປັນໜຶ່ງໃນກິດຈະກຳທີ່ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ, ຊຶ່ງໄດ້ຈັດຂຶ້ນໃນໄລຍະດຽວກັບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ.
ໃນວັນທີ 19 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ໄດ້ສໍາເລັດການນໍາພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຫງວຽນ ຈິ ຢຸ້ງ (Nguyen Chi Dung), ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ແຫ່ງ ສສ ຫວຽດນາມ, ເຊິ່ງມີ ທ່ານ ປານ ໂສຣະສັກ (Pan SORASAK), ລັດຖະມົນຕີກະຊວງການຄ້າ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ທ່ານ ຫງວຽນ ວັນ ຈຣໍາ (Nguyen Van Tham), ປະທານຄະນະກໍາມະການປະຊາຊົນ ແຂວງບິງເຟືອກ ເຂົ້າຮ່ວມ. ນອກຈາກ ຄະນະຜູ້ແທນຈາກກະຊວງຂະແໜງການຕ່າງໆ ຂອງ ສາມປະເທດ ແລ້ວ, ຍັງມີ ຄະນະຜູ້ແທນຂັ້ນສູງຈາກ 13 ແຂວງ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ໃນນັ້ນ ລວມມີ ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນວັນທີ 18 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ຈະນໍາພາ ຄະນະຜູ້ແທນ ສປປ ລາວ ທັງຈາກ ກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງ ຄື: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11 ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ຊຶ່ງຈະຈັດຂຶ້ນ ໃນວັນທີ 19 ທັນວາ 2017 ນີ້.