ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ຄະນະຜູ້ແທນລາວ ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10

10thBALI

 

ໃນລະຫວ່າງວັນທີີ 7-8 ທັນວາ 2017, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງສະຫວັດ ບຸບຜາ, ອາດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ໄດ້ເຂົ້າຮ່ວມເວທີປະຊາທິປະໄຕບາຫຼີ ຄັ້ງທີ 10, ທີ່ ບານເຕັນ, ຈາກາຕາ, ສາທາລະນະລັດອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ປະຊາທິປະໄຕໄດ້ຖືກຈັດຕັ້ງປະຕິບັດ ຫຼື ບໍ?.” ເຂົ້າຮ່ວມກອງປະຊຸມ ມີຄະນະຜູ້ແທນມາຈາກ 97 ປະເທດ ແລະ 7 ອົງການຈັດຕັ້ງສາກົນ ໃນພາກພື້ນອາຊີ-ປາຊີຟິກ, ເອີຣົບ, ອາເມລິກາລາຕິນ ແລະ ອາຟຣິກກາ ເພື່ອພ້ອມກັນແລກປ່ຽນຄວາມຄິດເຫັນ, ປະສົບການ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ພັດທະນາປະຊາທິປະໄຕໃນພາກພື້ນ ແລະ ໃນປະເທດຕົນ.

ອ່ານເພີ່ມເຕີມ... 

ພິທີໃຕ້ໄຟໃສ່ປະຕູໄຊ ເນື່ອງໃນໂອກາດສະເຫລີມສະຫລອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

pertfai1

pertfai2

 

ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງສອງ​ວັນສໍາຄັນ​ຄື: ວັນ​ຄົບຮອບ 50 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ (8 ສິງຫາ 1967- 8 ສິງຫາ 2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (23 ກໍລະກົດ 1997-23 ກໍລະກົດ 2017) ໃນ​ວັນ​ທີ 8 ສິງຫາ 2017, ​ເວລາ 19:00 ໂມງ, ສປປ ລາວ ໄດ້​ຈັດ​ພິທີ​ໃຕ້ໄຟ​​ໃສ່​ປະຕູ​ໄຊ ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກລັດຖະມົນຕີ. ​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງ​ກ່າວມີ​ບັນດາ​ການ​ນໍາ​ຂອງ​ກະຊວງ ແລະ ຂະແໜງການຕ່າງໆ​ທີ່​ຮັບຜິດ ຊອບວຽກ​ອາ​ຊຽນ ​ແລະ ບັນດາ​ທູຕາ​ນຸທູດ​ຕ່າງປະ​ເທດ​ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຫລາຍກ​ວ່າ 200 ທ່ານ. ພິທີ​ໃຕ້​ໄຟ​ດັ່ງກ່າວແມ່ນເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງວັນ​ຄົບຮອບ 50 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ ​​ແລະ ໄດ້​ຈັດ​ຂຶ້ນພ້ອມໆກັນ​ຢູ່ຕາມບັນດາ​ເມືອງ​ຫລວງ​ຂອງ​ບັນດາ​ປະ​ເທດສະ​ຊິກ​ອາ​ຊຽນ ແລະ ຈະ​ໃຕ້​ຢູ່​ຕາມ​ສະຖານ​ທີ່​ສໍາຄັນ​ຕ່າງໆ ຊຶ່ງນອກຈາກຈະເປັນການສ້າງຄວາມຮັບຮູ້ກ່ຽວກັບອາຊຽນແລ້ວໃຫ້ແກ່ປະຊາຊົນແລ້ວ, ຍັງເປັນການສະເຫຼີມສະຫຼອງຜົນສໍາເລັດຂອງອາຊຽນຕະຫລອດໄລຍະ 50 ປີທີ່ຜ່ານມາ.

ອ່ານເພີ່ມເຕີມ... 

ສູນທອນພົດ ຂອງເລຂາທິການໃຫຍ່ ຫງວຽນຟູຈ້ອງ

GSecretaryVN

 

ສູນທອນພົດ

ຂອງເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງ ວັນສ້າງສາຍພົວພັນການທູດ ຄົບຮອບ 55 ປີ

ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ

(ຮ່າໂນ້ຍ, ວັນທີ 18 ກໍລະກົດ 2017)

--------------------------------------------------------------

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005