ໃນວັນທີ 3 ມັງກອນ 2017, ທີ່ ສຳນັກງານຄະນະພົວພັນຕ່າງປະເທດ ສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃນໂອກາດທີ່ມາຮັບໜ້າທີ່ໃໝ່ ຢູ່ ສປປ ລາວ ເຊິ່ງທ່ານທູດແມ່ນເປັນແຂກຜູ້ທຳອິດ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນປີ 2017.
ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມປະຊຸມເວທີປະຊາທິປະໄຕບາຫຼີ ຄັ້ງທີ 9 “Bali Democracy Forum (BDF)”ພາຍໃຕ້ຫົວຂໍ້ "ສາດສະໜາ, ປະຊາທິປະໄຕ ແລະ ຄວາມຫຼາກຫຼາຍ", ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 8-9 ທັນວາ 2016, ທີ່ ບາຫຼີ, ສາທາລະນະລັດ ອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີຄະນະຜູ້ແທນທີ່ມາຈາກ 96 ປະເທດ, ໃນນັ້ນລວມມີ ບັນດາປະເທດໃນພາກພື້ນອາຊີປາຊີຟິກ ຕະຫຼອດຮອດ ເອີຣົບ, ອາເມລິກາ ແລະ ອາຟຣິກາ.