ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2016, ກະຊວງການຕ່າງປະເທດ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນຢ່າງເປັນຂະບວນການ ເພື່ອຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2016 ທີ່ຈະມາເຖິງນີ້, ທີ່ ນະຄອນຫລວງວຽງຈັນ, ຊຶ່ງມີ ຫົວຫນ້າຫ້ອງການ, ຫົວຫນ້າກົມ, ຮອງກົມ ແລະ ບັນດາພະນັກງານຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດອັນຝົດຝື້ນມ່ວນຊື່ນ ແລະ ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ. ຊຶ່ງການປູກຕົ້ນໄມ້ດັ່ງກ່າວ ກໍໄດ້ຈັດຕັ້ງປະຕິບັດກັນຜ່ານມາໃນທຸກໆປີ ແລະ ປີນີ້ ກໍຈົບລົງດ້ວຍຜົນສໍາເລັດຢ່າງຈົບງາມ.