ໃນວັນທີ 26 ພະຈິກ 2016 ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດການແຂ່ງຂັນກິລາດອກປີກໄກ່ ຊິງຂັນລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ສະໂມສອນກິລາດອກປີກໄກ່ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເປັນສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ທີ່ຈະຈັດຂື້ນໃນກາງເດືອນທັນວາ 2016, ທັງເປັນການປະຕິບັດແຜນການເຄື່ອນໄຫວກິລາຊາວໜຸ່ມກະຊວງການຕ່າງປະເທດ ປະຈໍາປີ 2016 ແລະ ນອກນີ້ ຍັງເປັນການເສີມສ້າງການອອກກຳລັງກາຍ ໃຫ້ພະນັກງານມີສຸຂະພາບແຂງແຮງດີ, ມີຈິດໃຈເບີກບານມ່ວນຊື່ນຫ້າວຫັນຕໍ່ໜ້າທີ່ການງານ. ເປັນກຽດເຂົ້າຮ່ວມໃນການແຂ່ງຂັນກິລາດອກປີກໄກ່ຄັ້ງນີ້ ມີ ທ່ານ ບຸນເຫລືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແລະ ທ່ານ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມກະຊວງການຕ່າງປະເທດ ພ້ອມດ້ວຍສະມາຊິກຊາວໜຸ່ມຈາກແຕ່ລະໜ່ວຍ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ, ຊື່ງເຮັດໃຫ້ບັນຍາກາດໃນການແຂ່ງຂັນເປັນຂະບວນຟົດຟື້ນ, ຍິ້ມແຍ້ມແຈ່ມໃຈ ເຕັມໄປດ້ວຍຄວາມສາມັກຄີ ແລະ ນໍ້າໃຈກິລາ.