ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຢ້ຽມຢາມເຮັດວຽກ ຢູ່ ນະຄອນໂຮ່ຈີມິນ ແລະ ນະຄອນຍາຈາງ, ແຂວງ ແຂັງຮວ່າ, ສສ ຫວຽດນາມ

MaeYingVietnam

 

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງ ສະ​ຫາຍ ນາງ ຫງວຽນ ຫງວຽດ ງາ, ພັນ​ລະ​ຍາທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ ນາງ ອາ​ລຸ​ນີ ກົມ​ມະ​ສິດ, ພັນ​ລະ​ຍາລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ, ປະ​ທານ​ກິດ​ຕິ​ມະ​ສັກ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ພ້ອມ​ດ້ວຍ​ຄະ​ນະສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຢ້ຽມ​ຢາມ​ເຮັດ​ວຽກຢູ່ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນ​ຍາ​ຈາງ, ແຂວງແຂັງ​ຮ​ວ່າ, ສ​ສ. ຫວຽດ​ນາມ, ​ໃນ​ລະ​ຫວ່າງວັນ​ທີ 24-28 ກຸມ​ພາ 2017. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ການ​ຢ້ຽມ​ຢາມແລກ​ປ່ຽນ​ບົດ​ຮຽນ ລະ​ຫວ່າງ ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ, ຊຶ່ງ​ຝ່າຍ​ຫວຽດ​ນາມ​ ໄດ້​ທຳ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ນຳ​ໂດຍ ທ່ານ ນາງ ຫງວຽນ ຫງວຽດ ງາ, ໃນ​ເດືອນ ຕຸ​ລາ 2016 ທີ່​ຜ່ານ​ມາ.

​ຕະຫຼອ​ດ​ໄລ​ຍະ​ການ​ຢ້ຽມ​ຢາມ ຄະ​ນະ​ໄດ້​ພົບ​ປະ​ເຮັດ​ວຽກ​ກັບ​ ທ່ານ ນາງ ຫງວຽນ ທິ ຫງວຽດ ງາ, ພັນ​ລະ​ຍາ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ຕ່າ​ງ​ປະ​ເທດ ຫວຽດ​ນາມ, ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ, ການ​ນຳ​ແຂວງ​ແຂັງ​ຮ​ວ່າ, ສະ​ຫະ​ພັນ​ແມ່​ຍິງ ແຂວງ​ແຂັງ​ຮ​ວ່າ. ພ້ອມ​ກັນ​ນັ້ນ, ຄະ​ນະ​ໄດ້​ລົງ​ໄປ​​ຢ້ຽມ​ຢາມ ເຂດ​ເສດ​ຖະ​ກິດ, ແຫຼ່ງ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ປະ​ຫວັດ​ສາດ ຢູ່​ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນ​ຍາ​ຈາງ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ເປັນ​ການຜັນ​ຂະ​ຫຍາຍຈິດ​ໃຈ​​ຂໍ້​ຕົກ​ລົງ​ຮ່ວມ​ມື ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ-ຫວຽດ​ນາມ ໄລ​ຍະ 2014-2020 ເພື່ອເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ​ວ່ມ​ມືຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດ, ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ​ສອງ​ກະ​ຊວງ​ການ​ຕ່າງ​ປະເທດ ແລະ ແມ່​ຍິງ​ ລາວ-ຫວຽດ​ນາມ, ທີ່​ເຫັນ​ວ່າ​ນັບ​ມື້​ແມ່​ຍິງ​​ໄດ້​ມີບົດ​ບາດ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອ​ງ​ແຕ່​ລະ​ປະ​ເທດ.

​ໃນ​ການ​ພົບ​ປະ, ສອງ​ຝ່າຍ ​ເປັນ​ເອ​ກະ​ພາບ​ກັນຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດສອງ​ປະ​ເທດ. ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃຫ້​ໃກ້​ຊິດ ແລະ ມີ​ປະ​ສິດ​ທິ​ຜົນໃຫ້​ຫຼາຍ​ຂຶ້ນ ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ການ​ສະ​ເຫຼີມ​ສະຫຼອງ​ສອງວັນ​ປະ​ຫວັດ​ສາດຂອງ​ສອງ​ປະ​ເທດ ຄື​ຄົບ​ຮອບ 55 ປີ ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດຮ່ວມ​ກັນ ແລະ ຄົບ​ຮອບ 40 ປີ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດ​ນາມ. ​ພິ​ເສດ​ແມ່ນ​ໃນ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນ​ໃນ​ຂອບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ອາ​ຊຽນ ​ໃຫ້​ມີ​ບາດ​ກ້າວ​ໃໝ່.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480314
ມື້ນີ້144
ມື້ວານ157
ອາທິດນີ້712
ເດືອນນີ້6545