ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊາວ​ໜຸ່ມ​ກະຊວງ​ການ​ຕ່າງປະ​ເທດ ຈັດ​ກອງ​ປະຊຸມສຳ​ມະ​ນາ ກ່ຽວ​ກັບ ​ຜົນດີ-ຜົນ​ຮ້າຍ​ ຂອງການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ

20NoomOnlineWeb

 

20NoomOnlineWeb1

 

ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ຂ່ຳນັບ​ຮັບ​ຕ້ອນ ວັນ​ສ້າງ​ຕັ້ງ​ຊາວ​ໜຸ່ມ​ ປະຊາຊົນ ປະຕິວັດ​ລາວ ​ຄົບຮອບ 62 ປີ ​ແລະ ​ເພື່ອ​ເປັນ​ການ​ຂຳ່ນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ລາວ​ເຮົາ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 31 ມີນາ 2017, ທີ່​ ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ ຜົນ​ດີ ​ແລະ ຜົນ​ຮ້າຍ​ຂອງ​ການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ ຕໍ່​ການ​ປະຕິບັດ​ວຽກ​ງານ ກໍ​ຄື​ການ​ດຳລົງ​ຊີວິດ​ປະຈຳ​ວັນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ອານຸພາບ ວົງ​ໜໍ່​ແກ້ວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ກົມ​ອົງການ​ຈັດ​ຕັ້ງ​ສາກົນ, ​ແລະ ​ໃຫ້​ກຽດ​ຂຶ້ນ​ບັນຍາຍ​ໂດຍ​ທ່ານ​ວິທະຍາກອນ ຈາກ 3 ພາກ​ສ່ວນ​ຄື: ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ໄປສະນີ, ​ໂທລະ​ຄົມ ​ແລະ ການ​ສື່ສານ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ພ້ອມ​ນັ້ນ​ ກໍ​ມີ​ຜູ້ຕາງໜ້າ​ຈາກ​ສູນ​ກາງ​ຊາວ​ໜຸ່ມ​ ປະຊາຊົນ​ ປະຕິວັດ​ລາວ ​ແລະ ບັນດາ​ສະມາຊິກ​ຊາວ​ໜຸ່ມ​ກະຊວງ​ການ​ຕ່າງປະ​ເທດ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ. ຈຸດ​ປະສົງຂອງ​ກອງປະຊຸມ​ຄັ້ງ​ນີ້​ ກໍ​ເພື່ອ​ເຮັດ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ ກໍ​ຄື​ພະນັກງານ​ສື​ທອດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຮູ້​ໄດ້​ເຖິງ ຜົນ​ດີ ​ແລະ ຜົນ​ຮ້າຍ​ຂອງ​ການ​ບໍລິ​ໂພ​ກຂ່າວສານ ຜ່ານ​ທາງ​ສື່​ສັງຄົມ​ອອນ​ລາຍ, ​ແລະ ​ໃຫ້​ຮູ້​​ເຖິງ​ການ​ນຳ​ໃຊ້​ສື່​ອອນ​ລາຍ ຢ່າງ​ຖືກ​ວິທີ ​ແລະ ມີ​ການ​ໄຕ່ຕອງ ​ແລະ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ການ​ຕ່າງປະ​ເທດ ​​ແລະ ຊີວິດ​ປະຈຳ​ວັນໃຫ້​ແທດ​ເໝາະ.

 

ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ຜູ້​ເຂົ້າ​ຮ່ວມ​ ໄດ້​ຮັບ​ຟັງ​ການຂຶ້ນ​ບັນຍາຍ​ ​ໃນ 3 ຫົວ​ຂໍ້​​ໃຫຍ່ຄື: 1) ຫົວ​ຂໍ້: “ຜົນ​ດີ​-ຜົນ​ຮ້າຍ​ຂອງ​ການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ ຕໍ່​ກັບ​ວຽກງານ​ການ​ຕ່າງປະ​ເທດ” ​ໂດຍ ທ່ານ ພອນ​ທະວີ ບຸດ​ດາລາ, ຫົວໜ້າ​ກົມ​ການ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ; 2) ຫົວ​ຂໍ້: “ການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ ​ໃຫ້​ຖືກຕ້ອງ ​ແລະ ຖືກ​ວິທີ” ໂດຍ ທ່ານ ສີສັນ​ ປອງ​ນະທີ, ຮອງ​ຫົວໜ້າ​ສູນ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ເຫດການ​ສຸກ​ເສີນ​ທາງ​ຄອມ​ພິວ​ເຕີ, ຮອງ​​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ, ກະຊວງ​​ໄປສະນີ, ​ໂທລະ​ຄົມ ​ແລະ ການ​ສື່ສານ; ​ແລະ 3) ຫົວ​ຂໍ້: “ຜົນ​ດີ-ຜົນ​ເສຍ​ຂອງ​ການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ລາຍ ຕໍ່​ກັບ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​” ​ໂດຍ ທ່ານ ພັນ​ຕີ ​ເພັດ​ສະໝອນ ສີ​ລິ​ວົງ, ຫົວໜ້າ​ເຕັກນິກ ​ໂຄງການ​ຕ້ານ​ໂຈລະ​ກຳ​ຜ່ານ​ທາງ​ອິນ​ເຕີ​ເນັດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ​​ໃນ​ໂອກາດ​ດັ່ງກ່າວ, ​ແຕ່​ລະ​ພາກສ່ວນ ​ໄດ້​ຍົກ​​ໃຫ້​​ເຫັນ​ເຖິງ​ ວິທີ​ການ​ນຳ​ໃຊ້​ສື່​ອອນລາຍທີ່​ຖືກຕ້ອງ ​​ເຂົ້າ​ໃນ​ວຽກ​ງານຂອງ​ຕົນ ​ເພື່ອ​ໃຫ້​​ເກີດ​ຜົນ​ປະ​​ໂຫຍ​ດຕາມ​ມາ, ພ້ອມ​ທັງ​ຍົກ​​ໃຫ້​ເຫັນ​ເຖິງ ​​ໂທດ​ຂອງ​ສື່​ສັງຄົມ​ອອນ​ລາຍ ຖ້າ​ຫາກ​ນຳ​ໃຊ້​ບໍ່​ຖືກ​ວິທີ.

 

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ກໍ​ໄດ້​ມີ​ການ​ສົນທະນາ​ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ແລະ ມີການ​ສະຫຼຸບ​ຕີ​ລາຄາ​ຂອງ​ປະ​ທານ​ກອງ​ປະຊຸມ, ​ໂດຍ​​ໄດ້​ເນັ້ນ​ໃຫ້​ສະມາ​ຊິກ​ຊາວ​ໜຸ່ມ ກໍ​ຄື​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ ມີ​ສະຕິ​ສູງ ​ໃນ​ການ​ໝູນ​ໃຊ້​ສື່​ອອນ​ລາຍ​ຕ່າງໆ ​ເຂົ້າ​ໃນ​ການ​ປະຕິບັດວຽກ​ງານ ກໍ​ຄື​ການ​ດຳລົງ​ຊີ​ວິດ​ປະຈຳ​ວັນ ​ເພື່ອ​ໃຫ້​​ເກີດ​ຜົນ​ປະ​​ໂຫຍ​ດສູງ​ສຸດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485759
ມື້ນີ້58
ມື້ວານ206
ອາທິດນີ້795
ເດືອນນີ້5064