ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດຈັດ “ງານລ້ຽງນ້ຳຊາ” ພົບປະກັບນັກການທູດຍິງຕ່າງປະເທດ

 

Womencup1 Womencup2 Womencup3

 

ໃນວັນທີ 17 ພະຈິກ 2017, ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານພົບປະສັງສັນ ງານລ້ຽງນ້ຳຊາລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ ຂອງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາພັນລະຍາຂອງທູດຕານຸທູດຕ່າງປະເທດປະຈຳລາວ, ນັກການທູດຍິງຂອງລາວ, ນັກການທູດຍິງຕ່າງປະເທດ ແລະ ແມ່ຍິງຈາກບັນດາອົງການຈັດຕັ້ງສາກົນ ປະຈຳຢູ່ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ. ນອກນັ້ນຍັງມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ, ຕາງໜ້າອົງການຈັດຕັ້ງກຳມະບານ ແລະ ອົງການຈັດຕັ້ງຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ຄະນະ​​ພົວພັນຕ່າງປະເທດສູນກາງພັກ ກໍໄດ້ໃຫ້ກຽດເຂົ້າຮ່ວມ; ລວມທັງໝົດປະມານ 300 ທ່ານ.

ໃນໂອກາດອັນສຳຄັນນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ແລະ ມີຄຳເຫັນວ່າ: ການຈັດງານລ້ຽງນ້ຳຊາໃນປີນີ້ ກໍຄືໃນປີທີ່ຜ່ານມາ ແມ່ນຈັດຂຶ້ນທ່າມກາງບັນຍາກາດທີ່ປວງຊົນລາວ ພວມກະກຽມຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ພິເສດໃນບັຍາກາດທີ່ ລາວກຳລັງກະກຽມດ້ານຕ່າງໆໃຫ້ແກ່ປີທ່ອງທ່ຽວລາວ 2018, ຊຶ່ງແມ່ຍິງລາວ ເວົ້າລວມ, ເວົ້າສະເພາະແມ່ຍິງກະຊວງການຕ່າງປະເທດ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມເພື່ອການເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວ ໂດຍການສົ່ງເສີມການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງລາວ. ໃນໄລຍະ 1 ປີ ຜ່ານມາ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕັ້ງໜ້າປະຕິບັດສຳເລັດໜ້າທີ່ຂອງຕົນຫລາຍດ້ານ, ຊຶ່ງອັນທີ່ພົ້ນເດັ່ນແມ່ນ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຮ່ວມກັບບັນດາພັນລະຍາທູດອາຊຽນ ພ້ອມກັນສ້າງຕັ້ງກຸ່ມແມ່ຍິງການທູດ ອາຊຽນກຍອວທີ່ ນະຄອນຫລວງວຽງຈັນ ໃນວັນທີ 1 ສິງຫາ 2017 ທີ່ຜ່ານມາ ເພື່ອປະກອບສ່ວນໃນການສະເຫລີມສະຫລອງວັນສ້າງຕັ້ງອາຊຽນຄົບຮອບ 50 ປີ.

ງານລ້ຽງນ້ຳຊາເປັນກິດຈະກຳປະຈຳປີຂອງ ສະພັນແມ່ຍິງກະຊວງການຕ່າງປະເທດ ຊຶ່ງໄດ້ຈັດຕັ້ງປະຕິບັດຢ່າງເປັນປະຈຳ ດ້ວຍຈຸດປະສົງເພື່ອເຕົ້າໂຮມ ພົບປະສັງສັນ, ສ້າງຄວາມລຶ້ງເຄີຍ, ຄວາມຮັກແພງ ແລະ ແລກປ່ຽນວັດທະນະ​​ທຳ ຊຶ່ງກັນ ແລະ ກັນ ຂອງແມ່ຍິງທີ່ເຮັດວຽກການທູດ ກັບແມ່ຍິງຕ່າງປະເທດ ທີ່ປະຈຳການຢູ່ບັນດາສຳນັກງານຕ່າງປະເທດ ໃນ ລາວ. ພາຍໃນງານ ນອກຈາກຈະມີການວາງສະແດງສິນຄ້າ ແລະ ຫານແລ້ວ ຍັງມີການສະແດງສິນລະປະຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງໆ ອັນໄດ້ສ້າງຄວາມມ່ວນຊື່ນແລະ ຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ.

ໃນໂອກາດນີ້ ແຂກເຂົ້າຮ່ວມກໍໄດ້ອວຍພອນສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ 2018 ຊຶ່ງກັນ ແລະ ກັນ ດ້ວຍຄວາມເບີກບານມ່ວນຊື່ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480225
ມື້ນີ້55
ມື້ວານ157
ອາທິດນີ້623
ເດືອນນີ້6456