ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບປັດໃຈໃຫ້ແກ່ອ້າຍນ້ອງ, ນາຍ ແລະ ພົນທະຫານ ໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 69 ປີ

meaying mop khg1

meaying mop khg2

     ໃນວັນ​ທີ 16 ມັງກອນ 2018, ຢູ່​ທີ່​ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ສະຫະພັນ​ແມ່ຍິງ ກະຊວງ​ການ​ຕ່າງປະ​ເທດ, ​​ໄດ້​ນຳ​ເອົາ​ປັດໃຈ ລວມມີເຄື່ອງ​ຊ່ວຍ​ເຫຼືອ, ​ເຄື່ອງ​ບໍລິ​ໂພ​ກຈຳນວນ​ໜຶ່ງ​ ແລະ ເງິນສົດ ລວມມູນ​ຄ່າ​ທັງ​ໝົດ 5 ລ້ານກວ່າກີບ​ ມອບໃຫ້​ແກ່ ສະຫະພັນ​ແມ່ຍິງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ເພື່ອ​​ນຳ​ໄປ​ມອບໃຫ້​ອ້າຍ​ນ້ອງ, ນາຍ ​ແລະ ພົນທະ ຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ຢູ່​ ເຂດຊົນນະບົດ, ທຸລະກັນດານ​ ແລະ ຫ່າງ​ໄກສອກຫຼີກ, ​ເນື່ອງໃນ​​ໂອກາດວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ປີ ໃນວັນ​ທີ 20 ມັງກອນ ທີ່​ຈະ​ມາ​ເຖິງ​ນີ້.

          ພິທີມອບ-ຮັບ ດັ່ງກ່າວ, ເປັນ​ກຽດ​ມອບ​ໂດຍ​ ທ່ານ ນາງ ດາລາວັນ ສະຫວັນເພັດ, ພັນ​ລະ​ຍາ​ທ່ານຮອງ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແລະ ຮັບໂດຍ​ ທ່ານ ນາງ ຄໍາສອນ ຈັນຍາລາດ, ພັນ​ລະ​ຍາທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຊຶ່ງມີ ທ່ານ ນາງ ພິມ​ພາ ​ແກ້ວ​ມີ​ໄຊ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານ​ສະຫະພັນ​ແມ່ຍິງ​ກະຊວງການ​ຕ່າງປະເທດ ແລະ ທ່ານ ພັນ​ເອກ ນາງ ຄຳ​ພູ ສິດທິ​ເສນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງລາວ, ຫົວໜ້າ​ຫ້ອງການ-ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ປ້ອງ​ກັນປະ​ເທດ, ພ້ອມ​ດ້ວຍ​ຄະ​ນະ​ສະ​ຫະ​ພັນ​ແມ່​ຍິງ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເຂົ້າຮ່ວມ.

ໃນ​ໂອກາດ​ນີ້, ຄະນະ​ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ​​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ແລະ ຝາກ​ຄຳຊົມ​ເຊີຍ, ຄຳ​ຢ້ຽມຢາມ​ຖາມ​ຂ່າວ ​​ໄປ​ຍັງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ນາຍ ​ແລະ ພົນ​ທະຫານ, ນັກຮົບ ​ແລະ ສະມາຊິກຄອບຄົວ​ທຸກ​ຖ້ວນ​ໜ້າ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ໃນ​ໂອ​ກາດ​ປີໃໝ່ 2018 ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ​ມີ​ຄວາມ​ສູກ ແລະ ປະສົບ​ຜົນສຳ​ເລັດ​ອັນ​ຍິ່ງ​​ໃຫຍ່ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາປະ​ເທດ​ຊາດ ໃຫ້​ຈະ​ເລີນ​ຮູ່ງ​ເຮືອງ​ຂຶ້ນ​ເລື້ອຍ​ໆ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484375
ມື້ນີ້79
ມື້ວານ273
ອາທິດນີ້813
ເດືອນນີ້3680