ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນ ກຳມະບານລາວ ຄົບຮອບ 62 ປີ

kamabarn speech1

kamabarn speech2

kamabarn speech3

ໃນຕອນບ່າຍ ວັນທີ 20ກຸມພາ 2018, ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນ ກຳມະບານລາວ ຄົບຮອບ 62ປີ (01/02/1956–01/02/2018), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ, ມີບັນດາຄະນະພັກ, ຄະນະນຳ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ - ລັດຖະກອນ ທົ່ວກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຈຳນວນ 300 ກວ່າທ່ານ.

ໃນໂອກາດນີ້ ທ່ານ ສີມູນ ອຸ່ນລາສີ, ໄດ້ເລົ່າປະຫວັດມູນເຊື້ອຄວາມເປັນມາ, ຄວາມໝາຍ, ຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ທີ່ມີຜົນງານໂດດເດັ່ນປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປະຈຸບັນ, ສະຫະພັນກຳມະບານລາວເຮົາ ແມ່ນກ້ອນກຳລັງແຮງໜຶ່ງທີ່ມີນ້ຳໃຈເສຍສະຫຼະອັນພິລະອາດຫານ ເຂົ້າໃນການຕໍ່ສູ້ກູ້ຊາດ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າຮ່ວມທຸກຂະບວນການຕໍ່ສູ້ຂອງປະເທດຊາດທີ່ໄດ້ມອບໝາຍໃຫ້. ນັບແຕ່ທ້າຍສະຕະວັດທີ 19 ພວກຈັກກະພັດລ່າເມືອງຂື້ນ ໄດ້ເຂົ້າມາຢືດຄອງ 3 ປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກໍາປູເຈຍ, ພວກເຂົາໄດ້ກອບໂກຍເອົາວັດຖຸສີ່ງຂອງອັນມີຄ່າ ຂອງພວກເຮົາໄປເປັນຂອງພວກເຂົາ, ກົດຂີ່ຂູດຮີດ, ທູບຕີ, ທໍລະມານສາລະພັດ, ເຂັນຂ້າປະຊາຊົນລາວ, ຊາວຜູ້ອອກແຮງງານບັນດາເຜົ່າຢ່າງໂຫດຮ້າຍປາເຖື່ອນ. ມາຮອດ ວັນທີ 01 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງ ສ້າງຕັ້ງຫ້ອງການກໍາມະບານລາວຂື້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ແຕ່ງຕັ້ງ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຊອບ, ໂດຍພາຍໃຕ້ການຊີ້ນໍາ-ນຳພາຂອງຄະນະສູນກາງພັກ, ຈຸດປະສົງ ເພື່ອປຸກລະດົມຂົນຂວາຍໂຄສະນາ, ເຕົ້າໂຮມເອົາກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າທົ່ວປະເທດ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ກູ້ຊາດ, ມີນໍ້າໃຈຮັກຊາດ ແລະ ເສຍສະຫຼະ, ມີທັດສະນະຊົນຊັ້ນກໍາມະກອນ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ, ເພື່ອເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນເຖີ່ງປັດຈຸບັນ ໃຫ້ມີຄວາມຈະເລີນກ້າວໜ້າຂື້ນເປັນກ້າວໆ.

ໃນຕອນທ້າຍ ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກກຳມະບານທຸກພາກສ່ວນເພີ່ມທະວີ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ມີຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ພາຍໃນກໍາມະບານຮາກຖານຂອງຕົນ ແລະ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານລາວ ວາງອອກ ເພື່ອນໍາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢູ່ພາຍໃນ ກໍາມະບານຮາກຖານຂອງຕົນ ໃຫ້ນັບມື້ໄດ້ຮັບຜົນເປັນຢ່າງດີຂື້ນເລື້ອຍໆ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484531
ມື້ນີ້47
ມື້ວານ188
ອາທິດນີ້969
ເດືອນນີ້3836