ລະຫວ່າງວັນທີ 7-10 ມິຖຸນາ 2018, ຄະນະສະຫະພັນແມ່ຍິງ (ສຍລ) ກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ໄດ້ຕ້ອນຮັບຄະນະແມ່ຍິງ ກະຊວງການຕ່າງປະເທດສສຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນ ທິ ຫງວຽດ ຫງ່າ, ພັນລະຍາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ພົບປະແລກບົດຮຽນກັບ ສຍລ ກະຊວງການຕ່າງປະເທດ ສປປ ລາວ ທີ່ ນະຄອນຫວງພະບາງ, ແຂວງຫຼວງພະບາງ. ໃນການຢ້ຽມຢາມຄັ້ງນີ້, ຄະນະໄດ້ຮັບກຽດໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກ ສະຫາຍ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ປະທານອົງການກວດກາແຂວງຫຼວງພະບາງ, ສະຫາຍ ນາງ ບົວສອນ ໄຊຍະໄຊ, ຮອງປະທານສະຫະພັນແມ່ຍິງແຂວງຫຼວງພະບາງ ແລະ ທ່ານ ຫວຽນບາຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ.
ໃນການພົບປະສອງຝ່າຍລະຫວ່າງສະຫະພັນແມ່ຍິງ ຂອງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ຈັດຂຶ້ນ ໃນວັນທີ 8 ມິຖຸນາ 2018, ຕາງໜ້າຝ່າຍລາວສະຫາຍນາງພິມພາແກ້ວມີໄຊ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ປະທານ ສຍລກະຊວງການຕ່າງປະເທດ, ຮອງປະທານຄະນະກຳມາທິການ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍ ຫວຽດນາມ ສະຫາຍ ນາງ ເລ່ ທິ ຕວຽດ ມ່າຍ, ຄະນະບໍລິຫານງານສູນກາງແມ່ຍິງຫວຽດນາມ, ຮອງປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງກະຊວງຕ່າງປະເທດ ໄດ້ຜັດປ່ຽນກັນແຈ້ງໂດຍຫຍໍ້ ກ່ຽວກັບ ສະພາບ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດຂອງລາວ ແລະ ຫວຽດນາມ ໃຫ້ກັນຊາບ. ພ້ອມນັ້ນ, ທັງສອງຝ່າຍຍັງ ໄດ້ແລກປ່ຽນບົດຮຽນ ກ່ຽວກັບ ກິດຈະກຳການເຄື່ອນໄຫວຂອງຕົນ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຊຶ່ງເປັນວຽກງານທີ່ມີຄວາມສຳຄັນເພື່ອຍົກສູງບົດບາດຂອງແມ່ຍິງໃນຂົງເຂດວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ແລະ ເດັກເວົ້າລວມ, ເວົ້າສະເພາະໃນຂົງເຂດວຽກງານການຕ່າງປະເທດ. ນອກນັ້ນ, ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດການຮ່ວມມື ຂອງແມ່ຍິງສອງກະຊວງການຕ່າງປະເທດໃນໄລຍະທີ່ຜ່ານມາ, ຊຶ່ງມີບາດກ້າວຂະຫຍາຍຕົວເປັນທີ່ໜ້າເພິ່ງພໍໃຈ.
ສອງຝ່າຍ ຕີລາຄາສູງຕໍ່ການຢ້ຽມຢາມພົບປະຄັ້ງນີ້, ສະແດງເຖິງການສືບຕໍ່ຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືຂອງແມ່ຍິງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃຫ້ສູ່ລວງເລິກ ແລະ ເປັນຮູບປະທຳ ນັບມື້ໜັກແໜ້ນຢ່າງຕໍ່ເນື່ອງ. ນອກນັ້ນ, ຄະນະຍັງໄດ້ຢ້ຽມຢາມສະຖານທີ່ຕ່າງໆເຊັ່ນ: ພະລາດຊະວັງ, ວັດຊຽງທອງ, ນ້ຳຕົກຕາດກວ້າງຊີ ແລະ ສູນຫັດຖະກຳແຜ່ນແພບ້ານຜານົມ, ຊຶ່ງເປັນເມືອງມໍລະດົກໂລກ, ສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດທີ່ມີຊື່ສຽງຂອງສປປລາວກໍຄືຂອງໂລກ.