ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2018, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ນະຄອນຫລວງ ເຊອູນ, ສ.ເກົາຫລີ, ຫນ່ວຍຊາວໜຸ່ມຮາກຖານສະຖານເອກອັກຄະລັດຖະທູດ ແລະ ນັກສຶກສາລາວ ທີ່ ສ.ເກົາຫລີ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ຄຳສວຍ ແກ້ວດາລາວົງ, ເລຂາຫນ່ວຍພັກສະຖານທູດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ເກົາຫລີ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 13 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກຊາວໜຸ່ມຢູ່ ສ.ເກົາຫລີ ຈຳນວນທັງຫມົດ 59 ສະຫາຍ ແລະ ແຂກຖືກເຊີນຈາກອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ II ໃນຄັ້ງນີ້ ແມ່ນເພື່ອເປັນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງການຕ່າງປະເທດຄັ້ງທີ XI ໃນປີ 2019 ແລະກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໃນປີ 2020 ທີ່ຈະມາເຖິງ. ເຊິ່ງກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ສັງເກດຕີລາຄາສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ I ຂອງ ຫນ່ວຍຊາວຫນຸ່ມສະຖານທູດ-ນັກສຶກສາແຕ່ປີ 2014 ເຖິງ ປັດຈຸບັນ ແລະ ຮັບຮອງເອົາທິດທາງ ແລະ ແຜນການເຄື່ອນໄຫວຂອງຄະນະຫນ່ວຍຊາວຫນຸ່ມຮາກຖານສະຖານທູດແລະນັກສຶກສາ ໃນໄລຍະ 5 ປີ ແຕ່ປີ 2018-2023.
ກອງປະຊຸມຄັ້ງນີ້ໄດ້ມີປ່ອນບັດຄັດເລືອກເອົາຄະນະຫນ່ວຍຊາວຫນຸ່ມຮາກຖານຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ13 ສະຫາຍ, ຍິງ 5 ສະຫາຍ ເພື່ອເລືອກເອົາ 7 ສະຫາຍ (ຍິງ 2 ສະຫາຍ).
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະ ມີການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້.