ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

2018725MofaWoman3

2018725MofaWoman4

2018725MofaWoman1

 

ໃນວັນທີ 25 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955 - 20 ກໍລະກົດ 2018), ໂດຍການເປັນປະທານຂອງທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ຜູ້ຕາງໜ້າຄະນະພັກ-ຄະນະນຳກະຊວງ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງກະຊວງ, ບັນດາຄະນະກົມ, ປ້າອາວຸໂສບຳນານ, ພັນລະຍາການນຳ-ພັນລະຍາຄະນະກົມຂອງກະຊວງ, ສະມາຊິກສະຫະພັນແມ່ຍິງກະຊວງ ແລະ ອ້າຍນ້ອງຊາຍຈຳນວນໜຶ່ງຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 400 ຄົນ.

ໃນພິທີອັນມີຄວາມໝາຍນີ້, ທ່ານ ນາງ ພິມພາ ແກ້ວມີໄຊ, ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດຫຍໍ້ຄວາມເປັນມາ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ແລະ ໄດ້ເປີດການແຂ່ງຂັນສ້າງຟີມເອກະສານ ແມ່ຍິງລາວ ວິລະຊົນ, ໂດຍການເຂົ້າຮ່ວມແຂ່ງຂັນຂອງເອື້ອຍນ້ອງ ຈາກບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ເປັນການຫວນຄືນ ແລະ ຈາລຶກຄຸນງາມຄວາມດີອັນໂດດເດັ່ນ ແລະ ດີງາມ ຂອງບັນດາປ້າອາວຸໂສ ທີ່ໄດ້ເສຍສະຫຼະສຸມທຸກເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ຄົນຮຸ້ນໃໝ່ໄດ້ຮັບຮູ້ ແລະ ສຶກສາຮໍ່າຮຽນເອົາແບບຢ່າງທີ່ດີຂອງບັນດາປ້າວິລະຊົນ. ອັນໄດ້ເຮັດໃຫ້ພິທີດັ່ງກ່າວມີຄວາມຄຶກຄຶ້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນ.

ເພື່ອເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ, ໃນວັນທີ 9 ກໍລະກົດ 2018, ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ເປັນກຽດຢ່າງສູງໄດ້ຕ້ອນຮັບການມາໂອ້ລົມຂອງ ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຊິ່ງມີບັນດາພັນລະຍາການນໍາ, ພັນລະຍາຄະນະກົມ ແລະ ສະມາຊິກແມ່ຍິງກະຊວງການຕ່າງປະເທດ ເຂົ້າຮັບຟັງ ລວມທັງໝົດ 200 ກວ່າທ່ານ. ໂອກາດດັ່ງກ່າວ, ທ່ານ ປ້າ ນາລີ ສີສຸລິດ ໄດ້ເນັ້ນເຖິງຄວາມສຳຄັນ ບົດບາດໜ້າທີ່ຂອງແມ່ຍິງລາວ ໃນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບສ່ວນຂອງບັນດາທ່ານພັນລະຍາການນຳ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ເຂົ້າໃນການເຄື່ອນໄຫວການທູດລາວ. ໃນການໂອ້ລົມ, ຍັງໄດ້ຍົກບັນຫາການອະນຸລັກຮີດຄອງປະເພນີອັນດີງາມຂອງລາວ ແລະ ແນະນຳບາງບົດຮຽນຂອງແມ່ຍິງໃນການເຄື່ອນໄຫວວຽກງານຕ່າງປະເທດ. ນອກນັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ປະກອບສ່ວນເຂົ້າຮ່ວມບັນດາກິດຈະກຳ ທີ່ສູນກາງສະຫະພັນແມ່ຍິງລາວຈັດຕັ້ງເຊັ່ນ: ເຂົ້າຮ່ວມຂະບວນການ ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ”; ເຂົ້າຮ່ວມຂະບວນການບໍລິຈາກເລືອດ; ເຂົ້າຢ້ຽມຊົມຫ້ອງມູນເຊື້ອຂອງ ສະຫະພັນແມ່ຍິງລາວ ແລະ ເຂົ້າຮ່ວມວາງກະຕ່າດອກໄມ້ທີ່ ຫໍພິພິຕະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານສຸພານຸວົງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484540
ມື້ນີ້56
ມື້ວານ188
ອາທິດນີ້978
ເດືອນນີ້3845