ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະວິທະຍາ ສາດກ່ຽວກັບການເຄື່ອນໄຫວການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃນໄລຍະຜ່ານມາ

020181012 youth seminar

020181012 youth seminar1

020181012 youth seminar2

ເພື່ອເປັນການສະເລີມສະຫລອງວັນການທູດລາວ ຄົບຮອບ 73 ປີ ທີ່ໝູນວຽນມາເຖິງໃນວັນທີ 12 ຕຸລາ 2018 (12 ຕຸລາ 1945 - 12 ຕຸລາ 2018), ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມສຳມະວິທະຍາສາດ ກ່ຽວກັບ ການເຄື່ອນໄຫວການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃນໄລຍະຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜູ່ມກະຊວງການຕ່າງປະເທດ, ດ້ວຍການໃຫ້ກຽດເຂົ້າຮ່ວມໂດຍເອກອັກຄະລັດຖະທູດອາວຸໂສຈຳນວນໜຶ່ງ, ມີຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກຊາວໜຸ່ມຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຊາວໜຸ່ມກະຊວງການຕ່າງປະເທດເຂົ້າຮ່ວມປະມານ 350 ກ່ວາສະຫາຍ.

ໃນການກ່າວເປີດພິທີ, ທ່ານປະທານ ໄດ້ຍົກໃຫ້ເຫັນຜົນສຳເລັດ ແລະ ຄວາມສຳຄັນຂອງການເຄື່ອນໄຫວການທູດຂອງພວກເຮົາໃນໄລຍະຜ່ານມາ ແລະ ປະຈຸບັນພາຍໃຕ້ການປະຕິບັດນະໂຍບາຍການຕ່າງປະເທດ ຂອງພັກແລະລັດຖະບານທີ່ຖືກຕ້ອງ ແລະ ສອດຄ່ອງກັບການປ່ຽນແປງສະພາບການຂອງໂລກ ແລະ ພາກພື້ນໃນແຕ່ລະໄລຍະ, ເພື່ອແນໃສ່ເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຫລັງຈາກນັ້ນ, ກອງປະຊຸມຍັງໄດ້ຄົ້ນຄ້ວາ, ນຳສະເໜີ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບບາງບັນຫາທີ່ພົ້ນເດັ່ນຂອງສາກົນ ແລະ ພາກພຶ້ນໃນປະຈຸບັນ, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກໍ່ຄືພະນັກງານຮຸ້ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນໃນໂລກ ແລະ ພາກພຶ້ນ. ພ້ອມດຽວກັນນັ້ນ, ເພື່ອເຮັດໃຫ້ກອງປະຊຸມສຳມະນາໃນຄັ້ງນີ້ມີເນື້ອໃນໜັກແຫນ້ນ ແລະ ສົມບູນ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນກ່ຽວກັບບັນຫາດັ່ງກ່າວໂດຍບັນດາທ່ານເອກອັກຄະລັດຖະທູດອາວຸໂສທີ່ມີປະສົບການໃນການເຄື່ອນໄຫວວຽກງານການທູດສອງຝ່າຍແລະຫລາຍຝ່າຍ. ໃນໂອກາດນີ້, ເພິ່ນຍັງໄດ້ຍົກໃຫ້ເຫັນປະສົບການ ແລະ ບົດຮຽນກ່ຽວກັບການເຄື່ອນໄຫວວຽກງານການທູດຕົວຈິງຂອງແຕ່ລະທ່ານໃນແຕ່ລະໄລຍະຜ່ານມາ, ຊຶ່ງເປັນປະສົບການແລະບົດຮຽນອັນລໍ້າຄ່າສຳລັບນັກການທູດຮຸ້ນສືບທອດ.

ໃນໂອກາດດຽວກັນນີ້, ເພື່ອເປັນການສ້າງບັນຍາກາດໃຫ້ຟົດຟຶ້ນແລະເພື່ອຮັດແຫນ້ນຄວາມສາມັກຄີຊຶ່ງກັນແລະກັນ, ພາຍຫລັງກອງປະຊຸມສຳມະນາ, ຊາວໜຸ່ມກະຊວງການຕ່າງປະເທດຍັງໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485367
ມື້ນີ້68
ມື້ວານ227
ອາທິດນີ້403
ເດືອນນີ້4672