ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງນໍ້າຊາ-ພົບປະສັງສັນ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ

20181123TeaParty11

20181123TeaParty12

20181123TeaParty14

ໃນວັນທີ 23 ພະຈິກ 2018, ທີ່ ສູນຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາພັນລະຍາທູດຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກບັນດາອົງການຈັດຕັ້ງສາກົນ ປະຈຳຢູ່ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ນ. ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາພະນະທ່ານນາຍົກລັດຖະມົນຕີ. ນອກຈາກນັ້ນຍັງມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ ກໍໄດ້ໃຫ້ກຽດເຂົ້າຮ່ວມ, ລວມທັງໝົດປະມານ 400 ກວ່າທ່ານ, ເຊິ່ງໃນນັ້ນ ມີແຂກຈາກບັນດາສະຖານເອກອັກຄະລັດຖະທູດຕ່າງປະເທດ ແລະ ບັນດາສຳນັກງານອົງການຈັດຕັ້ງສາກົນ ປະຈຳ ນະຄອນຫລວງວຽງຈັນ ເກືອບ 200 ທ່ານ.

ໃນໂອກາດອັນສຳຄັນນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ແລະ ມີຄຳເຫັນວ່າ: ການຈັດງານລ້ຽງນ້ຳຊາໃນປີນີ້ ກໍຄືໃນປີທີ່ຜ່ານມາ ແມ່ນຈັດຂຶ້ນທ່າມກາງບັນຍາກາດທີ່ປວງຊົນລາວ ພວມກະກຽມຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ ແລະ ພິເສດກະຊວງການຕ່າງປະເທດກໍາລັງກະກຽມກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ທີ່ຈະຈັດຂຶ້ນໃນຕົ້ນປີ 2019, ເຊິ່ງສະແດງເຖິງຜົນສໍາເລັດໃນການເຄື່ອນໄຫວວຽກງານການຕ່າງປະເທດເວົ້າລວມ ເວົ້າສະເພາະສະແດງເຖິງການປະກອບສ່ວນຊ່ວຍເຫຼືອຮ່ວມມື ແລະ ສະໜັບສະໜູນຂອງວົງຄະນະຍາດສາກົນ ທີ່ເຮັດໃຫ້ ສປປ ລາວ ມີບົດບາດສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ, ສປປ ລາວ ກໍຄືກັບຫຼາຍປະເທດໃນພາກພື້ນ ແລະ ສາກົນ ທີ່ຕ້ອງປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ ອັນເນື່ອງມາຈາກຜົນກະທົບຂອງວິກິດການເສດຖະກິດຂອງໂລກ, ຂໍ້ຂັດແຍ່ງທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ໄພຂົ່ມຂູ່ຈາກທໍາມະຊາດ. ໃນປີ 2018 ຫຼາຍປະເທດກໍໄດ້ຮັບຜົນກະທົບຢ່າງໜັກຈາກໄພທໍາມະຊາດ ແລະ ອຸບັດຕິເຫດຕ່າງໆ; ສປປ ລາວ ກໍໄດ້ຮັບຜົນກະທົບໜັກຈາກເຫດການທີ່ເກີດຂຶ້ນຢູ່ເຂື່ອນເຊປ່ຽນ-ເຊນໍ້ານ້ອຍ, ເມືອງສະໜາມໄຊ, ແຂວງອັດຕະປື ຂອງລາວ ແລະ ບາງແຂວງໃນຂອບເຂດທົ່ວປະເທດ, ເຮັດໃຫ້ປະຊາຊົນລວມທັງແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບຜົນກະທົບຢ່າງໜັກ; ລັດຖະບານລາວ ແລະ ຫຼາຍພາກສ່ວນຈາກທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ເອົາໃຈໃສ່ຊ່ວຍເຫຼືອຟື້ນຟູສະພາບດັ່ງກ່າວ ໃຫ້ກັບສູ່ສະພາບດໍາລົງຊີວິດປົກກະຕິ.

ງານລ້ຽງນ້ຳຊາເປັນກິດຈະກຳເຄື່ອນໄຫວປະຈຳປີຂອງ ສະພັນແມ່ຍິງກະຊວງການຕ່າງປະເທດ ດ້ວຍຈຸດປະສົງເພື່ອເຕົ້າໂຮມ ພົບປະສັງສັນ, ສ້າງຄວາມລຶ້ງເຄີຍ, ຄວາມຮັກແພງ ແລະ ແລກປ່ຽນວັດທະນະ​​ທຳ ຊຶ່ງກັນ ແລະ ກັນ ຂອງແມ່ຍິງທີ່ເຮັດວຽກການທູດ ກັບແມ່ຍິງຕ່າງປະເທດ ທີ່ມີສຳນັກງານປະຈຳຢູ່ ສປ ລາວ. ພາຍໃນງານ, ນອກຈາກຈະມີການວາງສະແດງສິນຄ້າ ແລະ ອຫານແລ້ວ ຍັງມີການສະແດງສິນລະປະຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງໆ ອັນໄດ້ສ້າງຄວາມມ່ວນຊື່ນແລະ ຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ. ໃນໂອກາດນີ້ ແຂກເຂົ້າຮ່ວມກໍໄດ້ອວຍພອນສົ່ງທ້າຍປີເກົ່າ 2018ແລະ ຕ້ອນຮັບປີໃໝ່ 2019ຊຶ່ງກັນ ແລະ ກັນ ດ້ວຍຄວາມເບີກບານມ່ວນຊື່ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570