ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດກອງປະຊຸມໃຫຍ່ ຄັ້ງທີ XI

 

20200207 Women1

20200207 Women2

20200207 Women3

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໃນວັນທີ 7 ກຸມພາ 2020, ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍບັນດາແຂກມີກຽດທີ່ຖືກເຊີນ ແລະ ເອື້ອຍນ້ອງສະມາຊິກແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ 300 ສະຫາຍ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ແລະ ມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຄັ້ງທີ X (2014) ໃນໄລຍະ 5 ປີ ຜ່ານມາ (2014-2019), ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນຫຼາຍດ້ານທີ່ເອື້ອຍນ້ອງແມ່ຍິງຍາດມາໄດ້ ເປັນຕົ້ນແມ່ນ ດ້ານການສຶກສາອົບຮົມການເມືອງ-ແນວຄິດ ຂອງເອື້ອຍນ້ອງແມ່ຍິງ; ວຽກງານການປັບປຸງການຈັດຕັ້ງ; ການກໍ່ສ້າງພະນັກງານ ແລະ ນະໂຍບາຍ; ວຽກງານປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ-ເດັກນ້ອຍ; ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ; ການພັດທະນາຊີວິດການເປັນຢູ່ຂອງເອື້ອຍນ້ອງຍິງ; ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ; ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາ, ສິ່ງດັ່ງກ່າວເປັນການປະກອບສ່ວນອັນສໍາຄັນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ເວົ້າລວມ, ເວົ້າສະເພາະກໍແມ່ນການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປະຈຸບັນ ກະຊວງການຕ່າງປະເທດ ແມ່ນເປັນກະຊວງແດງ, ເຊິ່ງເອື້ອຍນ້ອງແມ່ຍິງທຸກສະຫາຍ ໄດ້ເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ. ອັນພົ້ນເດັ່ນ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 211/ສຍລ, ລົງວັນທີ 19 ເມສາ 2014 ກໍຄືການເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ແລະ ສາມາດຍາດໄດ້ທຸງໄຊ ຈາກສູນກາງສະຫະພັນແມ່ຍິງລາວ 1 ຄັ້ງ ແລະ ຄາດໝາຍສູ້ຊົນ ຈະໃຫ້ໄດ້ທຸງໄຊເທື່ອທີ 2. ກອງປະຊຸມຍັງໄດ້ມີການຄັດເລືອກເອື້ອຍນ້ອງຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຕະຫຼອດໄລຍະ 5 ປີທີ່ຜ່ານມາ ສາມາດສະຫຼຸບໄດ້ດັ່ງນີ້, ສະເພາະຢູ່ພາຍໃນປະເທດ ປະເພດດີເດັ່ນມີ 168 ສະຫາຍ,​ ປະເພດດີ 72 ສະຫາຍ ແລະ ປະເພດກາງ 3 ສະຫາຍ.

ໄດ້ຕີລາຄາຄືນ ຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍໄດ້ກໍານົດທິດທາງ ແລະ ແຜນການໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ນໍາພາດ້ານການເມືອງ-ແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງ ເຊື່ອມຊຶມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໂດຍຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຕ່າງໆ ຂອງພັກ ແລະ ສສຍລ ວາງອອກ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະຂອງຕົນ ກໍຄືວຽກງານການຕ່າງປະເທດ ໂດຍຍຶດໝັ້ນແນວທາງນະໂຍບາຍການຕ່າງປະເທດ: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ຈໍານວນ 11 ສະຫາຍ, ໃນນັ້ນ ສະຫາຍ ນາງ ຟອງສະຫມຸດ ອັ່ນລາວັນ ເປັນປະທານ, ສະຫາຍ ນາງ ໄກມະນີ ອໍລະບູນ ເປັນຮອງປະທານຜູ້ທີ I ພ້ອມທັງເປັນປະທານກວດກາ, ສະຫາຍ ນາງ ຂັນມາລາ ພັນດານຸວົງ ເປັນຮອງປະທານຜູ້ທີ 2 ແລະ ສະຫາຍ ນາງ ສອນນາລີ ໄຊສົມແພງ ເປັນຮອງປະທານກວດກາ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ເພື່ອເປັນທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ແກ່ການນໍາພາຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຄັ້ງທີ XI ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ,​ ຍັງໄດ້ຮັບຟັງ ການໂອ້ລົມຂອງສະຫາຍເລຂາພັກປະຈໍາກະຊວງການຕ່າງປະເທດ ທີ່ຊີ້ໃຫ້ເຫັນຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໃນການຍົກສູງບົດບາດ ຍິງ-ຊາຍ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໃຫ້ທິດຊີ້ນໍາເອື້ອຍນ້ອງແມ່ຍິງ ໃນການຍົກສູງຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານການຕ່າງປະເທດ ໃນໄລຍະໃໝ່.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480220
ມື້ນີ້50
ມື້ວານ157
ອາທິດນີ້618
ເດືອນນີ້6451