ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊາວໜຸ່ມກະຊວງການຕ່າງປະເທດ ຈັດກິດຈະກຳການແຂ່ງຂັນກິລາຕີດອກປີກໄກ່ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມສຳຄັນຕ່າງໆ

 

20200310YouthBadmintion

 

ໃນວັນທີ 14 ມີນາ 2020, ທີ່ ເດີ່ນຕີດອກປີກໄກ່ ບຶງຂະຫຍອງ (Sport View), ນະຄອນຫຼວງວຽງຈັນ, ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳແຂ່ງຂັນກິລາຕີດອກປີກໄກ່ ຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ແລະ ກອງປະຊຸມໃຫຍ່ຂອງ 03 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ, ພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງມະນີ ຍອດສີອຸດົມ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ, ມີບັນດາສະມາຊິກຊາວໜຸ່ມຂອງແຕ່ລະໜ່ວຍ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ການແຂ່ງຂັນກິລາຕີດອກປີກໄກ່ ໃນຄັ້ງນີ້, ໄດ້ຈັດແບ່ງອອກເປັນ 03 ປະເພດ ຄື: ຄູ່ຊາຍ, ຄູ່ຍິງ ແລະ ຄູ່ປະສົມ, ຊຶ່ງນັກກິລາທີ່ລົງແຂ່ງຂັນແມ່ນມາຈາກ 17 ກົມ ພາຍໃນກະຊວງ. ພາຍຫຼັງສຳເລັດການແຂ່ງຂັນ, ສະຫາຍ ດວງມະນີຍອດສີອຸດົມ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ກໍໄດ້ໃຫ້ກຽດມອບຂັນລາງວັນໃຫ້ແກ່ທີມຊະນະເລີດ ອັນດັບທີ 01 ແລະ ອັນດັບທີ 02 ຂອງແຕ່ລະທີມ, ຊຶ່ງມີຜົນການແຂ່ງຂັນມີດັ່ງນີ້: ອັນດັບ 01 ປະເພດຄູ່ຊາຍແມ່ນ ຫ້ອງການກະຊວງການຕ່າງປະເທດ; ອັນດັບ 01 ປະເພດຄູ່ຍິງແມ່ນ ກົມເອີຣົບ ແລະ ອາເມລິກາ; ອັນດັບ 01 ປະເພດຄູ່ປະສົມແມ່ນ ສະຖາບັນການຕ່າງປະເທດ. ສຳລັບອັນດັບ 02 ປະເພດຄູ່ຊາຍແມ່ນ ກົມອາຊີ, ປາຊີຟິກ ແລະ ອາຟຣິກກາ; ສຳລັບອັນດັບ 02 ປະເພດຄູ່ຍິງແມ່ນ ກົມອົງການຈັດຕັ້ງມະຫາຊົນ; ແລະ ອັນດັບ 02 ປະເພດຄູ່ປະສົມແມ່ນ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມກັນນີ້, ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ຍັງໄດ້ໂອ້ລົມກັບບັນດານັກກິລາ ກໍຄືສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ດ້ວຍບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ.

 

ກິດຈະກຳດັ່ງກ່າວ, ນອກຈາກເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ທີ່ສຳຄັນຂອງກະຊວງການຕ່າງປະເທດແລ້ວ, ກໍຍັງເປັນການສ້າງຄວາມສາມັກຄີຮັກແພງ ຊຶ່ງກັນ ແລະ ກັນ ໃຫ້ແກ່ສະມາຊິກຊາວໜຸ່ມ ກໍຄືພະນັກງານທັງໝົດພາຍໃນກະຊວງ, ຊຶ່ງການແຂ່ງຂັນກິລາຄັ້ງນີ້ ແມ່ນດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484707
ມື້ນີ້18
ມື້ວານ205
ອາທິດນີ້1145
ເດືອນນີ້4012