ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຕປທ ແລະ ຄຕພ ຈັດກິດຈະກຳກິລາບານເຕະ

Football youth

ໃນ​ຕອນ​ບ່າຍວັນທີ 08 ມັງກອນ 2015, ທີ່ ສູນ​ກິລາ​ຄົບ​ວົງ​ຈອນ ກູດ​ໄລ, ຄະນະ​ບໍລິຫານ​ສູນ​ກາງ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຈັດກິດຈະກຳການ​ແຂ່ງຂັນກິລາ​ບານ​ເຕະ ຊາຍ ​ແລະ ຍິງ ​ເພື່ອ​ຊິງ​ຂັນ ຄະນະ​ບໍລິຫານ​ສູນ​ກາງ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄຕພ. ​ໃຫ້​ກຽດ​ເຂົ້າ​ຮ່ວມ​​ໂດຍ​ແມ່ນ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ​ແສງ​ແກ້ວ ປວງ​ປະດິດ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ​ ກະຊວງການ​ຕ່າງປະ​ເທດ ​ແລະ ຄຕພ, ມີ​ບັນດາ​ຫົວຫນ້າ​ກົມ, ຮອງ​ກົມ ​ແລະ ບັນດາ​ສະມາຊິກ​ຊາວ​ຫນຸ່ມ ຂອງ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄຕພ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຈຸດປະສົງ​ຂອງ​ການ​ຈັດ​ກິດຈະກຳ​ດັ່ງກ່າວ ແມ່ນ​ເພື່ອ​ສ້າງ​ຂະ​ບວນການ​ຂ່ຳນັບ​ຮັບ​ຕ້ອນ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ ຄະນະບໍລິຫານ​ສູນ​ກາງ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ແລະ ຄຕພ. ​ການ​ແຂ່ງຂັນ​ດັ່ງກ່າວ ສະ​ເພາະ​ທີ​ມຊາຍ ​ແມ່ນ​ແບ່ງ​ອອກ​ເປັນ 8 ທີ​ມ ​ແລະ ທີ​ມຍິງ​ແບ່ງ​ອອກ​ເປັນ 4 ທີ​ມ, ຜົນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ ປະກົດ​ວ່າ ທີ​ມ C (ກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ກົມ​ກວດກາ ​ແລະ ຫ້ອງການ​ບໍລິການ​ສະຖານທູດ) ສາມາດ​ເອົາ​ຊະນະ​ທີ​ມ F (ກົມ​ອົງການ​ຈັດ​ຕັ້ງ​ສາກົນ; ກົມ​ສົນທິສັນຍາ ​ແລະ ກົດຫມາຍ ​ແລະ ກົມ​ເອີຣົບ ​ແລະ ອາ​ເມ​ລິ​ກາ) 3-1 ປະຕູ ​ແລະ ​ທີ​ມຍິງ​ແມ່ນ ທີ​ມ D (ຫ້ອງການ; ກົມ​ການ​ເງິນ; ກົມ​ພິທີການ​ທູດ; ກົມ​ກົງສຸນ ​ແລະ ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ) ສາມາດ​ເອົາ​ຊະນະ ທີ​ມ B (ກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ກົມ​ກວດກາ; ກົມ​ເສດຖະກິດ; ກົມ​ອາ​ຊຽນ ​ແລະ ຫ້ອງການ​ບໍລິການ​ສະຖານທູດ) ດ້ວຍ​ການ​ຍິງ​ຈຸດ​ໂທດ.

ການ​ແຂ່ງຂັນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ​ແລະ ​ເຕັມໄປດ້ວຍໄມຕີ​ຈິດ​ມິດຕະພາບ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485769
ມື້ນີ້68
ມື້ວານ206
ອາທິດນີ້805
ເດືອນນີ້5074