ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງນໍ້າຊາພົບປະສັງສັນ ປະຈໍາປີ 2020

 

2020124-TeaParty-1

 

2020124-TeaParty-2

2020124-TeaParty-3

 

      ​ໃນ​ວັນ​ທີ 4 ທັນວາ 2020 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາພົບປະສັງສັນ ປະຈໍາປີ 2020 ຂຶ້ນ ທີ່ສູນການຮ່ວມມືສາກົນແລະຝຶກອົບຮົມ (ICTC), ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານນາງອາລຸນີ   ກົມມະສິດ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຊຶ່ງມີບັນດາເອກອັກຄະລັດຖະທູດເພດຍິງ, ນັກການທູດເພດຍິງ, ພັນລະຍາທູຕານຸທູດ ປະຈໍາຢູ່ ສປປ ລາວ, ບັນດາພັນລະຍາຂອງຄະນະນໍາ ແລະ ຄະນະກົມ ພາຍໃນກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ແລະສະຫະພັນແມ່ຍິງຂອງບັນດາກະຊວງອ້ອມຂ້າງສູນກາງ ລວມທັງສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມງານດັ່ງກ່າວ, ລວມຜູ້ເຂົ້າຮ່ວມ ທັງໝົດ ປະມານ 400 ທ່ານ.

        ງານລ້ຽງນໍ້າຊາດັ່ງກ່າວ ແມ່ນງານພົບປະສັງສັນໂດຍປົກກະຕິ ທີ່ເປັນປະເພນີຈັດຂຶ້ນທຸກປີ ລະຫວ່າງ ວົງຄະນາຍາດ   ນັກການທູດຍິງ ແລະ ພັນລະຍານັກການທູດ ຢູ່ ສປປ ລາວ, ຊຶ່ງການຈັດງານຄັ້ງນີ້ ແມ່ນກິດຈະກຳເຄື່ອນໄຫວປະຈຳປີ ຂອງສະພັນແມ່ຍິງກະຊວງການຕ່າງປະເທດ ເພື່ອພົບປະສັງສັນ, ທໍາຄວາມຮູ້ຈັກສະໜິດສະໜົມ, ເຕົ້າໂຮມຄວາມສາມັກຄີ ແລະ ແລກປ່ຽນວັດທະນະທໍາ ທາງດ້ານການສະແດງສິນລະປະ, ການວາງສະແດງເຄື່ອງຫັດຖະກໍາ ແລະ ອາຫານທີ່ເປັນເອກະລັກຂອງຊາດ ລະຫວ່າງ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ພະນັກງານນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ນັກການທູດເພດຍິງ, ພັນລະຍາທູຕານຸທູດ ຂອງສໍານັກງານຜູ້ຕາງໜ້າຕ່າງປະເທດ ປະຈໍາຢູ່ ສປປ ລາວ.

        ໃນພິທີເປີດງານດັ່ງກ່າວ, ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວຕ້ອນຮັບ ບັນດາຜູ້ເຂົ້າຮ່ວມທັງໝົດ ຢ່າງ ອົບອຸ່ນ ແລະ ໄດ້ກ່າວເປີດງານຢ່າງເປັນທາງການ, ຊຶ່ງໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງເອື້ອຍນ້ອງແມ່ຍິງ ໃນຂົງເຂດວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ທັງຜູ້ຮັບຜິດຊອບວຽກງານການທູດໂດຍກົງ ແລະ ທັງຜູ້ສະໜັບສະໜູນວຽກງານການທູດທາງອ້ອມ ພ້ອມທັງຍັງເປັນແມ່ພິມໜຶ່ງຂອງຊາດ ໃນການຮັກສາສິນລະປະວັດທະນະທໍາ, ຮີດຄອງປະເພນີ ບໍ່ວ່າ ການນຸ່ງຖື, ພາສາ, ມາລະຍາດໃນການປາກເວົ້າ ແລະ ອາຫານການກິນ ເພື່ອສືບຕໍ່ສົ່ງເສີມຄວາມເປັນເອກກະລັກຂອງຊາດຕົນ. ພາຍໃນງານຄັ້ງນີ້, ໄດ້ມີການສະແດງສິນລະປະ, ມີການວາງສະແດງເຄື່ອງຫັດຖະກໍາ, ເຄື່ອງທີ່ລະນຶກ ແລະ ຜະລິດຕະພັນທີ່ຫຼາກຫຼາຍ, ມີການຊິມອາຫານ ແລະ ຈໍາໜ່າຍອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະຊາດ ຈາກເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງປະເທດ ປະຈໍາຢູ່ ສປປ ລາວ, ຊຶ່ງໄດ້ສ້າງບັນຍາກາດທີ່ຟົດຟື້ນ, ມ່ວນຊື່ນ, ອົບອຸ່ນ ໄປດ້ວຍໄມຕີຈິດມິດຕະພາບ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມງານດັ່ງກ່າວ ພ້ອມທັງຍັງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ພາຍໃນວົງຄະນາຍາດນັກການທູດເພດຍິງ ແລະ ພັນລະຍາທູຕານຸທູດ ຢູ່ ສປປ ລາວ ອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484708
ມື້ນີ້19
ມື້ວານ205
ອາທິດນີ້1146
ເດືອນນີ້4013