ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະບໍລິຫານງານຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄຂກອງປະຊຸມໃຫຍ່ ຄັ້ງທີ X

youth union meeting1  youth union meeting2

ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ຕົນຂຶ້ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 20 ມີນາ 2015, ທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ​ການ​ຕ່າງປະ​ເທດ, ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ​ແສງ​ແກ້ວ ປວງ​ປະດິດ, ກຳມະການ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນ ປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ​​​ໂດຍ​ການໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ຮອງ​ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ລັດຖະມົນຕີ​ຊວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ; ສະຫາຍ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ, ​ເລຂາ​ຄະນະ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ປະຊາຊົນ ປະຕິວັດ​ລາວ ; ມີ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ກະຊວງ, ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ, ສະມາຊິກຊາວ​ຫນຸ່ມ ​ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ກອງ​ປະຊຸມ​​ຄັ້ງ​ນີ້ ​ໄດ້​ໄຂ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ທັງ​ຊາດ ພວມ​ອອກ​ແຮງ​ຕັ້ງຫນ້າ​ຜັນ​ຂະ​ຫຍາ​ຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ ​ພັກ​ປະຊາຊົນ ​ປະຕິວັດ​ລາວ; ຂຸ້ນຂ້ຽວ​ຈັດ​ຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ຊາວ​ຫນຸ່ມ​ທົ່ວ​ປະ​ເທດ ຄັ້ງທີ VI  ​ແລະ ພ້ອມ​ກັນ​ກະກຽມ​ໃຫ້​ແກ່ການ​ດຳ​ເນີນ​ກອງ​ປະຊຸມໃຫຍ່ຜູ້​ແທນ​ຊາວ​ຫນຸ່ມ​ທົ່ວ​ປະ ​ເທດ ຄັ້ງທີ VII ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ​ໃນ​ປີ 2015 ນີ້ ​ເຊັ່ນ: ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ ປະຕິວັດ​ລາວ ຄົບຮອບ 60 ປີ; ວັນ​ສະຖາ​ປະນາ ສປປ ລາວ ຄົບຮອບ 40 ປີ; ວັນ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ ຊາວ​ຫນຸ່ມ​ປະຊາຊົນ ປະຕິວັດ​ລາວ ຄົບຮອບ 60 ປີ ​ແລະ ສຳລັບຂະ​ແຫນງ​ການ​ຕ່າງປະ​ເທດ ​ແມ່ນ​ການສະ​ເຫລີ​ມສະຫລອງ​ວັນ​ການ​ທູດ​ລາວ ຄົບຮອບ 70 ປີ ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ການຈັດ​ຕັ້ງ​ ປະຕິບັດວຽກງານ​ຊາວ​ຫນຸ່ມ   ​ໃນ​ໄລຍະ​ຜ່ານ​ມາ ​ແລະ ວາງ​ແຜນ​ການທິດ​ທາງ​ໃນຕໍ່ໜ້າ ຈາກ ສະຫາຍ ອານຸພາບ ວົງ​ຫນໍ່​ແກ້ວ, ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ໂດຍ​ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ດີ, ຂໍ້ຄົງຄ້າງ, ບາງ​ບົດຮຽນທີ່​ຖອດ​ຖອນ​ໄດ້ ​ແລະ ຜົນງານ​ດ້ານ​ຕ່າງໆທີ່​ຄະນະ​ບໍລິຫານ​ງານ​ຊາວໜຸ່ມກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ຍາດ​ມາ​ໄດ້. ປັດຈຸບັນ, ຄະນະ​ບໍລິຫານ​ງານ​ຊາວໜຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ມີ​ທັງໝົດ 20 ຫນ່ວຍ, ມີ​ສະມາຊິກ​ທັງ​ຫມົດ 534 ສະຫາຍ, ຍິງ 194 ສະຫາຍ​ມີ​ຫນ່ວຍ​ຊາວ​ຫນຸ່ມ​ປະຈຳສະຖານທູດ ​ແລະ ສຳນັກງານ​ຜູ້​ຕາງໜ້າ ສປປ ລາວ ທີ່ຕ່າງປະ​ເທດ 33 ຫນ່ວຍ, ມີ​ສະມາຊິກ​ທັງ​ຫມົດ 4.000 ກວ່າ​ສະຫາຍ, ​ໃນ​ນັ້ນ​ລວມມີ​ນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່​ຕ່າງປະ​ເທດ. ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ ໄດ້​ຖື​ເອົາ​ວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ວຽກງານການ​ເມືອງ-ແນວ​ຄິດ​ໃຫ້​ແກ່​ ສະມາຊິກ​ຊາວໜຸ່ມ​ຂອງ​ຕົນ ​ ​​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍຂອງ​ພັກ, ກົດໝາຍຂອງລັດ, ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ ສປປ ລາວ. ​ໄດ້​ມີ​ການ​ເຄື່ອນ​ໄຫວ​ວຽກງານ​ຊາວໜຸ່ມ ​ໂດຍ​ຖື​ເອົາ​ຂໍ​ແຂ່ງຂັນ 4 ບຸກ ທີ່​ຄະນະ​ບໍລິຫານ​ງານ ສູນ​ກາງຊາວໜຸ່ມປະຊາຊົນ​ ປະຕິວັດ​ລາວ ​ວາງ​ອອກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂດຍ​ຕິດ​ພັນ​ກັບ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ ຕົນ.

ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອ​ກເອົາຄະນະບໍລິຫານ​ງານ​ຊາວໝຸ່ມຊຸດໃໝ່, ຊຶ່ງ​ມີ​ຜູ້​ສະມັກທັງໝົດ 20 ສະຫາຍ, ຍິງ 6 ສະຫາຍ, ​ເລືອກ​ເອົາ 15 ສະຫາຍ. ກອງ​ປະຊຸມ​ຄັ້ງ​ປະຖົມມະລຶກໄດ້​ເປັນ​ເອກະ​ສັນ​ເລືອກ​ເອົາ ​ສະຫາຍ ອານຸພາບ ວົງ​ຫນໍ່​ແກ້ວ ​ເປັນ​ເລຂາ; ສະຫາຍ ຄໍາ​ພອນ ວົງ​ສັນຕິ ເປັນ​ຮອງ​​ເລຂາ​ຜູ້​ທີ 1, ສະຫາຍ ດວງ​ມະນີ ຍອດ​ສີ​ອຸ ດົມ, ​ເປັນ​ຮອງ​​ເລຂາ​ຜູ້​ທີ 2 ​ແລະ ສະຫາຍ ນາງ ວິ​ດາວ​ອນ ​ແກ້ວ​ບຸນ​ຄົງ  ​ເປັນ​ຮອງ​​ເລຂາ​ຜູ້​ທີ 3 ເພື່ອ​ສືບຕໍ່ຊີ້ນຳ-ນຳພາ​ວຽກງານ​ການຈັດ​​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ ໃຫຍ່​ ຄັ້ງ​ທີ X ​ຂອງ​ຄະນະ​ບໍລິ​ຫານ​ງານ​ຊາວໜຸ່ມກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໃຫ້​ປະກົດ​ຜົນ​ເປັນ​ຈິງ.

ໃນ​ກອງ​ປະຊຸມຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ແລະ ສະຫາຍ ດຣ. ວິ​ໄລ​ວົງ ບຸດ​ດາລາ ຊຶ່ງ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ອັນ​ໃຫຍ່ຫຼວງທີ່ຄະນະ​ບໍລິຫານ​ງານ​ ຊາວໜຸ່ມກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​​ເທດ​ສູນ​ກາງ​ພັກ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ເນັ້ນ​ໃຫ້​ຊາວໜຸ່ມທຸກ​ຂັ້ນຈົ່ງ​ຊ່ວຍ​ກັນ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ, ປະຕິບັດ​ຂໍ້​ແຂ່ງຂັນ​ 4 ບຸກ ຂອງ​ ສູນ​ການ​ງຊາວໜຸ່ມວາງ​ອອກ ​ຕິດ​ພັນ​ກັບ​ວຽກງານ​ຂອງ​ຕົນ​ໃຫ້​ແທດ​ເໝາະ ​​ແນ​ໃສ່​ເຮັດ​ໃຫ້​ສະມາຊິກ​ຊາວໜຸ່ມພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕໍ່​ແນວທາງ​ຂອງ​ພັກ ​ແລະ ກົດ​ລະບຽບຂອງ​ລັດ ກໍ​ຄື​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485748
ມື້ນີ້47
ມື້ວານ206
ອາທິດນີ້784
ເດືອນນີ້5053