ໃນວັນທີ 24 ມີນາ 2015, ທີ່ກະຊວງການຕ່າງປະເທດ, ສາມອົງການຈັດຕັ້ງມະຫາຊົນ ປະກອບມີ: ສະຫະພັນກຳມະມານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງຂອງກະຊວງການ ຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າອວຍພອນຄະນະພັກ, ຄະນະນຳ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ (22 ມີນາ 1955 ຫາ 22 ມີນາ 2015).