ໃນວັນທີ 03 ເມສາ 2015, ທີ່ ສູນກາງສະຫະພັນກຳມະບານລາວ, ສະຫະພັນກຳມະບານກະ ຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງນຳໂດຍ ສະຫາຍ ຄຳອິນ ຄິດຈະເດດ ໄດ້ເຂົ້າອວຍພອນ ສະຫາຍ ຄຳຫຼ້າ ລໍລອນສີ, ກຳມະການສູນກາງພັກ, ປະທານສູນກາງກຳມະບານລາວ ເນື່ອງໃນໂອກາດຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງສະຫະພັນກຳມະ ບານກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ໃນໂອກາດດັ່ງກ່າວ, ສະຫາຍ ຄຳຫຼ້າ ລໍລອນສີ ກໍ່ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຜົນງານທີ່ສະຫະພັນກຳມະບານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ກຳມະບານທຸກຂັ້ນຈົ່ງຊ່ວຍກັນແກ້ໄຂບັນດາຂໍ້ຄົງຄ້າງ, ປະຕິບັດສິດພາລະບົດບາດກຳມະບານຕິດພັນກັບວຽກງານຂອງຕົນໃຫ້ແທດເໝາະ ແນໃສ່ເຮັດໃຫ້ສະມາຊິກກຳມະບານ ມີຄວາມເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ ແລະ ກົດລະບຽບຂອງລັດ ກໍຄືແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເພື່ອປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າຢ່າງແທ້ຈິງ.