ໃນຕອນເຊົ້າວັນທີ 9 ເມສາ 2015, ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະບໍລິຫານ ງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄຕພ, ນຳໂດຍ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄຕພ ໄດ້ເຂົ້າອວຍພອນ ສະຫາຍ ດຣ. ວິໄລວົງ ບຸດດາຄຳ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ບັນດາສະຫາຍໃນຄະນະ, ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ (14/04/1955-14/04/2015) ແລະ ອວຍພອນປີໃຫມ່ລາວ ທີ່ຈະບັນຈົບຄົບຮອບມາອີກວາລະຫນຶ່ງ.