ໃນລະຫວ່າງວັນທີ 15-16 ພຶດສະພາ 2015, ຢູ່ທີ່ ສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ, ຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມ ງານແຂ່ງຂັນກິລາດອກປີກໄກ່ຊິງຂັນ ທ່ານຫົວຫນ້າ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານເລຂາ ຄະນະບໍລິຫານງານສູນກາງ ຊປປລ ເພື່ອສະເຫລີມສະຫລອງວັນສ້າງຕັ້ງຄະນະ ຊປປລ ຄົບຮອບ 60 ປີ ແລະ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄະນະຜູ້ແທນຊາວຫນຸ່ມທົ່ວປະເທດ ຄັ້ງທີ VII, ເຊິ່ງຈັດໂດຍ ສູນກາງ ຊປປລ ຮ່ວມກັບ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ.
ການແຂ່ງຂັນຄັ້ງນີ້, ຄະນະຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ ໄດ້ສົ່ງນັກກິລາເຂົ້າຮ່ວມ 3 ປະ ເພດ ຄື: ປະເພດຄູ່ຊາຍ ອາຍຸ 36 ປີຂຶ້ນໄປ, ປະເພດຄູ່ຊາຍ 35 ປີລົງມາ ແລະ ປະເພດ ຄູ່ຍິງທົ່ວໄປ. ຜົນການແຂ່ງຂັນ, ປະເພດ ອາຍຸ 36 ປີຂຶ້ນໄປ ແມ່ນໄດ້ສາມາດຍາດໄດ້ອັນດັບ 4 (ໄດ້ຮັບລາງວັນຊົມເຊີຍ), ສ່ວນປະເພດຄູ່ຊາຍ 35 ປີລົງມາ ແລະ ປະເພດຄູ່ຍິງທົ່ວໄປ ແມ່ນຕົກຮອບ 8 ທີມ.