ໜ່ວຍຊາວໜຸ່ມຫ້ອງການກະຊວງການຕ່າງປະເທດ ໄດ້ຈັດການເຜີຍແຜ່ລະບຽບການນຳໃຊ້ຄອມພິວເຕີແລະ ການນຳໃຊ້ຂໍ້ມູນຂ່າວສານ ໂດຍຜ່ານລະບົບອິນເຕີເນັດ ຂຶ້ນໃນວັນພຸດ, ທີ 15 ກໍລະກົດ 2015, ທີ່ຫ້ອງປະຊຸມຂອງກະຊວງການຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຊາວໜຸ່ມຫ້ອງການກະຊວງ ໃຫ້ເຂົ້າເຖິງຖານຂໍ້ມູນ ແລະ ນິຕິກຳ ກ່ຽວກັບ ວຽກງານຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ ແລະ ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ອີກຂັ້ນໜຶ່ງ ໃຫ້ແກ່ສະມາຊິກຊາວໜຸ່ມຫ້ອງການ, ແນໃສ່ຫຼີກລ້ຽງໃຫ້ຊາວໜຸ່ມນຳໃຊ້ອິນເຕີເນັດໃນທາງທີ່ບໍ່ເກີດຜົນປະໂຫຍດ, ແຕ່ໃນທາງກົງກັນຂ້າມ ແມ່ນເຮັດໃຫ້ຊາວໜຸ່ມຫ້ອງການກະຊວງ ສາມາດນຳໃຊ້ອິນເຕີເນັດໃຫ້ເກີດປະໂຫຍດສູງສຸດ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.
ນອກນັ້ນ, ສະມາຊິກຊາວໜຸ່ມຫ້ອງການກະຊວງ ຍັງໄດ້ຮັບຟັງທິດຊີ້ນຳຈາກ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ນຳອີກ.