ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກິດຈະກຳ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 - 8 ມີນາ 2021) ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ

 

202103-04 MOFA-Women-1

ພິທີມອບ-ຮັບ ໃບຍ້ອງຍໍ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2020

 

ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ (8 ມີນາ 1910 - 8 ມີນາ 2021) ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃຫ້ມີຂະບວນຟົດຟື້ນ ແລະ ຮັບປະກັນທາງດ້ານເນື້ອໃນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດບັນດາກິດຈະກຳຕ່າງໆ ເຊິ່ງໃນນັ້ນລວມມີ ພິທີມອບ-ຮັບ ໃບຍ້ອງຍໍ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2020 ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ມີນາ 2021 ທີ່ ກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ໄກມະນີ ອໍລະບູນ, ກຳມະການຄະນະບໍລິຫານງານພັກ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຊຶ່ງມີ ຄະນະບໍລິຫານງານພັກ, ບັນດາຫົວໜ້າກົມ, ຄະນະກົມ ພາຍໃນກະຊວງການຕ່າງປະເທດ, ຄະນະບໍລິຫານງານອົງການຈັດຕັ້ງຊາວໜຸ່ມ, ສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາຫົວໜ້າໜ່ວຍ,​ ຄະນະໜ່ວຍ ຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

 

 

202103-04 MOFA-Women-2202103-04 MOFA-Women-4202103-04 MOFA-Women-5202103-04 MOFA-Women-3

ງານເທດສະການອາຫານ

 

ໃນພິທີດັ່ງກ່າວ, ສະຫາຍ ນາງ ໄກມະນີ ອໍລະບູນ, ໄດ້ໃຫ້ກຽດກ່າວຕ້ອນຮັບບັນດາແຂກທີ່ມີກຽດ ແລະ ກ່າວເປີດພິທີຢ່າງເປັນທາງການ, ຊຶ່ງໄດ້ສະຫຼຸບຜົນງານການຍ້ອງຍໍ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງບັນດາໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃນປີ 2020 ຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນມາດຖານ, ເງື່ອນໄຂ ແລະ ເນື້ອໃນ ຂອງຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ວາງອອກ. ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດມອບໃບຍ້ອງຍໍ ໃຫ້ແກ່ ບັນດາໜ່ວຍສະຫະພັນແມ່ຍິງ ທີ່ໄດ້ຮັບການຍ້ອງຍໍ ດີເດັ່ນ ປະເພດ I ລວມມີ 12 ໜ່ວຍ ແລະ ສະຫາຍ ນາງ ໄກມະນີ ອໍລະບູນ ໄດ້ໃຫ້ກຽດມອບໃບຍ້ອງຍໍ ໃຫ້ແກ່ ບັນດາໜ່ວຍສະຫະພັນແມ່ຍິງ ທີ່ໄດ້ຮັບການຍ້ອງຍໍ ດີ ປະເພດ II ລວມມີ 5 ໜ່ວຍ. ພາຍຫຼັງສໍາເລັດພິທີມອບ-ຮັບໃບຍ້ອງຍໍ ຂໍ້ແຂ່ງຂັນ 3 ດີ, ຄະນະປະທານ ແລະ ບັນດາແຂກທີ່ມີກຽດ ກໍໄດ້ໃຫ້ກຽດເຂົ້າຢ້ຽມຊົມ ແລະ ອຸດໜູນຜະລິດຕະພັນສິນຄ້າອຸປະໂພກ ແລະ ບໍລິໂພກ ໃນງານເທດສະການອາຫານ ທີ່ບັນດາໜ່ວຍສະຫະພັນແມ່ຍິງ ໄດ້ນຳມາວາງຂາຍ ອັນໄດ້ສ້າງບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊື່ນ ພ້ອມທັງໄດ້ຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງບັນດາສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

 

202103-04 MOFA-Women-6

202103-04 MOFA-Women-8202103-04 MOFA-Women-9

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ 

 

ຄຽງຄູ່ກັນນັ້ນ, ໃນວັນທີ 8 ເມສາ 2021 ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ນໍາໂດຍ ສະຫາຍ ນາງ ແສງເດືອນ ວົງອິນ, ປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງເປັນໜຶ່ງໃນກິດຈະກໍາຂອງການສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ຂອງສະຫະພັນແມ່ຍິງທັງສອງກະຊວງ, ໂດຍມີ ຄະນະບໍລິຫານງານສະຫະພັນແມ່ຍິງຂອງສອງກະຊວງ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ທັງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບລວມການເຄື່ອນໄຫວວຽກງານແມ່ຍິງຂອງຕົນ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການເຄື່ອນໄຫວວຽກງານດັ່ງກ່າວ ໃນປະຈຸບັນ ກໍຄື ໃນຕໍ່ໜ້າ, ໃນນັ້ນ ລວມມີແຜນການເຄື່ອນໄຫວວຽກງານແມ່ຍິງໃນແຕ່ລະປີ, ວຽກງານ ຂໍ້ແຂ່ງຂັນ 3 ດີ, ວຽກງານກວດກາ, ການຜັນຂະຫຍາຍແຜນງານ,ໂຄງການຂອງສູນກາງສະຫະພັນແມ່ຍິງລາວ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ, ມີບັນຍາກາດທີ່ອົບອຸ່ນ ແລະ ກົງໄປກົງມາ ພາໃຫ້ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກໍານົດໄວ້ ຢ່າງຈົບງາມ.

 

202103-04 MOFA-Women-11202103-04 MOFA-Women-10

ຂະບວນການແຂ່ງຂັນກິລາບານເຕະ ລະຫວ່າງ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ແລະ ສະຫະພັນແມ່ຍິງກະຊວງຂະແໜງການຕ່າງໆ

 

ນອກຈາກ 2 ກິດຈະກໍາທີ່ກ່າວມານັ້ນ, ໃນວັນທີ 3 ມີນາ 2021 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາບານເຕະ ລະຫວ່າງ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ແລະ ສະຫະພັນແມ່ຍິງກະຊວງຂະແໜງການຕ່າງໆ ທີ່ ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຈັດຂຶ້ນໂດຍ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ທັງນີ້ກໍເພື່ອພົບປະສັງສັນ, ສ້າງຄວາມລື້ງເຄີຍ ແລະ ສືບຕໍ່ຮັດແໜ້ນມິດຕະພາບສາຍພົວພັນທີ່ດີ ລະຫວ່າງ ບັນດາສະຫະພັນແມ່ຍິງກະຊວງຂະແໜງການຕ່າງໆ.

--------------------------------------------------------//----------------------------------------------------------

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480334
ມື້ນີ້164
ມື້ວານ157
ອາທິດນີ້732
ເດືອນນີ້6565