ໃນວັນທີ 11 ກັນຍາ 2015, ທີ່ເດີ່ນເປຕັງສູນກາງຊາວໜຸ່ມ, ໄດ້ມີການຈັດການແຂ່ງຂັນກິລາເປຕັງ ຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊິງຂັນທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ແລະ ວັນການທູດລາວ ຄົບຮອບ 70 ປີ. ໂດຍການເຂົ້າຮ່ວມຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ ແລະ ມີບັນດາສະຫາຍ ສະມາຊິກຊາວໜຸ່ມ ກະຊວງ ຕປທ ແລະ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນໃນຄັ້ງນີ້, ໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດຊາຍ ແລະ ຍິງ ຕາງໜ້າໃຫ້ແຕ່ລະ ກົມລົງແຂ່ງຂັນ. ຜົນການແຂ່ງຂັນສຳລັບປະເພດຊາຍແມ່ນ ກົມການເງິນ ເປັນທີມຊະນະເລີດ ແລະ ປະເພດຍິງແມ່ນ ກົມສົນທິສັນຍາ ແລະ ກົດໝາຍ ເປັນທີມຊະນະເລີດ. ການແຂ່ງຂັນແມ່ນດຳ ເນີນໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ພະນັກງານ ກໍຄືບັນດາຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄຕພ.