ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ

 

20210728-MoFA-Women Union-1

ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27

ໂດຍຜ່ານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ

 

 

20210728-MoFA-Women Union-2

ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ

 

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 -  20 ກໍລະກົດ 2021) ແລະ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ່ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ທີ່ຈະມາເຖິງນີ້, ໃນວັນທີ 28 ກໍລະກົດ 2021 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27 ໂດຍຜ່ານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ແລະ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ. ເຄື່ອງຊ່ວຍເຫລືອດັ່ງກ່າວລວມມີ ໜ້າກາກອະນາໄມ ແລະ ອາຫານແຫ້ງຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 32 ລ້ານກີບ. 

 

ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27 ທີ່ ສູນບັນຊາການ ຄະນະສະເພາະກິດ     ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ທ່ານ ນາງ ອາລຸນີ        ກົມມະສິດ ຕາງໜ້າສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວມອບ ໂດຍໄດ້ສະແດງຄວາມຫ່ວງໄຍ ຕໍ່ປະຊາຊົນທີ່ມາຈາກພື້ນທີ່ສ່ຽງ ແລະ ກໍາລັງຈໍາກັດບໍລິເວນ ຢູ່ ສູນດັ່ງກ່າວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກໍາລັງໃຈພະນັກງານແພດ-ໝໍ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19; ຕາງໜ້າກ່າວຮັບໂດຍ ທ່ານ ພົວ ວັນທອງ ບຸດດາວົງ, ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ, ທັງເປັນຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ເຊິ່ງໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ອັນສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ, ຄວາມເອົາໃຈໃສ່ ແລະ ເປັນການປະກອບສ່ວນອັນສຳຄັນ ໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນໄລຍະທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງໄດ້ຝາກສະແດງຄວາມຊົມເຊີຍ ໄປຍັງຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ມານະໂອກາດນີ້ດ້ວຍ.

 

ໃນໂອກາດລົງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຫ່ວງໄຍ, ເຫັນອົກເຫັນໃຈ ແລະ ໃຫ້ກໍາລັງໃຈແກ່ພະນັກງານ-ແມ່ຍິງພິການ ຢູ່ ສູນດັ່ງກ່າວ, ຕາງຫນ້າຮັບໂດຍ ທ່ານ ນາງ ຈັນເພັງ ສີວິລາ, ຜູ້ອໍານວຍການ ສະມາຄົມແມ່ຍິງພິການ, ເຊິ່ງໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ກໍຄື ຄະນະພັກ-ຄະນະນຳ ກະຊວງການຕ່າງປະເທດ ທີ່ໄດ້ມາຢ້ຽມຢາມຖາມຂ່າວເອື້ອຍນ້ອງແມ່ຍິງພິການ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ອັນໄດ້ສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໄຍ ແກ່ເອື້ອຍນ້ອງແມ່ຍິງພິການ ທີ່ ສູນດັ່ງກ່າວ.

 

ນອກຈາກກິດຈະກໍາຂ້າງເທິງ, ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ນໍາໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຍັງໄດ້ນຳພາຄະນະ ໄປຢ້ຽມຢາມພະນັກງານອາວຸໂສບໍານານເພດຍິງ ຂອງກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຫວ່ງໄຍ, ຄິດຮອດຄິດເຖິງ ແລະ ຢື້ຢາມຖາມຂ່າວອັນອົບອຸ່ນ ທີ່ຍາມໃດຍັງຈົດຈໍາຄຸນງາມຄວາມດີ ແລະ ໝາກຜົນການປະຕິບັດວຽກງານຜ່ານມາຂອງພວກທ່ານ.

*****************

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484541
ມື້ນີ້57
ມື້ວານ188
ອາທິດນີ້979
ເດືອນນີ້3846