ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ

  

         

   

ໃນຕອນບ່າຍ ວັນ​ທີ 25 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ແກ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ) ປະກອບມີເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການຮຽນ ລວມມູນຄ່າ 584.216,80 ຢວນ (1.051.590.240 ກີບ). ເປັນກຽດເຂົ້າຮ່ວມໃນພິທີມີ  ທ່ານ ຈ່ຽງ ຈ່າຍຕຸງ (Jiang Zaidong),  ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບີເອເຕ ດາສເທລ (Beate Dastel), ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ (UNICEF) ປະຈໍາລາວ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຈາກຫ້ອງການ, ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

    

ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກາວ, ທ່ານ ຈ່ຽງ ຈ່າຍຕຸງ ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ໄດ້ຮັບການເສີມຂະຫຍາຍ ໂດຍສະເພາະ ໃນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19, ຊຶ່ງ ສປ ຈີນ ໄດ້ມີຄວາມຫ່ວງໄຍ ແມ່ຍິງ ແລະ ເດັກນ້ອຍທີ່ຢູ່ຫ່າງໄກສອກຫລີກ ຂອງ ສປປ ລາວ ທີ່ຍັງຂາດເຂີນທາງດ້ານອຸປະກອນການສຶກສາ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນການປະກອບສ່ວນຊ່ວຍເຫຼືອ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19. ດັ່ງນັ້ນ, ສະຖານທູດຈີນ ປະຈໍາ ສປປ ລາວ ຈຶ່ງໄດ້ຮ່ວມກັບ ແຂວງຢູນນານ ເຊິ່ງມີຊາຍແດນຕິດກັບລາວ ນຳເອົາເຄື່ອງມາຊ່ວຍເຫລືອໃນຄັ້ງນີ້. ທ່ານ ນາງ ບີເອເຕ ດາສເທລ, ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ ປະຈຳລາວ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດ ທີ່ໄດ້ມີສ່ວນຮ່ວມໃນການໃຫ້ຄຳປຶກສາດ້ານເຕັກນິກ ໃນການຈັດຊື້ເຄື່ອງຊ່ວຍເຫຼືອດັ່ງກ່າວ ທັງນີ້ກໍເພື່ອຮັບປະກັນດ້ານຄຸນນະພາບຂອງການຊ່ວຍເຫຼືອ ແລະ ທັງເພື່ອໃຫ້ເດັກນ້ອຍໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ໃນໂອກາດນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃຫ້ກຽດກ່າວຮັບ ໂດຍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ກໍຄື ສະຖານທູດ, ແຂວງຢູນນານ  ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້. ພ້ອມດຽວກັນນັ້ນ, ກໍໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນສະເໜີຕົ້ນສະເໜີປາຍ ແລະ ທັນການ ຂອງລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນໃຫ້ແກ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ. ການຊ່ວຍເຫຼືອຂອງສະຫາຍ ຈີນ ເປັນການສະແດງເຖິງນໍ້າຈິດນໍ້າໃຈສາມັກຄີຮັກແພງ ຂອງປະຊາຊົນສອງຊາດ ທີ່ມີມາແຕ່ດົນນານ ທີ່ຍາມໃດກໍອູ້ມຊູຊ່ວຍເຫຼືອກັນ ເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມກັນພັດທະນາ.  ທ່ານ ນາງ ອາລຸນີ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ອົງການ ອຸຍນີເຊບ ປະຈຳລາວ ທີ່ໄດ້ໃຫ້ຄຳແນະນຳໃນການຈັດຊື້ເຄື່ອງຊ່ວຍເຫຼືອໃນຄັ້ງນີ້,  ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ, ສະຫະພັນແມ່ຍິງກະຊວງຈະໄດ້ນຳໄປຊ່ວຍເຫລືອ ແມ່ຍິງ ແລະ ເດັກນ້ອຍ ຜູ້ທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດໂຄວິດ-19 ທັງຢູ່ ນະຄອນຫລວງວຽງຈັນ ແລະ ບັນດາແຂວງຕ່າງໆ.

 

          

   

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480277
ມື້ນີ້107
ມື້ວານ157
ອາທິດນີ້675
ເດືອນນີ້6508