ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 112 ປີ

            

20220429 1

 

20220429 2

20220429 3

20220429 4

        

ໃນວັນທີ 29 ເມສາ 2022, 3 ອົງການຈັດຕັ້ງມະຫາຊົນຂອງ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນ. ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ), ທ່ານ ຄໍາໄພ ພັນທອງດີ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແລະ ທ່ານ ມິຖຸນາ ສຸກທຳມະວົງ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ຕປທ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສະຫະພັນແມ່ຍິງ ແລະ ອຳນາດການປົກຄອງເມືອງສັງທອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ແລະ ຄອບຄົວທີ່ຍັງມີຄວາມຫຍຸ້ງຍາກ-ຂາດເຂີນ. ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ ເຄື່ອງຕ້ານພະຍາດໂຄວິດ-19 (ສະບູລ້າງມື, ໜ້າກາກອັດປາກ-ດັງ ແລະ ເຄື່ອງວັດແທກອຸນນະພູມ) ແລະ ອຸປະກອນສົ່ງເສີມການພັດທະນາຂອງເດັກນ້ອຍ ຈຳນວນໜຶ່ງ.

         

ໃນພິທີມອບ-ຮັບເຄື່ອງຊ່ວຍເຫລືອ ພາຍຫລັງທີ່ ທ່ານ ນ. ເກສອນ ຂວັນພະໄຊ, ປະທານສະຫະພັນແມ່ຍິງເມືອງສັງທອງ ໄດ້ກ່າວຈຸດປະສົງ ແລະ ແຈ້ງສະພາບໂດຍຫຍໍ້ ໃຫ້ຊາບແລ້ວ; ທ່ານ ນ. ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ລຸນທອງ ບຸນມະນີ, ຮອງເລຂາພັກເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ, ກຳມະບານ, ຊາວໜຸ່ມ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ; ສະຫະພັນແມ່ຍິງເມືອງ, ຜູ້ຕາງໜ້າຈາກອົງການຈັດຕັ້ງກຳມະບານ, ຊາວໜຸ່ມເມືອງ, ຄະນະພັກ ແລະ ຫ້ອງການປົກຄອງເມືອງສັງທອງ ເຂົ້າຮ່ວມເປັນສັກຂີພະຍານ.

               

ກິດຈະກຳມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫລອງວັນ​ແມ່​ຍິງ​ສາ​ກົນ (8 ມີ​ນາ) ຄົບ​ຮອບ 112 ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ເຊິ່ງສະຫະພັນແມ່ຍິງກະຊວງ ໂດຍສົມທົບກັບອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ຍັງຈະສືບຕໍ່ເຄື່ອນໄຫວ ເພື່ອນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ພາກສ່ວນຕ່າງໆ ທັງຢູ່ນະຄອນຫວງວຽງຈັນ ແລະ ບັນດາແຂວງຕ່າງໆຕື່ມອີກໃນຕໍ່ໜ້າ.

                    

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480403
ມື້ນີ້61
ມື້ວານ172
ອາທິດນີ້801
ເດືອນນີ້6634