ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງນ້ຳຊາພົບປະສັງສັນບັນດາພັນລະຍາການນຳ, ພັນລະຍາທູດຕານຸທູດ, ນັກການທູດຍິງ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ

Numza1 Numza2

Numza3 Numza4

 

ໃນວັນ​ທີ 13 ພະຈິກ 2015, ທີ່​ສູນ​ຮ່ວມ​ມື ​ແລະ ຝຶກ​ອົບຮົມ​ສາກົນ (ICTC), ສະຫະພັນ​ແມ່ຍິງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຈັດ​ງານ​ພົບ​ປະ​ສັງ​ສັນ ງານລ້ຽງນ້ຳຊາ ລະຫວ່າງ​ບັນດາ​ພັນ​ລະ​ຍາ​ການ​ນຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ພັນ​ລະ​ຍາ​ນັກ​ການ​ທູດ​ລາວ, ບັນດາ​ທ່ານ​ພັນ​ລະ​ຍາ​ຂອງ​ທູດ​ຕາ​ນຸທູດຕ່າງປະເທດ ປະຈຳລາວ, ນັກ​ການ​ທູດຍິງ ​ແລະ ພັນ​ລະ​ຍາ​ຂອງຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ​ຢູ່ ສປປ ລາວ ໂດຍການເປັນ​ປະທານຂອງ ທ່ານ ນາງ ນາລີ ສີ​ສຸ​ລິດ, ພັນ​ລະ​ຍາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ໃນນັ້ນ, ມີຜູ້ຕາງຫນ້າຈາກ​ສູນ​ກາງ​ສະຫະພັນ​ແມ່ຍິງລາວ ແລະ ຕາງຫນ້າຈາກ ສະຫະພັນແມ່ຍິງແຕ່ລະກະຊວງ ກໍ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ; ​ມີ​​ແຂກເຂົ້າ​ຮ່ວມ​ຫຼາຍ​ກວ່າ 350 ທ່ານ.

​ຈຸດປະສົງຂອງ​ການຈັດ​ງານ​ຄັ້ງ​ນີ້, ນອກຈາກຈະເປັນກິດຈະກຳປະຈຳປີຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄຕພ ແລ້ວ ຍັງເປັນການສ້າງຂະບວນການ​ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 40 ປີ, ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2016 ແລະ ຊົເຊີຍຜົນສຳເລັດຂອງວັນການທູດລາວ ຄົບຮອບ 70 ປີ (12 ຕຸລາ), ທັງ​ເປັນ​ໂອກາດ​ທີ່​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ພົບ​ປະ​ສັງ​ສັນ, ສ້າງຄວາມມ່ວນ​ຊື່ນ, ສ້າງ​ຄວາມ​ຮູ້ຈັກ​ຮັກ​ແພງ ​ແລະ ​ແລກປ່ຽນ​ວັດທະນະທຳ ​ຊຶ່ງກັນ ແລະ ກັນ. ພິເສດ, ພາຍໃນງານ ນອກຈາກຈະມີການວາງສະແດງສິນຄ້າ ແລະ ອາຫານ ແລະ ການສະແດງສິນລະປະແລ້ວ ຍັງມີການສາທິດເຮັດເຂົ້າໜົມລາວ ແລະ ເຂົ້າໜົມຕ່າງປະເທດ ອັນໄດ້ສ້າງຄວາມເພີດເພີນ ແລະ ຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ.

​ໃນ​ໂອກາດ​ອັນ​ສຳຄັນ​ຄັ້ງ​ນີ້ ທ່ານ​ ນາງ ນາລີ ສີ​ສຸ​ລິດ ​ໄດ້​ໃຫ້​ກຽດ​ມີ​ຄຳ​ເຫັນ​ວ່າ: “ງານ​ພົບ​ປະ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ຊ່ວງ​ໄລຍະ​ທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍາລັງອອກແຮງແຂ່ງຂັ້ນສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ. ຕະຫຼອດ​ໄລຍະ 40 ປີ​ ທີ່​ຜ່ານ​ມາ​ປະຊາຊົນ​ລາວ​ ກໍ​ຄື​ແມ່ຍິງ​ລາວ ທີ່​ມີ​ຈຳນວນ​ຫຼາຍ​ກວ່າ​ເຄິງ​ໜຶ່ງ​ຂອງ​ພົນລະ​ເມືອງ​ລາວ ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດຄື​ ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ປະ​ເທດ​ຊາດ, ທັງ​ປະຕິບັດ​ເປົ້າ​ໝາຍ​ສະຫະ​ສະ​ວັດ​ການ​ພັດທະນາຂອງ ສະຫະ​ປະຊາ​ຊາດ​ ທີ່​ໄດ້​ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ​ທີ່​ໃຫ່ຍຫຼວງ​ກວ່າ​ເກົ່າ ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ລວມທັງແມ່ຍິງ ແລະ ເດັກນ້ອຍ ນັບມື້ນັບດີຂຶ້ນເປັນກ້າວໆມາ, ປະເທດຊາດ​ໄດ້​ຮັບການພັດທະນາ ຈະເລີນຮຸ່ງ ເຮືອງຢ່າງບໍ່ຢຸດຢັ້ງ. ຜົນສຳເລັດດັ່ງກ່າວທີ່ຍາດມາໄດ້ນັ້ນ ສ່ວນໜຶ່ງກໍແມ່ນມາຈາກການປະກອບສ່ວນຊ່ວຍເຫຼືອຮ່ວມມື ​ແລະ ສະໜັບ​ສະ​ໜູນ ຂອງວົງຄະນະຍາດສາກົນ ໂດຍສະເພາະ ແມ່ນການຊ່ວຍເຫຼືອຮ່ວມມືຈາກບັນດານັກການທູດ ທີ່ມີສຳນັກງານຕັ້ງຢູ່ ສປປ ລາວ ​ເຊິ່ງເຮັດໃຫ້ ສປປ ລາວ ມີ ບົດບາດສູງຂຶ້ນໃນເວທີສາກົນ ແລະ ໄດ້ຮັບຄວາມໄວ້ວາງ ໃຈຈາກສາກົນໃຫ້ເປັນເຈົ້າພາບ ຈັດກອງປະຊຸມລະດັບພາກພື້ນ ແລະ ສາກົນລະດັບຕ່າງໆຫຼາຍຄັ້ງໃນຊຸມປີຜ່ານມາ. ​ໃນ​ໂອກາດ​ນີ້ ​ແຂກ​ເຂົ້າ​ຮ່ວມ​ກໍ​ໄດ້​ອວຍພອນ​ສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​ໃໝ່​ຊຶ່ງ​ກັນ ​ແລະ ກັນ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480305
ມື້ນີ້135
ມື້ວານ157
ອາທິດນີ້703
ເດືອນນີ້6536