ໃນວັນທີ 12 ພະຈິກທີ່ຜ່ານມານີ້, ຄະນະຊາວໜຸ່ມຂອງສະຖານທູດລາວ ແລະ ຊາວໜຸ່ມຂອງສະຖານທູດ ສສ ຫວຽດນາມ ປະຈຳປະເທດໄທ ໄດ້ຮ່ວມກັນຈັດການແຂ່ງຂັນກິລາເຕາະບານມິດຕະພາບຂື້ນຢູ່ສະໜາມແຕະບານ Super Kick ໃຈກາງນະຄອນຫຼວງບາງກອກ, ປະເທດໄທ.
ຈູດປະສົງຂອງການແຂ່ງຂັນໃນຄັ້ງນີ້ແມ່ນເພື່ອສົ່ງເສີມ ແລະ ສ້າງຄວາມສາມັກຄີສອງສະຖານທູດ, ພ້ອມທັງເປັນການສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຊາດ 2 ທັນວາຄົບຮອບ 40 ປີທີ່ຈະມາເຖິງນີ້. ການຈັດກິລາຄັ້ງນີ້ແມ່ນລະດັບຮອງທູດເຂົ້າຮ່ວມເຊິ່ງຝ່າຍລາວນຳໂດຍ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ແລະ ທາງຫວຽດນາມແມ່ນ ທ່ານ Pham Thanh Nam.
ການແຕະບານຄັ້ງນີ້ແມ່ນເຕັມໄປດ້ວຍບັນຍາກາດອັນມວນຊື່ນແລະສະໝານສະມັກຄີຖານອ້າຍນ້ອງ. ຜົນຂອງການແຕະບານແມ່ນຝ່າຍຫວຽດນາມຊະນະຝ່າຍລາວ 4 ຕໍ່ 3 ປະຕູ.