ໃນວັນທີ 21ມີນາ 2016, ທີ່ເດີ່ນເຕະບານສະຕາ, ນະຄອນຫລວງວຽງຈັນ, ໄດ້ມີການຈັດຕັ້ງພິທີເປີດຂະບວນການສ້າງກິດຈະກຳ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 61 ປີ (22/03/1955-22/03/2016) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 61 ປີ (14/04/1955-14/04/2016). ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ມີ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການຄະນະບໍລິຫານງານສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ ກະຊວງ ຕປທ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຄັ້ງນີ້, ຍັງໄດ້ມີການແຂ່ງຂັນບານເຕະມິດຕະພາບຂຶ້ນ ລະຫວ່າງຊາວໜຸ່ມກະຊວງການຕ່າງປະເທດ ພົບກັບ ທີມ All Star FC ແລະ ບານເຕະ ລະຫວ່າງ ຊາວຫນຸ່ມຍິງຂອງກະຊວງການຕ່າງປະເທດ, ທັງນີ້ຊາວຫນຸ່ມກະຊວງການຕ່າງປະເທດ ຈະໄດ້ຈັດຕັ້ງກິດຈະກຳການແຂ່ງຂັນກິລາບານເຕະຊິງຂັນເລຂາຊາວໜຸ່ມກະຊວງການຕ່າງປະເທດ ຂຶ້ນໃນທ້າຍເດືອນມີນາ ຫາ ຕົ້ນເດືອນເມສາ. ນອກຈາກນັ້ນ, ຍັງຈະມີການແຂ່ງຂັນປະກວດນັກຮ້ອງສຽງດີ ແລະ ການແຂ່ງຂັນກິລາສາມັກຄີກັບຊາວຫນຸ່ມກະຊວງຕ່າງໆ.