ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າພົບປະ ຄະນະປະຈໍາພັກກະຊວງ ແລະ ລົງຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ

 

 

DM meet DS of LYU 1

 

 

ຕອນບ່າຍຂອງວັນທີ 26 ມີນາ 2024, ທີ່ ກະຊວງການຕ່າງປະເທດ ສະຫາຍ ທອງຜ່ານ ສະຫວັນເພັດ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຕ້ອນຮັບສະຫາຍ ທອງຈັນ ພູມີພັນ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ.

ອ່ານເພີ່ມເຕີມ... 

ງານແຂ່ງຂັນກິລາບານເຕະຍິງ-ຊາຍ ລະຫວ່າງ 2 ການຈັດຕັ້ງ ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ

20240319 Sport activity btw Mofa IRPC 1

 

 

ໃນວັນທີ 19 ມີນາ 2024, ໄດ້ມີການຈັດງານ​ແຂ່ງຂັນກິລາບານເຕະຍິງ-ຊາຍ ລະຫວ່າງ 2 ການຈັດຕັ້ງ ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ ທີ່ ເດີ່ນກິລາບານເຕະເທບປັນຍາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນ. ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໃນໂອກາດ 2 ວັນທີ່ສຳຄັນຂອງພັກ-ລັດ ພວກເຮົາ ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 69 ປີ (25 ມີນາ 1955-25 ມີນາ 2024).

 

 

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດປາຖະກະຖາ ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ (8 ມີນາ 1910 - 8 ມີນາ 2024)

  

  

  

20240315 Mofa WM 6

20240315 Mofa WM 7

   

  

  

ໃນວັນທີ 15 ມີນາ 2024, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ພາຍໃຕ້ຄຳຂວັນ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ແລະ ສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ປີ 2023 ແລະ ທິດທາງແຜນການການເຄື່ອນໄຫວ ປີ 2024 ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ທີ່ ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ທຳມາ ເພັດວິໄຊ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ); ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ;  ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ; ບັນດາຄະນະກົມ; ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ສະຫະພັນກຳມະບານ, ບັນດາພັນລະຍາຄະນະນຳກະຊວງ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485415
ມື້ນີ້116
ມື້ວານ227
ອາທິດນີ້451
ເດືອນນີ້4720