ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ການແຂ່ງຂັນກິລາຕີດອກປີກໄກ່ຊາວຫນຸ່ມ ກະຊວງ ຕປທ ແລະ ຄຕພ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 70 ປີ

TeeDork3

 

TeeDork6  TeeDork7

ໃນວັນທີ 21 ສິງຫາ 2015, ທີ່ເດີ່ນຕີດອກປີກໄກ່ສູນກາງຊາວໜຸ່ມ, ໄດ້ມີການຈັດການແຂ່ງຂັນ ກິລາຕີດອກປີກໄກ່ ຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ ຊິງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເພື່ອຂໍ່າ ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ແລະ ວັນ ການທູດລາວ ຄົບຮອບ 70 ປີ. ໂດຍການເຂົ້າຮ່ວມຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ ແລະ ມີບັນດາສະຫາຍ ສະມາຊິກຊາວໜຸ່ມ ກະຊວງ ຕປທ ແລະ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ກິດຈະກໍາບານເຕະມິດຕະພາບ ລະຫວ່າງ ຫ້ອງການກະຊວງການຕ່າງປະເທດ ແລະ ບໍລິສັດລັດວິສາຫະກິດລາວໂທລະຄົມ

Football1  Football2

ໃນ​ວັນ​ທີ 20 ສິງຫາ 2015, ທີ່ເດີ່ນເຕະບານສະຕາ, ໄດ້​ມີການ​ຈັດກິດຈະ​ກໍາ​ບານ​ເຕະມິດຕະພາບຂຶ້ນ ລະຫວ່າງ ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບໍລິສັດລັດ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມ ​ ​ເພື່ອ​ເປັນ​ການສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງ ປະ​ເທດ ຄັ້ງ​ທີ III ​ແລະ ສະ​ເຫຼີ​ມສະຫຼອງວັນ​ການ​ທູດ​ລາວ ​ຄົບຮອບ 70 ປີ. ​ໃນ​ໂອກາດ​ດັ່ງກ່າວ ​ບໍລິສັດລັດ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມ ​ໄດ້​ມອບ​ເຄື່ອງ​ກິລາ​ ຈໍານວນ 40 ຊຸດ ໃຫ້​ແກ່​ຊາວ​ໜຸ່ມ​ຫ້ອງ ການ​ກະຊວງ​ການ​ຕ່າງປະ​ເທດ, ​ໃຫ້​ກຽດກ່າວມອບ​ໂດຍ ທ່ານ ຄໍາ​ຫຼ້າ ສະໜຸກ​ຜົນ, ຫົວໜ້າ​ຝ່າຍ​ນະຄອນຫຼວງ​ວຽງ​ຈັນ ຂອງ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມ ​ແລະ ກ່າວ​ຮັບ​ໂດຍ ທ່ານ ​ເຮືອງ​ແສງ ຄໍາ​ດາລາ​ວົງ, ຮອງ​ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ພ້ອມດ້ວຍ​ພະນັກງານ​ທັງ​ສອງ​ພາກສ່ວນ​ ກໍ​ໄດ້​ເຂົ້າຮ່ວມ​​ຢ່າງ​ພ້ອມພຽງ.

ອອກແຮງງານຄຳນັບຮັບຕ້ອນ ວັນສຳຄັນຕ່າງໆ

orkhaengnhan 1  orkheangnhan

ໃນວັນທີ 25 ກໍລະກົດ 2015, ສາມອົງການຈັດຕັ້ງມະຫາຊົນຂອງ ກະຊວງການຕ່າງປະເທດ ໄດ້ຈັດຂະບວນການອອກແຮງງານອານາໄມພາຍໃນກະຊວງ ແລະ ບໍລິເວນອ້ອມກະຊວງການຕ່າງ ປະເທດ ເພື່ອຄຳນັບຮັບຕອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງ ປະເທດ, ວັນການທູດລາວ ຄົບຮອບ 70 ປີ ແລະ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485362
ມື້ນີ້63
ມື້ວານ227
ອາທິດນີ້398
ເດືອນນີ້4667