ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ

  

         

   

ໃນຕອນບ່າຍ ວັນ​ທີ 25 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ແກ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ) ປະກອບມີເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການຮຽນ ລວມມູນຄ່າ 584.216,80 ຢວນ (1.051.590.240 ກີບ). ເປັນກຽດເຂົ້າຮ່ວມໃນພິທີມີ  ທ່ານ ຈ່ຽງ ຈ່າຍຕຸງ (Jiang Zaidong),  ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບີເອເຕ ດາສເທລ (Beate Dastel), ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ (UNICEF) ປະຈໍາລາວ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຈາກຫ້ອງການ, ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ລະຫວ່າງ ໂຄງການຈິດອາສາຮັກສາໂຄວິດ-19 ໃຫ້ແກ່ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ

 

WomanUnionreceivedAid1WomanUnionreceivedAid2

 

ໃນວັນທີ 23 ທັນວາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກ ໂຄງການຈິດອາສາຮັກສາໂຄວິດ-19, ປະເທດໄທ ໃຫ້ແກ່ ສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ເພື່ອນຳໄປມອບຕໍ່ໃຫ້ບັນດາຄອບຄົວຜູ້ທຸກຍາກຂາດເຂີນ ຫຼື ຄອບຄົວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃຫ້ກຽດຕາງຫນ້າຮັບໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງຫນ້າຈາກ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ເຊິ່ງຕາງຫນ້າມອບໂດຍ ທ່ານ ພິພັດພົນ ສາຣະໂຍທະຍານ, ຜູ້ກໍ່ຕັ້ງ ແລະ ຜູ້ສະຫນັບສະຫນູນໂຄງການຈິດອາສາຮັກສາໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ.

ກຸ່ມແມ່ຍິງນັກການທູດ ອາຊຽນ ທີ່ ນະຄອນຫລວງວຽງຈັນ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເງິນຊ່ວຍເຫຼືອ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ

 

WomenDonateAid1

 

WomenDonateAid2

 

WomenDonateAid3

 

ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ, ໃນວັນທີ 25 ຕຸລາ 2021 ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ (ASEAN Womens Circle in Vientiane-AWCV) ໂດຍສົມທົບກັບສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 32 ລ້ານກີບ (ສາມ​ສິບ​ສອງ​ລ້ານ​ກີບ)ໃຫ້ແກ່ ອົງການປົກຄອງນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480293
ມື້ນີ້123
ມື້ວານ157
ອາທິດນີ້691
ເດືອນນີ້6524